ກອງປະຊຸມທາງໄກໃນຫົວຂໍ້”ການຈັດການການຮຽນ-ການສອນລະດັບຊັ້ນສູງໃນຍຸກໂຄວິດ-19″

5ມະຫາວິທະຍາໄລ ຮ່ວມກອງປະຊຸມທາງໄກໃນຫົວຂໍ້”ການຈັດການການຮຽນ-ການສອນລະດັບຊັ້ນສູງໃນຍຸກໂຄວິດ-19″
********************************************************************
ທີ່ຫ້ອງປະຊຸມຂອງສຳນັກງານອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ, ໃນວັນທີ 1ຕຸລາ 2021 ບັນດາທ່ານຄະນະນຳຈາກມະຫາວິທະຍາໄລສຳຄັນຂອງ ສປປ ລາວ ລວມມີ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ແລະມະຫາວິທະຍາໄລສຸພານຸວົງ ໄດ້ຈັດກອງປະຊຸມທາງໄກຮ່ວມກັນຂຶ້ນ, ພິເສດກອງປະຊຸມຄັ້ງນີ້ກໍ່ຍັງມີຄະນະນຳຈາກມະຫາວິທະຍາໄລຂອນແກ່ນ ຂອງຣາຊະອານາຈັກໄທກໍ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ດ້ວຍ. ສ່ວນມະຫາວິທະຍາໄລສະຫວັນນະເຂດກໍ່ມີທ່ານ ປອ ສຸລິຍົງ ໄຊໂກສີ ອະທິການບໍດີ ມຂ, ທ່ານ ປອ ສຸກສົມພອນ ອະໂນໄທ ຄະນະບໍດີຄະນະສຶກສາສາດ ມຂ ພ້ອມດ້ວຍພະນັກງານວິຊາການຈຳນວນໜຶ່ງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ປອ ສຸລິຍົງ ໄຊໂກສີ ອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງທ່ານກ່າວວ່າ: ເມື່ອການລະບາດໂຄວິດ-19ແຜ່ຂະຫຍາຍໄປທົ່ວທຸກຫົນແຫ່ງ”ໂຮງຮຽນ”ກໍ່ເປັນສະຖານທີ່ໜຶ່ງທີ່ໜີບໍ່ພົ້ນຕ້ອງປິດປະຕູຮົ້ວໄວ້, ເຖິງການປິດໂຮງຮຽນຈະເປັນທາງໜຶ່ງທີ່ຊ່ວຍຫຼຸດຄວາມສ່ຽງໃນການແຜ່ລະບາດ ແຕ່ເມື່ອຕ້ອງປິດໂຮງຮຽນເປັນເວລາດົນ ຕົ້ນທຶນກໍ່ຍິ່ງເພີ່ມພູນ ໂດຍຕົ້ນທຶນທີ່ວ່ານັ້ນອາດບໍ່ໄດ້ເຫັນເປັນໂຕເງິນ ແຕ່ເປັນຕົ້ນທຶນໄລຍະຍາວ ເຊິ່ງກໍ່ຄືການເສຍໂອກາດທີ່ຈະຮຽນຮູ້ພັດທະນາຕົນເອງຂອງເດັກ ແລະເຍົາວະຊົນນັບແສນນັບລ້ານ. ໃນສະຖານະການການແຜ່ລະບາດຂອງພະຍາດ ໂຄວິດ-19 ເຮົາຄວນປ່ຽນທຸກບ່ອນໃຫ້ກາຍເປັນໂຮງຮຽນເພາະການຮຽນຮູ້ຕ້ອງດຳເນີນຢູ່ ເຖິງບໍ່ສາມາດໄປໂຮງຮຽນຕາມປົກກະຕິໄດ້ ໃນຫລາຍປະເທດທີ່ປະກາດມາດຕະການປິດໂຮງຮຽນ ລັດຖະບານຈະອອກມາດຕະການການຮຽນຮູ້ດ້ວຍການຮຽນທາງໄກຮູບແບບຕ່າງໆ ໂດຍພິຈາລະນາຈາກເງື່ອນໄຂຄວາມພ້ອມທາງດ້ານອຸປະກອນ, ຄວາມພ້ອມຂອງຄູ-ອາຈານໃນການໃຊ້ອຸປະກອນການສອນ, ຄວາມພ້ອມຂອງພໍ່ແມ່ ແລະຄວາມພ້ອມຂອງຂ່ວງໄວເດັກ. ດັ່ງນັ້ນ, ທັງ 5 ມະຫາວິທະຍາໄລຈິ່ງໄດ້ຈັດກອງປະຊຸມແລກປ່ຽນບົດຮຽນເຊິ່ງກັນ ແລະກັນເພື່ອໃຫ້ການຈັດການຮຽນ-ການສອນທາງໄກໄດ້ຮັບການຈັດຕັ້ງປະຕິບັດໃຫ້ໄດ້ຕາມມາດຕະຖານ ແລະມີປະສິດທິພາບສູງ.

 

Comment
Share

 

 

Leave a Reply

Your email address will not be published. Required fields are marked *