ຄະນະ ກະເສດສາດ ແລະສິ່ງແວດລ້ອມ
ວິທະຍາສາດພືດ
ເນັ້ນສ້າງໃຫ້ນັກສຶກສາເປັນນັກວິຊາການ ທີ່ສາມາດວິນິດໄສ – ປ້ອງກັນກໍາຈັດສັນຕູພືດ ແລະ ພະຍາດພືດ, ວາງແຜນຈັດການຟາມ, ຄົ້ນຄວ້າທົດລອງ ແລະ ຈັດການດ້ານການຕະຫຼາດທາງການກະສິກຳ.
ວິທະຍາສາດສັດ ເນັ້ນສ້າງໃຫ້ນັກສຶກເປັນນັກວິຊາການດ້ານການລ້ຽງສັດ, ການຈັດການຟາມ, ມີຄວາມຊໍານານທາງດ້ານເຕັກນິກກວດສຸຂະພາບສັດລ້ຽງ, ການວິນິໄສພະຍາດທີ່ເກີດກັບສັດ ແລະ ການກວດກາຄຸນະພາບຜະລິດຕະພັນສັດ.
ວິທະຍາສາດສິ່ງແວດລ້ອມ
ສ້າງໃຫ້ນັກສຶກສາໃຫ້ເປັນນັກວິຊາການ ດ້ານການຈັດການສິ່ງແວດລ້ອມ, ສາມາດປະເມີນຜົນກະທົບທີ່ເກີດຂຶ້ນ, ການແກ້ໄຂມົນລະພິດ ແລະ ນຳໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ.
ທ່ອງທ່ຽວແບບອະນຸລັກທຳມະຊາດ
ເນັ້ນການສ້າງໃຫ້ນັກສຶກສາໃຫ້ມີຄວາມຮູ້ຄວາມສາມາດ ທາງດ້ານການວາງແຜນ, ການຈັດ ການ, ຕິດຕາມ – ຄຸ້ມຄອງ ເປັນນັກວິຊາການດ້ານການທ່ອງທ່ຽວ, ການຈັດສັນ – ຄຸ້ມຄອງແຫຼ່ງທ່ອງທ່ຽວຢູ່ໃນເຂດປ່າສະຫງວນ.
ຈັດສັນແຫຼ່ງນ້ຳ
ເນັ້ນສ້າງໃຫ້ນັກສຶກສາໃຫ້ເປັນນັກວິຊາການກ່ຽວກັບການຈັດສັນແຫຼ່ງນ້ຳ, ການວາງແຜນນຳໃຊ້ທີ່ດິນ, ການຄຸ້ມຄອງ – ຈັດສັນປ່າໄມ້ ແລະ ຊັບພະຍາກອນປ່າໄມ້
ຈັດສັນທີ່ດິນ
ເນັ້ນໃຫ້ນັກສຶກສາເປັນນັກວິຊາການ ສາມາດແກ້ໄຂຂໍ້ຂັດແຍ່ງ ແລະ ການຈັດສັນຄຸ້ມຄອງທີ່ດິນ, ການວິໄຈດິນ, ຮູ້ເຕັກນິກການສຳຫຼວດດິນ, ຄວາມອຸດົມສົມບູນຂອງດິນ, ການເຊື່ອມໂຊມຂອງດິນ, ການປັບປຸງດິນ, ການອອກແບບພື້ນທີ່ ແລະ ການອະນຸລັກດິນ.
ຄະນະ ບໍລິຫານທຸລະກິດ
ບໍລິຫານການຄ້າ
ຫຼັກສູດນີ້ເນັ້ນການຮຽນ – ການສອນໃນເລື່ອງຂອງການຄ້າ, ລະບົບການບໍລິຫານຄຸ້ມຄອງທຸລະກິດ, ແນວຄວາມຄິດເສດຖະສາດ, ການເຮັດການຄ້າ – ການຊໍາລະເງິນລະຫວ່າງປະເທດ, ການເປັນຜູ້ປະກອບການ ແລະ ອື່ນໆ.
ບໍລິຫານການທ່ອງທ່ຽວ
ເນັ້ນສ້າງນັກສຶກສາໃຫ້ມີຄວາມຮູ້ ແລະ ຄວາມສາ ມາດ ດ້ານການບໍລິຫານການທ່ອງທ່ຽວໃນຂົງເຂດທົ່ວປະເທດ ແລະ ສາກົນ, ສາມາດຈັດຕັ້ງບໍລິສັດ ນໍາທ່ຽວ ແລະ ເປັນຜູ້ນໍາທ່ຽວໄດ້.
ບໍລິຫານການໂຮງແຮມ
ເນັ້ນສຶກສາກ່ຽວກັບການບໍລິຫານການໂຮງແຮມ ໂດຍເລັ່ງສ້າງໃຫ້ເປັນຜູ້ບໍລິຫານດ້ານທຸລະກິດໂຮງແຮມ, ການໃຫ້ບໍລິການດ້ານໂຮງແຮມ – ບ້ານພັກ ແລະ ສາມາດວິໄຈດ້ານການຕະຫຼາດໄດ້.
ບໍລິຫານການຂົ່ນສົ່ງ
ສ້າງນັກສຶກສາໃຫ້ເປັນນັກວິຊາການ ທີ່ມີຄວາມຮູ້ – ຄວາມສາມາດໃນດ້ານການບໍລິຫານການຂົນສົ່ງ ແລະ ການບໍລິການເຊັ່ນ: ສາມາດເປັນຜູ້ບໍລິຫານທຸລະກິດປະເພດການຂົນສົ່ງ, ຮູ້ເຖິງວິທີການຂົນສົ່ງ, ສາມາດຈໍາລອງແບບການຂົນສົ່ງໄດ້.
ການເງິນ
ເນັ້ນສ້າງນັກສຶກສາໃຫ້ມີຄວາມຮູ້ທາງດ້ານການຄຸ້ມຄອງທາງດ້ານການເງິນ,ດ້ານກົດໝາຍເສດຖະກິດການເງິນ,ຄຸ້ມຄອງພາສີອາກອນລາຍຮັບ-ລາຍຈ່າຍແຫ່ງຊາດ.
ການທະນາຄານ
ເນັ້ນການສຶກສາເພື່ອເລັ່ງໃສ່ໃຫ້ຜູ້ຮຽນໄດ້ຮຽນຮູ້ກ່ຽວກັບ ລະບົບທະນາຄານ, ແຫຼ່ງເງິນທຶນ, ການບໍລິຫານທຶນໃຫ້ເກີດຜົນກໍາໄລສູງສຸດ, ໂດຍສ້າງ ບຸກຄະລາກອນເພື່ອຕອບສະໜອງກັບການຂະຫຍາຍຕົວຢ່າງໄວວາຂອງທະນາຄານ.
ການບັນຊີ
ເນັ້ນການສ້າງນັກສຶກສາ ໃຫ້ເປັນນັກບັນຊີທຸລະກິດທຸກປະເພດ, ສາມາດບໍລິຫານຄຸ້ມຄອງໂຄງການໃນຂະແໜງການເສດຖະກິດທີ່ພົ້ນເດັ່ນພາຍໃນປະເທດ, ສາມາດວິ ເຄາະ, ວາງແຜນ ແລະ ສ້າງນະໂຍບາຍການຄ້າໄດ້.
ບໍລິຫານທຸລະກິດທົ່ວໄປ
ເນັ້ນສ້າງນັກວິຊາການທາງດ້ານການບໍລິຫານທຸລະກິດ ໃຫ້ມີຄວາມຮູ້ – ຄວາມສາມາດຮອບດ້ານ ສາມາດຮັບໃຊ້ການບໍລິຫານ ແລະ ການບໍລິຫານວຽກງານພາຍໃນອົງກອນຂອງຕົນໃນໄລຍະໃໝ່ໃຫ້ຖືກຕ້ອງຕາມແນວທາງການປ່ຽນແປງໃຮອບດ້ານຢ່າງມີຫຼັກການ
ຄະນະ ພາສາ ແລະມະນຸດສາດ
ພາສາຝຣັ່ງ
ສຶກສາກ່ຽວກັບທັກສະໃນການຟັງ, ການເວົ້າ, ການອ່ານ ແລະ ການຂຽນພາສາຝຣັ່ງ; ເນັ້ນການນໍາໃຊ້ພາສາຝຣັ່ງເຂົ້າໃຊ້ໃນຂົງເຂດວຽກງານຕ່າງໆ. ຜູ້ສຳເລັດການສຶກສາສາມາດເຮັດວຽກທີ່ສະຖານທູດ, ຫ້ອງການພົວພັນຕ່າງປະເທດ, ອົງການຮ່ວມມືສາ ກົນຕ່າງໆ, ຫ້ອງການທ່ອງທ່ຽວ, ນັກແປພາສາ, ພະ ແນກການ ແລະ ອົງການເອກະຊົນແຫ່ງຕ່າງໆໄດ້
ພາສາອັງກິດ
ສຶກສາກ່ຽວກັບທັກສະພື້ນຖານພາສາອັງກິດເຊັ່ນ: ການຟັງ, ການເວົ້າ, ການອ່ານ ແລະ ການຂຽນພາສາອັງກິດ; ເນັ້ນການນໍາໃຊ້ພາສາອັງກິດເຂົ້າໃຊ້ໃນໜ້າວຽກເຊັ່ນ: ນັກແປພາສາ, ພະນັກງານຕ້ອນຮັບໃນເຮືອບິນ, ພະນັກງານຕ້ອນຮັບໃນໂຮງແຮມ ແລະ ພະນັກ ງານນຳທ່ຽວ.
ສື່ສານມວນຊົນ
ເນັ້ນສຶກສາກ່ຽວກັບ ທັກສະໃນການເປັນນັກສື່ສານມວນຊົນເຊັ່ນ: ການຂຽນບົດຄວາມ, ສາລະຄະດີ, ໜັງສືພິມ, ຕັດຕໍ່ວີດີໂອ, ຕັດຕໍ່ຟາຍສຽງ…ຜູ້ສຳເລັດການສຶກສາ ສາມາດປະກອບອາຊີບໄດ້ຫຼາກຫຼາຍເຊັ່ນ: ເປັນນັກຂ່າວ, ພິທີກອນ, ນັກໜັງສືພິມ, ນັກຈັດລາຍການໂທລະພາບ ແລະ ວິທະຍຸທັງຢູ່ເບື້ອງໜ້າ ແລະ ເບື້ອງຫຼັງລາຍການ, ນັກບັນນາທິການ, ພະນັກງານປະຊາສໍາພັນ, ຊ່າງພາບ, ພະນັກງານສັງກັດໃນຂົງເຂດວຽກຖະແຫຼ່ງຂ່າວ – ວັດທະທໍາສັງຄົມ ແລະ ອື່ນໆ.
ພາສາຫວຽດນາມ
ເນັ້ນສຶກສາກ່ຽວກັບໄວຍະກອນພາສາຫວຽດນາມ, ມູນເຊື້ອວັດທະນະທໍາລາວ-ຫວຽດນາມ, ການແປພາສາຫວຽດນາມ, ການປະຍຸກໃຊ້ເຂົ້າໃນໜ້າວຽກຕ່າງໆເຊັ່ນ: ຄູສອນພາສາຫວຽດ, ພະນັກງານນໍາທ່ຽວ, ນັກແປພາສາ, ພະນັກງານສັງກັດພາກລັດ ແລະ ເອກະຊົນ.
ພາສາຍີ່ປຸ່ນ
ເນັ້ນສຶກສາກ່ຽວກັບໄວຍະກອນພາສາຍີ່ປຸ່ນ, ສັງຄົມ – ວັດທະນະທໍາລາວ – ຍີ່ປຸ່ນ, ການນໍາໃຊ້ພາສາຍີ່ປຸ່ນເຂົ້າໃນຂົງເຂດວຽກງານຕ່າງໆເຊັ່ນ: ນັກແປພາສາ, ພະນັກງານນໍາທ່ຽວ, ພະນັກງານສັງກັດພາກລັດ ແລະ ເອກະຊົນ.
ຄະນະສຶກສາສາດ
ຄູຄະນິດສາດ ສຶກສາກ່ຽວກັບ ICT, ກຸ່ມວິຊາວິທະຍາສາດ, ກຸ່ມວິຊາຄູ, ຄະນິດສາດມໍຕົ້ນ – ມໍປາຍ, ປະຫວັດຄະນິດສາດ, ພຶດຊະຄະນິດ, ເລຂາວິເຄາະ, ແຄລຄູລັສ໌, ສະຖິຕິ, ສົມຜົນຈຸນລະຄະນິດ, ວິເຄາະຈໍານວນຈິງ, ຄະນິດສາດເຕັມໜ່ວຍ.
ຄູຟີຊິກສາດ
ສຶກສາກ່ຽວກັບ ICT, ກຸ່ມວິຊາວິທະຍາສາດ, ກຸ່ມວິຊາຄູ, ກົນລະສາດ, ໄຟຟ້າເຕັກນິກ, ໄຟຟ້າສະຖິດ, ຄວາມຮ້ອນ, ເລຂາແສງ, ແສງຄື້ນ, ນິວເຄຼຍ, ອາຕອມ, ດາລາສາດ, ກົນລະສາດກວາງຕອມ, ອີເລັກໂຕຣນິກ, ເທັກໂນໂລຊີອຸດສາຫະກໍາ…
ຄູປະຫວັດສາດ
ສຶກສາກ່ຽວກັບ ICT, ກຸ່ມວິຊາວິທະຍາສາດ, ກຸ່ມວິຊາຄູ, ກຸ່ມວິຊາປະຫວັດສາດເຊັ່ນ: ສັງຄົມປະຖົມບູຮານ, ເຜົ່າພັນວິທະຍາ, ພົວພັນສາກົນ, ອາເມລິກາ, ອາຊີຕາເວັນອອກສ່ຽງໃຕ້, ອາຟຣິກກາ, ປະເທດຈີນ, ອິນເດຍ, ຍີ່ປຸ່ນ, ລັດເຊຍ, ລາວບູຮານ – ອານາຈັກລາວລ້ານຊ້າງ, ປະຫວັດ ສາດລາວສະໄໝຕົກເປັນຫົວເມືອງຂຶ້ນ ແລະ ປະ ຫວັດສາດລາວສະໄໝປັດຈຸບັນ…
ຄູການເມືອງ
ສຶກສາກ່ຽວກັບ ICT, ກຸ່ມວິຊາວິທະຍາສາດ, ກຸ່ມວິຊາຄູ, ປະຫວັດວິທະຍາ, ປັດຊະຍາມາກ – ເລນິນ, ປັດຊະຍາການເມືອງ, ການເມືອງລາວ, ຈັນຍາສາດ, ປະຫວັດເສດຖະສາດ, ລະບົບການເມືອງໂລກ, ກົດໝາຍ, ສັງຄົມວິທະຍາການເມືອງ, ການພົວພັນລະຫວ່າງປະເທດ, ລັດທິສັງຄົມນິຍົມວິທະຍາສາດ, ເສດຖະສາດການເມືອງ, ປະຫວັດພັກປະຊາຊົນປະຕິວັດລາວ, ຄວາມຮູ້ພັກການເມືອງ.
ຄູພູມສາດ
ສຶກສາກ່ຽວກັບ ICT, ກຸ່ມວິຊາວິທະຍາສາດ, ກຸ່ມວິຊາຄູ, ພູມສາດກາຍຍະພາບທົ່ວໄປ, ພູມສາດອາກາດ ແລະ ອຸຕຸວິທະຍາ, ພູມສາດທະວີບອາຊີ, ອາເມລິກາ, ເອີຣົບ, ພູມສາດການທ່ອງທ່ຽວ, ພູມສາດເສດຖະກິດສັງຄົມລາວ, ພູມສາດຕົວເມືອງ ແລະ ຊົນນະບົດ, ພູມສາດປະຊາກອນກັບການພັດທະນາເສດຖະກິດສັງຄົມ, ທໍລະນີສັນຖານວິທະຍາ, ປັດຖະພີວິທະຍາ, ອຸທົກວິທະຍາ, ການແຕ້ມແຜ່ນທີ່, ແຜ່ນທີ່ວິທະຍາ ແລະ ເທັກນິກຮູບສາຍ…
ຄະນະວິທະຍາສາດອາຫານ
ທຸລະກິດກະເສດ ແລະ ການຕະຫຼາດ
ເນັ້ນສ້າງໃຫ້ນັກສຶກສາກ່ຽວກັບການດໍາເນີນທຸລະກິດ ແລະ ການວາງແຜນການຕະຫຼາດໃນດ້ານການກະເສດ. ເມື່ອສໍາເລັດການສຶກສາສາມາດປະກອບອາຊີບໄດ້ເຊັ່ນ: ພະນັກງານໃນກົມການວາງແຜນ, ພະແນກອຸດສະຫະກໍຳ – ການຄ້າ, ນັກວິໄຈດ້ານການຕະຫຼາດ ແລະ ຍັງສາມາດດໍາເນີນທຸລະກິດດ້ານກະເສດສ່ວນຕົວໄດ້.
ເຕັກໂນໂລຊີການປຸງແຕ່ງ
ເປັນສາຂາທີ່ ເນັ້ນສຶກສາກ່ຽວກັບ ອຸດສະຫະກຳການຜະ ລິດ – ການປຸງແຕ່ງອາຫານ ໂດຍການສົ່ງເສີມຜົນຜະລິດທາງການກະເສດໃຫ້ກາຍເປັນສິນຄ້າ. ເມື່ອຮຽນຈົບແລ້ວ ສາມາດປະກອບອາຊີບໄດ້ຫຼາກຫຼາຍເຊັ່ນ: ເປັນພະນັກ ງານສັງກັດໃນກົມອາຫານ ແລະ ຢາ, ນັກວິໄຈແປຮູບຜະ ລິດຕະພັນ, ຜູ້ຊ່ຽວຊານການກວດສອບ ແລະ ຮັບປະກັນຄຸນະພາບຂອງຜະລິດຕະພັນ, ນອກນັ້ນຍັງດໍາເນີນທຸລະກິດສ່ວນຕົວດ້ານການປຸງແຕ່ງອາຫານໄດ້
ວິທະຍາສາດຫຼັງການຜະລິດ ແລະການສົ່ງເສີ່ມຜະລິດຕະພັນ
ເນັ້ນການສຶກສາກ່ຽວກັບ ການນໍາໃຊ້ເຕັກໂນໂລຊີເຂົ້າມາຈັດການຜົນຜະລິດທາງການກະເສດຫຼັງການເກັບກ່ຽວ ແລະ ລະບົບການບັນຈຸຫຸ້ມຫໍ່ຜະລິດຕະພັນ. ຜູ້ສຳເລັດການສຶກສາ ສາມາດປະກອບອາຊີບໄດ້ຫຼາຍຂົງເຂດເຊັ່ນ: ກະຊວງວິທະຍາສາດ – ເຕັກໂນໂລຊີ, ນັກພັດທະນາຜະລິດຕະພັນ – ສົ່ງເສີມໂພສະນາການຂອງສິນຄ້າ ແລະ ດໍາເນີນທຸລະກິດສ່ວນຕົວໄດ້.
ເສດຖະກິດເພື່ອການພັດທະນາຊົນນະບົດ
ເນັ້ນການສຶກສາກ່ຽວກັບຄວາມຮູ້ພື້ນຖານກ່ຽວກັບການວາງແຜນປະກອບການທຸລະກິດໃນດ້ານຕ່າງໆໂດຍຫັນປ່ຽນທຸລະກິດຂະໜາດນ້ອຍໃຫ້ກາຍເປັນອຸດສະຫະກຳທີ່ທັນສະໄໝ. ຜູ້ສຳເລັດການສຶກສາໃນສາຂາວິຊານີ້ສາມາດປະກອບອາຊີບໄດ້ໃນພາກລັດ ແລະ ເອກະຊົນ ເຊັ່ນ: ພະແນກອຸດສະຫະກຳ ແລະ ການຄ້າ, ພະແນກແຜນການ ແລະ ການລົງທຶນ, ການວາງແຜນການຕະຫຼາດ, ນັກພັດທະນາຊົນນະ ບົດ, ນັກວິເຄາະເສດຖະກິດ, ນັກວິໄຈດ້ານການຕະຫຼາດ ແລະ ອື່ນໆ .
ຄະນະວິທະຍາສາດທຳມະຊາດ
ເຄມີສາດ
ເປັນສາຂາທີ່ສຶກສາ ກ່ຽວກັບວິທະຍາສາດເຄມີສາດ, ເຕັກໂນໂລຊີ ທີ່ທັນສະໄໝ ສ້າງນັກວິຊາການໃຫ້ມີຄວາມຮູ້ – ຄວາມສາມາດ, ມີທັກສະໃນການປະຕິບັດ ແລະ ການຈັດການວິຊາຊີບໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ
ຊີວະວິທະຍາ
ສ້າງນັກວິຊາການດ້ານການຄົ້ນຄວ້າ ກ່ຽວກັບສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ເຕັກໂນໂລຊີທີ່ທັນສະໄໝ, ວິທະຍາສາດສິ່ງແວດລ້ອມ, ຊັບພະຍາ ກອນທໍາມະຊາດຂອງຊາດ ໃຫ້ມີການນໍາໃຊ້ຢ່າງມີປະສິດທິຜົນ ແລະ ຍືນຍົງ ມີຄວາມຮູ້, ຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະແມ່ນການພັດທະນາເສດຖະກິດ -ສັງຄົມ, ຊຸມຊົນ, ປົກປັກຮັກສາສິ່ງແວດລ້ອມ
ຄະນິດສາດ
ເປັນວິຊາທີ່ສຶກສາ ກ່ຽວກັບ ຄະນິດສາດ, ເຕັກໂນໂລຊີທີ່ທັນສະໄໝ, ມີຄວາມຮູ້, ຄວາມສາມາດ ໃນການນໍາໃຊ້ຄອມພິວເຕີ, ການນໍາໃຊ້ສະຖິຕິ ທີ່ເປັນພື້ນຖານໃນການຄົ້ນຄວ້າວິໄຈທາງວິທະຍາສາດ ທີ່ມີຄຸນະພາບສູງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງ, ຕ້ອງການ ຂອງການພັດທະນາເສດຖະກິດ – ສັງຄົມ, ຕະຫຼາດແຮງງານ ໃນຂອບເຂດທົ່ວປະເທດ ແລະ ພາກພື້ນ.
ຟີຊິກສາດ
ເປັນວິຊາທີ່ສຶກສາ ກ່ຽວກັບວິທະຍາສາດສາຂາຟີຊິກສາດ, ປາກົດການທາງທໍາມະຊາດ, ເຕັກໂນໂລຊີທີ່ທັນສະໄໝ, ວິທະຍາສາດສິ່ງແວດລ້ອມ, ຊັບພະຍາກອນທໍາມະຊາດເພື່ອມາຮັບໃຊ້ສັງຄົມ, ແກ້ໄຂບັນຫາຕ່າງໆຢ່າງມີເຫດຜົນ ແບບວິທະຍາສາດທີ່ຕອບສະໜອງໄດ້ໂຄງປະ ກອບທາງດ້ານການພັດທະນາເສດຖະກິດ – ສັງຄົມ ແລະ ຕະຫຼາດແຮງງານ.
ຄະນະເຕັກໂນໂລຊີຂໍ້ມູນຂ່າວສານ
ຄະນະເຕັກໂນໂລຊີຂໍ້ມູນຂ່າວສານ, ຂຽນຊື່ຫຍໍ້ວ່າ “ຄຕຂ” (ພາສາອັງກິດ: Faculty of Information Technology ຂຽນຫຍໍ້ວ່າ: “FIT”) ເປັນສູນການສຶກສາຫາຄວາມຮູ້ດ້ານວິທະຍາສາດເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ເຊິ່ງ ຢູ່ພາຍໃນກົງຈັກການຈັດຕັ້ງ ຂອງ ມະຫາວິທະຍາໄລສະຫວັນນະເຂດ ແລະ ໃຕ້ການຊີ້ນຳ ຂອງ ທ່ານອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ. ມີພາລະບົດບາດຈັດຕັ້ງການຮຽນ-ການສອນເພື່ອກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າ ແລະ ນັກວິທະຍາສາດດ້ານວິຊາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ. ພ້ອມນັ້ນກໍຍັງໃຫ້ບໍລິການດ້ານວິຊາການແກ່ສັງຄົມ.
ພາກວິຊາ
ຄະນະເຕັກໂນໂລຊີຂໍ້ມູນຂ່າວສານປະກອບດ້ວຍ 3 ພາກວິຊາຄື: ພາກວິຊາເຕັກໂນໂລຊີຂໍ້ມູນຂ່າວສານ, ພາກວິຊາເຕັກໂນໂລຊີສື່ປະສົມ-ພາບເຄື່ອນໄຫວ ແລະ ພາກວິຊາເຕັກໂນໂລຊີເຄືອຂ່າຍ
ພາກວິຊາເຕັກໂນໂລຊີຂໍ້ມູນຂ່າວສານ
ປະກອບມີ 1 ສາຂາວິຊາຄື:
ສາຂາ ເຕັກໂນໂລຊີຂໍ້ມູນຂ່າວສານ
ສ້າງນັກສຶກສາ ໃຫ້ມີຄວາມສາມາດ ໃນການພັດທະນາ ໂປຣແກຣມ , ພັດທະນາເວັບໄຊທ’, ນັກວິຊາການ ຄອມພິວເຕີ, ອອກແບບລະບົບຖານຂໍ້ມູນ , ຜູ້ເບິ່ງແຍງລະບົບເຄືອຂ່າຍ ຄອມພິວເຕີ ແລະ ຜູ້ປະກອບການ ດ້ານໄອທີ.
ພາກວິຊາເຕັກໂນໂລຊີສື່ປະສົມ-ພາບເຄື່ອນໄຫວ
ປະກອບມີ 1 ສາຂາວິຊາຄື:
ສາຂາເຕັກໂນໂລຊີສື່ປະສົມ ແລະ ພາບເຄື່ອນໄຫວ
ສ້າງນັກສຶກສາ ໃຫ້ມີຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດໃນການອອກແບບ ແລະ ສ້າງສັນສື່ ມັນຕິມີເດຍ ແລະ ສ້າງພາບເຄື່ອນໄຫວປະເພດຕ່າງໆ, ຜະລິດສື່ມັນຕິມີເດຍ ການພັດທະນາ ແລະ ອອກແບບ ເວັບໄຊທ໌ນັກວິຊາການ ຄອມພິວເຕີ, ອອກແບບ ກຣາຟິກ, ການສ້າງພາບເຄື່ອນໄຫວ 2 ມິຕິ, 3 ມິຕິ.
ພາກວິຊາເຕັກໂນໂລຊີເຄືອຂ່າຍ
ປະກອບມີ 1 ສາຂາວິຊາຄື:
ສາຂາ ເຕັກໂນໂລຊີເຄືອຂ່າຍ
ສ້າງນັກວິຊາການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ໃຫ້ມີຄວາມຮູ້, ຄວາມສາມດໃນການນຳໃຊ້ເຂົ້າໃນຊີວິດປະຈຳວັນ, ຄວາມຊຳນານໃນອອກແບບລະບົບເຄືອຂ່າຍຄອມພິວເຕີ, ລະບົບຖານຂໍ້ມູນຂັ້ນສູງ, ການພັດທະນາໂປຣແກຣມ, ການສ້າງເວັບໄຊ, ເນັດເວີກລະດັບອົງກອນ, ສຳນັກງານ ແລະ ທ້ອງຖິ່ນ
ຄະນະວິສະວະກຳສາດ
ວິສະວະກຳໄຟຟ້າ
ເນັ້ນສ້າງນັກວິຊາການ ໃນຂະແໜງການວິສະວະກໍາກົນຈັກທີ່ມີຄຸນນະພາບ ໃນວຽກງານການຄຸ້ມຄອງ – ບໍລິ ຫານ, ການວາງແຜນການຜະລິດ, ການອອກແບບ, ການນໍາໃຊ້ໃນວຽກງານວິສະວະກໍາກົນຈັກ, ສາມາດເຮັດວຽກຢູ່ກັບໂຮງງານກົນຈັກຕ່າງໆ ແລະ ອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ສາກົນ.
ວິສະວະກຳຂົນສົ່ງ
ສ້າງນັກສຶກສາໃຫ້ເປັນນັກວິຊາການ ທີ່ມີຄວາມຮູ້ – ຄວາມສາມາດໃນດ້ານການວາງແຜນ, ອອກແບບການກກໍ່ສ້າງ ແລະ ປະເມີນຄວາມຕ້ອງການດ້ານການຂົນສົ່ງການວິເຄາະ ແລະ ພັດທະນາຂະບວນການຂົນສົ່ງມວນຊົນ ຫຼັງຈາກຮຽນຈົບຫຼັກສູດແລ້ວສາມາດເຮັດວຽກຢູ່ກັບ ອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ສາກົນທີ່ກ່ຽວຂ້ອງກັບການຂົນສົ່ງ
[accordions id=’863′]