ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ດໍາເນີນການສອນຫຼັກສູດປະລິນຍາໂທຂອງ ມຂ 2 ຫຼັກສູດຄື:
1) ພັດທະນາເສດຖະກິດຊົນນະບົດ (Apply Now)
2) ບໍລິຫານການສຶກສາ ແລະ ພັດທະນາ (Apply Now)
ນອກນັ້ນທາງ ມຂ ໄດ້ຮ່ວມມືກັບ ມະຫາວິທະຍາໄລເຫວ້ (ສສ. ຫວຽດນາມ) ໃນການເປີດສອນຫຼັກສູດ ປ.ໂທ ວິທະຍາສາດສິ່ງແວດລ້ອມ ເປັນຫຼັກສູດທີ 3 ແລະ ກຳລັງວາງແຜນຈະຂະຫຍາຍ-ພັດທະນາຫຼັກສູດອື່ນໆ ຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນອະນາຄົດອັນໃກ້ນີ້. ສະນັ້ນ, ເພື່ອເຮັດໃຫ້ວາງແຜນພັດທະນາຫຼັກສູດມີຄວາມສອດຄ່ອງກັບຄວາມຕ້ອງການ; ມຂ ຈຶ່ງສະເໜີຂໍຄວາມຮ່ວມມືນໍາບັນດາທ່ານຊ່ວຍສະລະເວລາຕອບແບບສອບຖາມຕໍ່ໄປນີ້ ເພື່ອເປັນຂໍ້ມູນນໍາສະເໜີຄະນະກໍາມະການບໍລິຫານຫຼັກສູດປະລິນຍາໂທຂອງ ມຂ ໃນການປັບປຸງ, ພັດທະນາຫຼັກສູດຕໍ່ໄປ.
ແຈ້ງການເປີດຮັບສະໝັກສອບເສັງເຂົ້າສຶກສາຕໍ່ລະດັບປະລິນຍາໂທ 2 ສາຂາຄື:
#ສາຂາພັດທະນາເສດຖະກິດຊົນນະບົດ
#ສາຂາບໍລິຫານການສຶກສາ
#ຮຽນພາກວັນເສົາວັນທິດ



020 2224 3393 (ອຈ ສຸກສາຄອນ)
020 7818 9620 (ອຈ ແສງສະຫວ່າງ)
020 9556 6787 (ອຈ ພາວະດີ)
020 5559 7839 (ອຈ ສອນປະສິດ)
020 9255 6497 (ອຈ ທິບພາວັນ)
Brochure-Research-postgraduatenull