• Nikon-JICA Scholarship was established with the aim of cultivating human talent that will support the future of Laos, while also strengthening the friendly ties between Laos and Japan. Every year, this program provides scholarships for 40 students.

ບໍລິສັດເບຍລາວ ຈໍາກັດ  ມອບທຶນການສຶກສາ ແກ່ນັກສຶກສາ ທີ່ຮຽນດີ ຮຽນເກັ່ງ 47 ຄົນຕໍ່ປີ

ວັນທີ 17 ທັນວາ 2020 ທີ່ ມະຫາວິທະຍາ ໄລສະຫວັນນະ ເຂດ, ບໍລິສັດເບຍລາວ ຈຳກັດ ໄດ້ພິທີມອບທຶນການສຶກສາໃຫ້ ນັກສຶກສາຂອງມະຫາວິທະຍາ ໄລສະຫວັນນະເຂດຄັ້ງທີ 11 ແລະນັກສຶກສາວິທະຍາໄລຄູ ສະຫວັນນະເຂດຄັ້ງທີ 5, ເຂົ້າ ຮ່ວມໃນພິທີມີ: ທ່ານ ຮສ.ປອ ຄູນ ສັກບົວວົງ ຮອງອະທິການ ບໍດີມະຫາວິທະຍາໄລສະຫວັນ ນະເຂດ, ທ່ານ ສົມພົງ ສີຈັນ ທອງທິບ ຮອງຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດ, ທ່ານ ໃຈເພັດ ບູລົມ ຜູ້ຈັດການ ຝ່າຍຂາຍປະຈຳພາກກາງບໍລິ ສັດເບຍລາວ ຈຳກັດ, ມີຄະນະ ກຳມະການ, ຄູ-ອາຈານ ແລະ ນັກສຶກສາຜູ້ທີ່ໄດ້ຮັບທຶນທັງ ສອງສະຖາບັນເຂົ້າຮ່ວມ.
ສຳລັບມະຫາວິທະຍາໄລ ສະຫວັນນະເຂດກອງທຶນ ການສຶກສາຈາກບໍລິສັດເບຍ ລາວ ຈຳກັດ ໄດ້ສ້າງຕັ້ງຂຶ້ນ ໃນປີ 2011 ຊຶ່ງປະກອບມີຄະ ນະກຳມະການຮັບຜິດຊອບ ກອງທຶນ 10 ທ່ານ ທີ່ມາຈາກ ການແຕ່ງຕັ້ງຈາກອະທິການ ບໍດີ ມຂ ແລະຄະນະກຳມະ ການກອງທຶນການສຶກສາ, ຊຶ່ງ ຜູ້ທີ່ຈະໄດ້ຮັບທຶນການສຶກສາ ຈະຕ້ອງມີມາດຖານເງື່ອນໄຂ ເປັນຕົ້ນແມ່ນຜົນການຮຽນ, ການປະພຶດຕົນ ແລະການ ເຄື່ອນໄຫວວຽກງານນອກ ຫຼັກສູດ ລວມໄປເຖິງການເຄື່ອນ ໄຫວວຽກງານໃນອົງການຈັດ ຕັ້ງມະຫາຊົນທີ່ນັກສຶກສາ ແຕ່ລະຄົນໄດ້ເຂົ້າສັງກັດ, ດ້ານ ການກວດກາຊີວະປະຫວັດ ສະຖານະຄອບຄົວ ແລະອື່ນໆ ເພື່ອສົມທຽບຊັ່ງຊາໃນການຕັດສິນໃນການຮັບເອົາທຶນການສຶກສາ, ໃນສົກສຶກສາ 2019-2020 ມຂ ມີ 8 ຄະ ນະ, ລວມທັງໝົດ 44ຫຼັກສູດ, ມີນັກສຶກສາທັງໝົດ 3.956 ຄົນ, ຍິງ 2.277 ຄົນ. ໃນສົກ ສຶກສາ 2019-2020 ໄດ້ຄັດ ເລືອກນັກສຶກສາເຂົ້າຮັບທຶນການສຶກສາຈາກບໍລິສັດເບຍ ລາວຈໍາກັດ ຈໍານວນ 45 ຄົນ, ຍິງ 31 ຄົນ, ໃນນີ້ປະກອບມີ 3 ຊົນເຜົ່າຄື: ເຜົ່າລາວ 41 ຄົນ, ມັງກອງ 1 ຄົນ ແລະເຜົ່າຜູ້ໄທ 3 ຄົນ ແລະໃນສຶກສາ 2019-2020 ກໍ່ໄດ້ມີນັກສຶກສາທີ່ໄດ້ ຮັບທຶນການສຶກສາຈາກບໍລິສັດເບຍລາວຈໍາກັດຮຽນຈົບ ຈໍານວນ 15 ຄົນ, ຍິງ 7 ຄົນ.
ສ່ວນວິທະຍາໄລຄູສະ ຫວັນນະເຂດເລີ່ມໄດ້ຮັບທຶນສະໜັບສະໜູນການສຶກສາ ຈາກບໍລິສັດເບຍລາວ ຈຳກັດ ແຕ່ສົກປີ 2015-2016 ຫາ 2019-2020 ລວມທັງໝົດ 100 ຄົນ, ຍິງ 66 ຄົນ; ເຊິ່ງສົກສຶກສາ 2019-2020 ມີຜູ້ໄດ້ຮັບທຶນຈໍານວນ 20 ຄົນ, ຍິງ 13 ຄົນ.
ການໃຫ້ທຶນຊ່ວຍເຫຼືອດ້ານ ການສຶກສາຂອງບໍລິສັດເບຍ ລາວ ຈຳກັດ ກໍ່ເພື່ອເປັນການກະ ຕຸ້ນໃຫ້ນັກສຶກສາແຂ່ງຂັນກັນ ຮ່ຳຮຽນ, ແຂ່ງຂັນກັນເຄື່ອນໄຫວວຽກງານນອກຫຼັກສູດ ເພື່ອຫວັງຊິງເອົາທຶນການສຶກ ສາດັ່ງກ່າວ ແລະເປັນການປະ ກອບສ່ວນອັນໃຫຍ່ຫຼວງໃນ ການສ້າງຊັບພະຍາກອນມະ ນຸດ ພ້ອມທັງເປັນການແບ່ງ ເບົາຄ່າໃຊ້ຈ່າຍໃນການຮ່ຳ ຮຽນຂອງຜູ້ທີ່ດ້ອຍໂອກາດອີກ ດ້ວຍ.