News

ໜັງສືແຈ້ງເຊີນເຂົ້າຮ່ວມປະມູນຈັດຊື້ໂຄງການ ASTRA

Advancing Strategic Management, Leadership and Fundraising in Higher Education in Asia (ASTRA) ແມ່ນໂຄງການເສີມສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ນຳພາໃນດ້ານການເງິນ ຂອງພາກການສຶກສາຊັ້ນສູງອາຊີ. ເປົ້າໝາຍລວມຂອງ ASTRA ແມ່ນເພື່ອສະນັບສະໜູນການດຳເນີນງານຂອງ ສະຖາບັນການສຶກສາຊັ້ນສູງໃນລາວ ໂດຍການເພີ່ມຂີດຄວາມສາມາດຂອງພະນັກງານໃຫ້ເຂົ້າເຖິງແຫຼ່ງທຶນ ໂດຍຜ່ານການໃຊ້ປະໂຫຍດຈາກໂຄງການຄົ້ນຄວ້າ ແລະ ພັດທະນາທີ່ໄດ້ຮັບທຶນຈາກຜູ້ໃຫ້ທຶນທີ່ກ່ຽວຂ້ອງໃນຂົງເຂດ ICT ແລະ ວິທະຍາສາດສັງຄົມ. ASTRA ຈະສ້າງຕັ້ງສູນການຄົ້ນຄວ້າ ແລະ ພັດທະນາຂື້ນໃນລາວ ກໍ່ຄືມະຫາວິທະຍາໄລສະຫວັນນະເຂດ ເພື່ອດຳເນີນງານດ້ານການຈັດຝຶກອົບຮົມໃນໄລຍະໂຄງການສ້າງ ຂີດຄວາມສາມາດ.

ເຝິກອົບຮົມລະບົບການຄວບຄຸມ PLC ຈັດໂດຍ ມະຫາວິທະຍາໄລຣູດສ໌ ປະເທດບູນກາລີ

ASEAN FACTORI 4.0 ເຝິກອົບຮົມລະບົບການຄວບຄຸມ PLC ຈັດໂດຍ ມະຫາວິທະຍາໄລຣູດສ໌ ປະເທດບູນກາລີ   Follow us https://asean-factori-erasmus-project.com/ ASEAN FACTORI 4.0 Eramus + project https://www.facebook.com/SKU-Asean-Factori-40-104060078464022/?ref=pages_you_manage

ພະນັກງານ ມຂ 4 ທ່ານ ຈະເຂົ້າຮ່ວມເຝິກອົບຮົມການນໍາໃຊ້ PLC ທີ່ປະເທດບູນກາລີ

ພະນັກງານ ມຂ 4 ທ່ານ ຈະເຂົ້າຮ່ວມເຝິກອົບຮົມ PLC ທີ່ປະເທດບູນກາລີ             ອີງຕາມແຜນການເຝິກອົບຮົມຂອງໂຄງການຜ່ານກຸ່ມປະເທດອາຊຽນ: ຜັນຈາກການເຝິກອົບຮົມລະບົບອັດຕະໂນມັດ ແລະ ການຄວບຄຸມສູ່ອຸດສາຫະກໍາ 4.0 – ASEAN FACTORI 4.0, , ມະຫາວິທະຍາໄລຣູດສ໌ (The University of Ruse “Angel Kanchev” – UR) ປະເທດ ບູນກາລີ ໃນນາມຄູ່ຮ່ວມມືຂອງໂຄງການຈະຈັດການເຝິກອົມຮົມຂຶ້ນ ລະຫວ່າງວັນທີ 5– 20 ມີນາ 2022. ມະຫາວິທະຍາໄລຣູດສ໌ ແມ່ນມະຫາວິທະຍາໄລຄູ່ຮ່ວມມືໜຶ່ງທີ່ສໍາຄັນຂອງໂຄງການ ASEAN FACTORI 4.0 ແລະ ເປັນເຈົ້າພາບໃນການຈັດເຝິກອົບຮົມໃຫ້ແກ່ມະຫາວິທະຍາໄລຄູ່ຮ່ວມມືຈາກ ສປປ ລາວ ແລະ ຣາຊະອະນາຈັກໄທ. ສໍາລັບມະຫາວິທະຍາໄລສະຫວັນນະເຂດ ຈະສົ່ງພະນັກງານຈໍານວນ 4 ທ່ານ ເພື່ອເຂົ້າຮ່ວມໃນການເຝິກອົບຮົມດັ່ງກ່າວເຊິ່ງແມ່ນອາຈານ ຈາກຄະນະວິສະວະກໍາສາດ ແລະ ຄະນະເຕັກໂນໂລຊີຂໍ້ມູນຂ່າວສານພາກສ່ວນລະ 2 ທ່ານ […]