4 ມະຫາວິທະຍາໄລ ເຂົ້າຮ່ວມກອງປະຊຸມເຜີຍແຜ່ຄົ້ນຄວ້າວິທະຍາສາດການສຶກສາແຫ່ງຊາດ

ທີ່ຫ້ອງປະຊຸມຂອງມະຫາ ວິທະຍາໄລສະຫວັນນະເຂດ ໃນວັນທີ 26 ພະຈິກ 2020, ບັນດາຄະນະຄູ-ອາຈານທີ່ມາ ຈາກຄະນະສຶກສາສາດຂອງ 4 ມະຫາວິທະນາໄລຄື: ມະຫາ ວິທະຍາໄລແຫ່ງຊາດ, ມະຫາ ວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສຸພານຸວົງ ແລະມະຫາວິທະຍາໄລຈຳປາ ສັກໄດ້ເຂົ້າຮ່ວມກອງປະຊຸມ ເຜີຍແຜ່ຄົ້ນຄວ້າວິທະຍາສາດ ການສຶກສາແຫ່ງຊາດ, ຈຸດສົງ ຂອງການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອສຶກສາປະສິດທິພາບ ຂອງການນຳໃຊ້ບົດຮຽນຕ່າງໆ ເຂົ້າໃນການຮຽນ-ການສອນ ແລະການຖອດຖອນບົດຮຽນ ເຊິ່ງກັນ ແລະກັນລະຫວ່າງຄະ ນະສຶກສາສາດຈາກມະຫາວິ ທະຍາໄລແຫ່ງຕ່າງໆເພື່ອນຳ ມາປັບໃຊ້ເຂົ້າໃນການຮຽນ-ການສອນໃນຄະນະສຶກສາ ສາດຂອງແຕ່ລະມະຫາວິທະ ຍາໄລໃຫ້້ເໝາະສົມ.
ໃນໂອກາດນີ້, ໄດ້ຮັບກຽດ ເຂົ້າຮ່ວມໂດຍທ່ານ ນາງ ຂັນ ທະລີ ສິລິພົງພັນ ຮອງລັດຖະ ມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ປອ ສຸລິຍົງ ໄຊໂກສີ ວ່າການອະທິການບໍດີ ມະຫາວິທະຍາໄລສະຫວັນນະ ເຂດ ພ້ອມດ້ວຍຄະນະສຶກສາ ສາດຈາກ 4 ມະຫາວິທະຍາ ໄລ ພ້ອມດ້ວຍຕົວແທນຈາກວິ ທະຍາໄລຄູແຫ່ງຕ່າງໆໃນທົ່ວ ປະເທດເຂົ້າຮ່ວມ. ກ່ອນເຂົ້າປະ ຊຸມຢ່າງເປັນທາງການ, ທ່ານ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະກິລາກໍ່ໄດ້ ບັນຍາຍພິເສດໃນຫົວຂໍ້ “ທ່າອ່ຽງໃນການພັດທະນາ ການສຶກສາລາວ”. ຈາກນັ້ນ, ຜູ້ ເຂົ້າຮ່ວມກອງປະຊຸມກໍ່ໄດ້ ແບ່ງ ຫ້ອງຮຽນອອກເປັນ 4 ຫ້ອງ ເພື່ອຄົ້ນຄວ້າແລ້ວໃຫ້ຜູ້ແທນ ກອງປະຊຸມແຕ່ລະແຂວງໄດ້ ສະເໜີຜົນການຄົ້ນຄວ້າວິໄຈ ຂອງຕົນນຳອອກມາແລກປ່ຽນ ບົດຮຽນເຊິ່ງກັນ ແລະກັນເປັນ ຕົ້ນ: ຜົນການນຳໃຊ້ E-Learning ເຂົ້າໃນການຮຽນ-ການສອນ ໃນຊ່ວງລະບາດໂຄວິດ 19, ປຽບທຽບການນຳໃຊ້ທິດສະ ດີການສອນດົນຕີຂອງໂຊຕານ ໂຄດາຍ, ການພັດທະນາຊຸດກິດ ຈະກຳການຮຽນຮູ້ຕາມຍຸດທະ ວິທີເມຕາຄັອກນີຊັນ ເພື່ອສົ່ງ ເສີມການອ່ານພາສາອັງກິດ, ນອກນັ້ນຍັງມີການຈັດການ ຮຽນ-ການສອນ ໂດຍນຳໃຊ້ Google Class Room ໃນ ວິຊາ ໄອຊີທີ ສຳລັບນັກສຶກສາ ຄູປະຖົມວິທະຍາໄລຄູປາກເຊ, ການພັດທະນາກິດຈະກຳການ ຮຽນ-ການສອນຄະນິດສາດ ກ່ຽວກັບສະຖິຕິທີ່ເນັ້ນໃຫ້ນັກ ຮຽນເປັນຜູ້ສ້າງຄວາມຮູ້ດ້ວຍ ຕົນເອງໂດຍໃຊ້ຮູບແບບທີມ ແຂ່ງຂັນ, ສຶກສາຜົນການນຳ ໃຊ້ວິທີສິດສອນແບບ SQ3R, ນອກນັ້ນຍັງມີຫຼາຍໆຫົວຂໍ້ທີ່ ເປັນຫົວຂໍ້ສຳຄັນເພື່ອນຳມາ ແລກປ່ຽນເຊິ່ງກັນ ແລະກັນລະ ຫວ່າງ 4 ມະຫາວິທະຍາໄລ.

Leave a Reply

Your email address will not be published. Required fields are marked *