SKU
2
SKU4
SKU6

ມຂ ວາງສີລາລຶກໂຄງການກໍ່ສ້າງ ມຂ ວິທະຍາເຂດໜອງຜື

ໃນຕອນເຊົ້າຂອງວັນທີ 18 ທັນວາ 2020 ນີ້, ມະຫາ ວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງ ມຂ ວິທະຍາ ເຂດໜອງຜື, ໃຫ້ກຽດເປັນປະ ທານໃນພິທີໂດຍທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດ ຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ປອ ສຸລິຍົງ ໄຊໂກສີວ່າການອະທິ ການບໍດີ ມຂ, ມີອະທິການບໍດີມະຫາວິ ທະຍາໄລຈໍາປາສັກ, ຕາງໜ້າ ໂຄງການຮັບເໝົາກໍ່ສ້າງ (CZICC), ພະນັກງງານ ຄູ-ອາ ຈານ ແລະ ນັກສຶກສາພາຍໃນ ມຂ ເຂົ້າ ຮ່ວມຢ່າງຫຼວງຫຼາຍ. ທ່ານ ປອ ສຸລິຍົງ ໄຊໂກສີ ກໍ່ໄດ້ລາຍງານແຜນການກໍ່ ສ້າງ ມຂ ວິທະຍາເຂດໜອງຜື ວ່າ: ເຈົ້າຂອງໂຄງການແມ່ນກະຊວງສຶກສາທິການ ແລະກິລາ, ໂດຍແມ່ນການສະໜັບສະໜູນ ຈາກທະນາຄານພັດທະນາ ອາຊີ ແລະທຶນຊ່ວຍເຫຼືອລ້າ. […]