– ທີ່ຕັ້ງ : ຊັ້ນ 2, ຫ້ອງ 205 ແລະ 209, ຕຶກສຳນັກງານອະທິການບໍດີ
– ຫົວໜ້າຫ້ອງການ:ທ່ານ ບຸນທົງ ແສງວິໄລຄຳ
– ຕິດຕໍ່ຫ້ອງການ: +856 30 5749238
ຫ້ອງການສັງລວມ ແລະ ຮ່ວມມື ເປັນໜຶ່ງໃນຈຳນວນ 2 ຫ້ອງການທີ່ຂຶ້ນກັບສຳນັກງານອະທິການບໍດີ ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານຮອງອະທິການບໍດີ ຕາມ ການມອບໝາຍຂອງອະທິການບໍດີ, ປະກອບດ້ວຍ 3 ພະແນກຄື:
1. ພະແນກບໍລິຫານ.
2. ພະແນກເລຂາ.
3. ພະແນກພົວພັນຕ່າງປະເທດ.
– ພາລະບົດບາດ
ຫ້ອງການສັງລວມ ແລະ ຮ່ວມມື ມີພາລະບົດບາດ ເປັນເສນາທິການໃຫ້ແກ່ທ່ານອະທິການບໍດີໃນວຽກງານການຄຸ້ມຄອງ.