SKU4
SKU5

Partnership for Forestry Higher Education Cooperation in Mekong Region (PARFROM)5

5 ມະຫາວິທະຍາໄລ ປະກອບມີ ມະຫາວິທະຍາແຫ່ງຊາດລາວ, ມະຫາວິທະຍາໄລ ສຸພານຸວົງ (ລາວ), ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລປ່າໄມ້ ປະເທດມຽນມາ ແລະ ມະຫາວິທະຍາໄລກະເສດສາດ ປະເທດໄທ, ໄດ້ຈັດກອງປະຊຸມປຶກສາຫາລືການຮ່ວມມືການສຶກສາຊັ້ນສູງກ່ຽວກັບດ້ານປ່າໄມ່ໃນຂົງເຂດແມ່ນ້ຳຂອງ ພາຍໃຕ້ໂຄງການການເຊື່ອມໂຍງຂອງບັນດາສະຖາບັນການສຶກສາຊັ້ນສູງ ແລະ ຄູ່ຮ່ວມມືສຳສັບການຮ່ວມມືການສຶກສາຊັ້ນສູງດ້ານປ່າໄມ້ໃນຂົງເຂດແມ່ນ້ຳຂອງ ເພື່ອຍົກລະດັບໃນການນຳໃຊ້ເຄື່ອງມືດ້ານການຮຽນ-ການສອນ ເປັນຕົ້ນແມ່ນເຄື່ອງມືການວັດແທກປ່າໄມ້, ຄອມພີວເຕີ, ເອກະສານການອ່ານໃນຫ້ອງສະໝຸດ ແລະ ຊ໊ອຟແວຕ່າງໆ ແນໃສ່ສົ່ງເສີມກິດຈະກຳການຄົ້ນຄວ້າວິໄຈ, ການລົງມືປະຕິບັດຕົວຈິງຂອງນັກສຶກສາ ແລະ ພະນັກງານໃນຂົງເຂດທ້ອງຖິ່ນ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມຫໍວັດທະນະທຳໄກສອນພົມວິຫານ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ຮສ.ປອ ບຸນປົງ ແກ້ວໂຣດົມ ອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ ພ້ອມດ້ວຍບັນດາອະທິການບໍດີຈາກ 5 ມະຫາວິທະຍາໄລ, ພະນັກງານ, ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການຮ່ວມມືການສຶກສາຊັ້ນສູງດ້ານປ່າໄມ້ໃນຂົງເຂດແມ່ນ້ຳຂອງ […]