ຫຼັກສູດພາກວິຊາທ່ອງທ່ຽວໂຮງແຮມ
ບໍລິຫານການໂຮງແຮມ (Bachelor of Arts in Hotel Program)
ລະບົບການສຶກສາຊັ້ນສູງ ໃນສາຂາການບໍລິຫານ ການໂຮງແຮມ ຜ່ານມາໄດ້ມີການຂະຫຍາຍຕົວ ແລະ ມີຈໍານວນນັກສຶກສາເພີ່ມຂຶ້ນທຸກໆປີ, ຄວາມຕ້ອງການບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດດ້ານການບໍລິ ຫານການໂຮງແຮມຂອງພາກສ່ວນລັດ ແລະ ເອກະຊົນ ໂດຍສະເພາະແມ່ນຫົວໜ່ວຍທຸລະກິດ ກໍ່ມີການເພີ່ມຂຶ້ນໃນທຸກໆປີ ແລະ ກໍ່ມີແນວໂນ້ມຈະເພີ່ມຂຶ້ນສູງໃນອະນາຄົດ, ຜ່ານມາການຈັດຕັ້ງການຮຽນ-ການສອນກ່ຽວກັບການບໍລິຫານການໂຮງແຮມ ກໍ່ໄດ້ມີການຈັດຕັ້ງຢູ່ໃນ 3 ມະຫາວິທະຍາໄລຄື: ມະຫາວິທະຍາໄລແຫ່ງຊາດ (ລະດັບປະລິນຍາຕຣີ), ມະຫາວິທະຍາໄລຈໍາປາສັກ (ລະດັບອະນຸປະລິນຍາ ຫຼື ຊັ້ນສູງ) ແລະ ມະຫາວິທະຍາໄລສຸພານຸວົງ (ລະດັບປະລິນຍາຕຣີ).
ຊື່ໃບປະກາດ:- ຊື່ເຕັມເປັນພາສາລາວ : ປະລິນຍາຕີສາຂາ ບໍລິຫານການໂຮງແຮມ
- ຊື່ເຕັມເປັນພາສາອັງກິດ : Bachelor of Arts in Hotel Program
- ຊື່ຫຍໍ້ເປັນພາສາລາວ: ປ ຕ ຮ
- ຊື່ຫຍໍ້ເປັນພາສາອັງກິດ: B.A.H
- ສ້າງນັກສຶກສາໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດ, ມີແນວຄິດການເມືອງທີ່ຖືກຕ້ອງ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີແນວຄິດຮັກຊາດ, ມີຄວາມສາມັກຄີ, ຮູ້ຮັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ສິ່ງແວດລ້ອມ ແລະ ມີຄວາມພາກພູມໃຈໃນຄວາມເປັນຊາດລາວ.
- ສ້າງໃຫ້ນັກສຶກສາມີຄວາມຮູ້, ຄວາມສາມາດດ້ານວິຊາການກ່ຽວກັບການບໍລິຫານການໂຮງແຮມ, ສາມາດຈັດຕັ້ງປະຕິບັດ ແລະ ຄຸ້ມຄອງ.
- ເພື່ອກໍ່ສ້າງພະນັກງານ ແລະ ນັກວິຊາການທາງດ້ານການບໍລິຫານການໂຮງແຮມໃຫ້ນັບມື້ນັບເຂັ້ມແຂງ, ສາ ມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດ ຖະບານ ແລະ ສາມາດສ້າງລະບົບວຽກງານ ທີ່ກ່ຽວຂ້ອງກັບການໂຮງແຮມຂອງປະເທດເຮົາໃຫ້ເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນະພາບ.
- ຜູ້ທີ່ສໍາເລັດການສຶກສາໃນດ້ານສາຂາວິຊານີ້ ສາມາດເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດສາມາດນໍາພາເພື່ອນຮ່ວມງານ ເຮັດວຽກເປັນໝູ່ຄະນະ, ດໍາເນີນທຸລະກິດດ້ວຍຕົນເອງ, ເປັນການນໍາໃນລະດັບຕ່າງໆ ຕາມສະພາບຄວາມເປັນຈິງ, ສາມາດນໍາໃຊ້ເຕັກໂນໂລຢີທັນສະໄໝ ແລະ ມີສ່ວນຮ່ວມໃນການກໍານົດນະໂຍບາຍທາງດ້ານການໂຮງແຮມ ຂອງສປປລາວ ໃນຕໍ່ໜ້າ.
- ຫຼັກສູດປະລິນຍາຕີສາຂາວິທະຍາສາດສັດມີເປົ້າໝາຍເພື່ອສ້າງນັກສຶກສາດ້ານການລ້ຽງສັດ ທີ່ປະກອບດ້ວຍຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ກາຍເປັນພະນັກງານວິຊາການທີ່ດີ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ຂະແໜງການທີ່ກ່ຽວຂອງ ແລະ ກຽມພ້ອມຮັບໃຊ້ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານຂອງ ສປປ ລາວ, ສ້າງນັກສຶກສາໃຫ້ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຕາມເນື້ອໃນຂອງ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາເພື່ອໃຫ້ນັກສຶກສາກາຍເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີແນວຄິດການເມືອງຖືກຕ້ອງ, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີແນວຄິດຮັກຊາດ, ມີຄວາມສາມັກຄີ, ຮູ້ຮັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ສິ່ງແວດລ້ອມ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ, ສ້າງໃຫ້ນັກສຶກສາມີຄວາມຮູ້ຄວາມສາມາດດ້ານວິຊາການໃນລະດັບປະລິນຍາຕີກ່ຽວກັບການລ້ຽງສັດ, ຄວາມຊຳນານທາງດ້ານເຕັກນິກ, ວິຊາການໃນສາຂາດັ່ງກ່າວຢ່າງເລິກເຊິ່ງ ແລະ ມີຄວາມສາມາດດ້ານການວາງແຜນ, ການຈັດການໃນການລ້ຽງສັດ, ການວິນິໄສ, ປ້ອງກັນດ້ານພະຍາດສັດ, ສາມາດຈັດຕັ້ງປະຕິບັດ, ຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນຜົນ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ
- ນັກວິຊາການ ທີ່ມີຄວາມຮູ້ຄວາມສາມາດ, ມີທັກສະໃນດ້ານບໍລິຫານ ແລະ ການບໍລິການ ໂຮງແຮມ ທີ່ມີປະສິດທິພາບ.ນັກສຶກສາທີ່ຮຽນຈົບຈາກສາຂານີ້ ສາມາດໄປປະກອບວຽກງານໃນສຳນັກງານກົມກອງ ບໍລິສັດ ຫຼື ໂຮງແຮມ ທີ່ເຮັດໜ້າທີກ່ຽວກັບການໂຮງແຮມ ກໍຄືໃນຂອບເຂດ ວຽກງານການບໍລິການຕ່າງໆ. ນອກຈາກນີ້ ຍັງສ້າງໂອກາດ ແລະ ເງື່ອນໄຂໃຫ້ຜູ້ຮຽນຈົບຫຼັກສູດນີ້ສາມາດສືບຕໍ່ສຶກສາໃນລະດັບສູງຂື້ນໄປໄດ້.
- ນັກສຶກສາທີ່ຮຽນຈົບຈາກສາຂານີ້ ສາມາດໄປປະກອບວຽກງານໃນສຳນັກງານກົມກອງ ບໍລິສັດ ຫຼື ໂຮງແຮມ ທີ່ເຮັດໜ້າທີກ່ຽວກັບການໂຮງແຮມ ກໍຄືໃນຂອບເຂດ ວຽກງານການບໍລິການຕ່າງໆ. ນອກຈາກນີ້ ຍັງສ້າງໂອກາດ ແລະ ເງື່ອນໄຂໃຫ້ຜູ້ຮຽນຈົບຫຼັກສູດນີ້ສາມາດສືບຕໍ່ສຶກສາໃນລະດັບສູງຂື້ນໄປໄດ້.




ຫຼັກສູດນີ້ເປັນ ຫຼັກສູດທີ່ມີລະຍະເວລາການສຶກສາຕ່ຳສຸດ 4 ປີ ຫຼື 8 ພາກຮຽນໃຊ້ເວລາສຸງສຸດບໍ່ເກີນ 5ປີ ຫຼື 10 ພາກຮຽນແລະຮຽນໃນ ຫຼັກສູດນີ້ບໍ່ຕ່ຳກ່ວາ 120 ໜ່ວຍກິດ.
ສາຂາວິຊາບໍລິຫານ ການທ່ອງທ່ຽວ (Bachelor of Arts in Tourism Program)
ສ້າງນັກສຶກສາໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດ, ມີແນວຄິດການເມືອງທີ່ຖືກຕ້ອງ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີແນວຄິດຮັກຊາດ, ມີຄວາມສາມັກຄີ, ຮູ້ຮັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ສິ່ງແວດລ້ອມ ແລະ ມີຄວາມພາກພູມໃຈໃນຄວາມເປັນຊາດລາວ.
ສ້າງໃຫ້ນັກສຶກສາມີຄວາມຮູ້, ຄວາມສາມາດດ້ານວິຊາການກ່ຽວກັບການບໍລິຫານການທ່ອງທ່ຽວ, ສາມາດຈັດຕັ້ງປະຕິບັດ ແລະ ຄຸ້ມຄອງ.
ການບໍລິຫານທຸລະກິດແມໍ່ນວຽກງານການອາຊີບໜຶໍ່ງ ໃນລະບ ບກ ງຈັກບໍລິຫານວຽກງານທາງ ການບໍລິຫານທີໍ່ມີບ ດບາດສໍາຄັນຕໍໍ່ຂະບວນການບໍລິຫານຄຸ້ມຄອງເສດຖະກິດ-ສັງຄ ມ ແລະ ສ້າງສາ ພັດທະນາປະເທດຊາດໃນຫ າຍໆຂະແໜງການ. ວຽກງານການບໍລິຫານແມໍ່ນວຽກງານໜ ໍ່ງທີໍ່ມີບ ດບາດ ສູງໃນການບໍ ລິຫານຊຸກຍູ້ສ ໍ່ງເສີມທຸກໆວຽກງານ ໃຫ້ສາມາດປະຕິດບັດແຜນງານໃຫ້ບັນລຸເປ ້າໝາຍທີໍ່ ວາງໄວ້, ໂດຍມີການນໍາໃຊ້ວິທະຍາສາດເຕັກໂນໂລຊີລະບ ບຂໍ້ມູນຂໍ່າວສານ. ໃນການຫັນປໍ່ຽນທາງດ້ານ ເສດຖະກິດ-ສັງຄ ມ ສາມາດເກີດຂຶ້ນໄດ້ຢູໍ່ຕະຫ ອດເວລາ ແລະ ນໍາມາວິເຄາະເພ ໍ່ອເປັນແນວທາງໃນ ການກະຕວງເຫດການທີໍ່ຈະເກີດຂຶ້ນໃນປັດຈຸບັນກໍໍ່ຄ ອະນາຄ ດແລ້ວຊອກຫາວິທີແກ້ໄຂ ແລະ ດໍາເນີນ ງານ ໃຫ້ຄວາມສອດຄໍ່ອງກັບສະພາບການ ໃນແຕໍ່ລະໄລຍະ.
ເພື່ອກໍ່ສ້າງພະນັກງານ ແລະ ນັກວິຊາການທາງດ້ານການບໍລິຫານການທ່ອງທ່ຽວໃຫ້ນັບມື້ນັບເຂັ້ມແຂງ, ສາ ມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດ ຖະບານ ແລະ ສາມາດສ້າງລະບົບວຽກງານ ທີ່ກ່ຽວຂ້ອງກັບການທ່ອງທ່ຽວຂອງປະເທດເຮົາໃຫ້ເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນະພາບ.
ຜູ້ທີ່ສໍາເລັດການສຶກສາໃນດ້ານສາຂາວິຊານີ້ ສາມາດເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະ ເທດ, ສາມາດນໍາພາເພື່ອນຮ່ວມງານ ເຮັດວຽກເປັນໝູ່ຄະນະ, ດໍາເນີນທຸລະກິດດ້ວຍຕົນເອງ, ເປັນການນໍາໃນລະດັບຕ່າງໆ ຕາມສະພາບຄວາມເປັນຈິງ, ສາມາດນໍາໃຊ້ເຕັກໂນໂລຢີທັນສະໄໝ ແລະ ມີສ່ວນຮ່ວມໃນການກໍານົດນະໂຍບາຍທາງດ້ານການທ່ອງທ່ຽວ ຂອງສປປລາວ ໃນຕໍ່ໜ້າ.
ນັກວິຊາການ ທີ່ມີຄວາມຮູ້ຄວາມສາມາດ, ມີທັກສະໃນດ້ານບໍລິຫານ ແລະ ການບໍລິການ ການທ່ອງທ່ຽວ ແລະ ໂຮງແຮມ ທີ່ມີປະສິດທິພາບ.ນັກສຶກສາທີ່ຮຽນຈົບຈາກສາຂານີ້ ສາມາດໄປປະກອບວຽກງານໃນສຳນັກງານກົມກອງ ບໍລິສັດ ທີ່ເຮັດໜ້າທີກ່ຽວກັບການທ່ອງທ່ຽວ ກໍຄືໃນຂອບເຂດ ວຽກງານການບໍລິການຕ່າງໆ. ນອກຈາກນີ້ ຍັງສ້າງໂອກາດ ແລະ ເງື່ອນໄຂໃຫ້ຜູ້ຮຽນຈົບຫຼັກສູດນີ້ສາມາດສືບຕໍ່ສຶກສາໃນລະດັບສູງຂື້ນໄປໄດ້.
ຊື່ໃບປະກາດ:- ຊື່ເຕັມເປັນພາສາລາວ: ປະລິນຍາຕີສາຂາບໍລິຫານ ການທ່ອງທ່ຽວ
- ຊື່ເຕັມເປັນພາສາອັງກິດ: Bachelor of Arts in Tourism Program
- ຊື່ຫຍໍ້ເປັນພາສາລາວ: ປ ຕ ທ
- ຊື່ຫຍໍ້ເປັນພາສາອັງກິດ: B.A.T
- ການທັດສະນະສຶກສາ ຢູ່ສະຖານທີ່ສໍາຄັນທາງວິຊາການຕ່າງໆ (ສະຖານທີ່ທ່ອງທ່ຽວທໍາມະຊາດຕ່າງໆ, ສະຖາບັນບໍລິການການທ່ອງທ່ຽວ)
- ການຝຶກປະສົບການທ້າຍພາກຮຽນ (ລົງຫ້ອງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ 2 ອາທິດຊ່ວງພັກພາກຮຽນ 1 ປີ 3)
- ກິດຈະກໍາ ຕ້ອນຮັບວັນສໍາຄັນຂອງຊາດ ແລະ ສາຂາ
- ນັກສຶກສາທີ່ຮຽນຈົບຈາກສາຂານີ້ ສາມາດໄປປະກອບວຽກງານໃນສຳນັກງານກົມກອງ ບໍລິສັດ ທີ່ເຮັດໜ້າທີກ່ຽວກັບການທ່ອງທ່ຽວ ກໍຄືໃນຂອບເຂດ ວຽກງານການບໍລິການຕ່າງໆ. ນອກຈາກນີ້ ຍັງສ້າງໂອກາດ ແລະ ເງື່ອນໄຂໃຫ້ຜູ້ຮຽນຈົບຫຼັກສູດນີ້ສາມາດສືບຕໍ່ສຶກສາໃນລະດັບສູງຂື້ນໄປໄດ້.




ຫຼັກສູດນີ້ເປັນ ຫຼັກສູດທີ່ມີລະຍະເວລາການສຶກສາຕ່ຳສຸດ 4 ປີ ຫຼື 8 ພາກຮຽນໃຊ້ເວລາສຸງສຸດບໍ່ເກີນ 5ປີ ຫຼື 10 ພາກຮຽນແລະຮຽນໃນ ຫຼັກສູດນີ້ບໍ່ຕ່ຳກ່ວາ 120 ໜ່ວຍກິດ.