ຄູວິທະຍາສາດການເມືອງ
ຫຼັກສູດປະລິນຍາຕີ ສຶກສາສາດ ສາຂາວິຊາ ຄູວິທະຍາສາດການເມືອງ ()
ສາຂາວິຊາຄູວິທະຍາສາດການເມືອງໃຫ້ການສຶກສາດ້ານການເມືອງ, ການປົກຄອງ, ເສດຖະກິດ ແລະ ສັງຄົມ ພາຍໃນແລະຕ່າງປະເທດຕະຫຼອດເຖິງຫຼັກການ, ແນວຄິດ, ທິດສະດີຕ່າງໆ ທີ່ກ່ຽວຂ້ອງກັບການເມືອງ, ການບໍລິຫານທົ່ວໄປລະດັບປະເທດແລະລະດັບນານາຊາດ ເພື່ອໃຫ້ຜູ້ທີ່ສົນໃຈສຶກສາສາມາດນຳຄວາມຮູ້ໄປປະຍຸກໃຊ້ເພື່ອປະໂຫຍດໃນການວິເຄາະ ແລະ ປະອະທິບາຍປະກົດການທາງດ້ານການເມືອງທັງໃນລະດັບປະເທດແລະລະຫວ່າງປະເທດໄດ້ຢ່າງຖືກຕ້ອງຕາມຫຼັກວິຊາການ ແລະຮ່ວມກັນພັດທະນາປະເທດຊາດຕາມແນວທາງລະບອບສາທາລະນະລັດ ປະຊາທິປະໄຕໃຫ້ຈະເລີນກ້າວໜ້າຕະຫຼອດໄປ.
ຊື່ໃບປະກາດ:- ຊື່ເຕັມເປັນພາສາລາວ : ປະລິນຍາຕີ ສຶກສາສາດ ສາຂາວິຊາ ຄູວິທະຍາສາດການເມືອງ
- ຊື່ເຕັມເປັນພາສາອັງກິດ : -
- ຊື່ຫຍໍ້ເປັນພາສາລາວ: -
- ຊື່ຫຍໍ້ເປັນພາສາອັງກິດ: -
- ຜູ້ທີ່ຈະສຶກສາໃນສາຂາວິຊາຄູວິທະຍາສາດການເມືອງ ຄວນມີຄວາມສົນໃຈໃນສະຖານະການບ້ານເມືອງ, ສະຖານະການໂລກ, ເປັນຜູ້ຕິດຕາມຂ່າວສານຢ່າງສະໝໍ່າສະເໜີ, ມີຄວາມຄິດລິເລີ່ມມັກການວິເຄາະ, ຮູ້ຈັກຮັບຟັງ ແລະ ເຄົາລົບຄວາມຄິດເຫັນຂອງຜູ້ອື່ນ.
- ຄູສອນດ້ານວິຊາວິທະຍາສາດການເມືອງ
- ນັກວິຊາການດ້ານການສຶກສາ
- ນັກວິເຄາະນະໂຍບາຍແລະແຜນການ
- ນັກຂ່າວ/ນັກຂຽນສາລະຄະດີດ້ານວິທະຍາສາດການເມືອງ
- ນັກວິໄຈອິດສະຫຼະ
- ອາຊີບອິດສະຫຼະ
- ສຶກສາຕໍ່ລະດັບທີ່ສູງຂຶ້ນທັ້ງໃນແລະຕ່າງປະເທດ




ໄລຍະເວລາການສຶກສາ: 4 ປີ ຈໍານວນໜ່ວຍກິດທັງໝົດ: 142 ໜ່ວຍກິດ