ສາຂາຄູປະຫວັດສາດ

ຫຼັກສູດປະລິນຍາຕີ ສຶກສາສາດ ສາຂາວິຊາ ຄູປະຫວັດສາດ ()

ປະຫວັດສາດມີຄວາມສຳພັນກັບພຶດຕິກຳຂອງສັງຄົມມະນຸດທີ່ເຊື່ອມໂຍງລະຫວ່າງອາດີດ, ປັດຈຸບັນ ແລະ ອານາຄົດ ເວົ້າອີກຢ່າງໜຶ່ງກໍຄື ສັງຄົມມະນຸດໃນປັດຈຸບັນລ້ວນເປັນຜົນມາຈາກການກະທຳຂອງມະນຸດໃນອາດີດ ແລະ ອາດສົ່ງຜົນກະທົບທີ່ຄາດວ່າ ຈະເກີດຂຶ້ນໃນອານາຄົດ ດັ່ງນັ້ນ ການສຶກສາອາດີດຂອງສັງຄົມມະນຸດຄືຄວາມພະຍາຍາມເຂົ້າໃຈປັດຈຸບັນ ໂດຍອາໄສວິທີການສືບຄົ້ນເລື່ອງລາວໃນອາດີດຢ່າງເປັນລະບົບ ຈາກຮ່ອງຮອຍຫຼັກຖານທີ່ຫຼົງເຫຼືອຢູ່ເຊິ່ງເອີ້ນວ່າ ວິທີການທາງປະຫວັດສາດ (Historical Method)
ຊື່​ໃບ​ປະ​ກາດ:
  • ຊື່​ເຕັມ​ເປັນ​ພາສາ​ລາວ​ : ປະລິນຍາຕີ ພາສາສາດ ສາຂາວິຊາ ຄູປະຫວັດສາດ
  • ຊື່​ເຕັມ​ເປັນ​ພາສາອັງ​ກິດ : -​
  • ຊື່​ຫຍໍ້​ເປັນ​ພາສາ​ລາວ: -
  • ຊື່​ຫຍໍ້​ເປັນ​ພາສາ​ອັງກິດ: -
ພາລະບົດບາດ ແລະໜ້າທີ່:
  • ຫຼັກສູດນີ້ ມຸ່ງເນັ້ນໃຫ້ຜູ້ຮຽນມີຄວາມຮູ້ຄວາມເຂົ້າໃຈເລື່ອງລາວປະຫວັດສາດຕ່າງໆ ຢ່າງຖືກຕ້ອງ ເລິກເຊິ່ງ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ຮຽນຢ່າງຫຼາກຫຼາຍບໍ່ວ່າຜູ້ມີຈຸດປະສົງຈະເປັນນັກປະຫວັດສາດມືອາຊີບຫຼືຕ້ອງການປະຍຸກຄວາມຮູ້ເພື່ອນຳໄປໃຊ້ປະກອບອາຊີບອື່ນໆ.
ພາຍຫຼັງຮຽນຈົບສາຂານີ້ສາມາດປະກອບອາຊີບໄດ້ດັ່ງນີ້:
  • ຄູສອນດ້ານວິຊາປະຫວັດສາດ
  • ນັກວິຊາການດ້ານປະຫວັດສາດ
  • ນັກຂ່າວ/ນັກຂຽນສາລະຄະດີດ້ານປະຫວັດສາດ
  • ໄກນຳທ່ຽວດ້ານວັດທະນະທຳ
  • ນັກວິໄຈ
  • ອາຊີບອິດສະຫຼະ
  • ສຶກສາຕໍ່ລະດັບປະລິນຍາໂທແລະລົງເລິກໃນສາຂາທີ່ກ່ຽວຂ້ອງ
title
title
title
title
title
title
title
title
ໄລຍະ​ເວລາ​ການ​ສຶກສາ:
ໄລຍະເວລາການສຶກສາ: 4 ປີ ຈໍານວນໜ່ວຍກິດທັງໝົດ: 144 ໜ່ວຍກິດ