ຄູພູມສາດ

ຫຼັກສູດປະລິນຍາຕີ ສຶກສາສາດ ສາຂາວິຊາ ຄູພູມສາດ ()

ພູມສາດນັບວ່າເປັນວິຊາທີ່ເກົ່າແກ່ທີ່ສຸດສາດໜຶ່ງຂອງໂລກ ມັນກຳເນີດຂຶ້ນຕັ້ງແຕ່ສະໄໝເກຼັກບູຮານ ເປັນການສຶກສາຄວາມສຳພັນລະຫວ່າງມະນຸດກັບສິ່ງແວດລ້ອມ ໂດຍອາໄສເຄື່ອງມືຕ່າງໆ (ເຕັກໂນໂລຊີທາງພູມີສາດ) ທີ່ກ່ຽວຂ້ອງມາຊ່ວຍການສຶກສາ.
         ສາຂາຄູພູມສາດຮຽນຮູ້ກ່ຽວກັບການສຶກສາປະກົດການທີ່ເກີດຂຶ້ນໃນພື້ນທີ່ທັງດ້ານກາຍະພາບ ແລະ ຊີວະພາບ ເຊັ່ນ ທໍລະນີວິທະຍາ, ອຸກກະສາດ, ນິເວດວິທະຍາ, ອຸຕຸນິຍົມວິທະຍາ. ສຶກສາປັດໄຈທາງພູມສາດເຊື່ອມໂຍງກັບຫຼັກການຂອງສາຍວິຊາການຂະແໜງອື່ນໆ ເຊັ່ນ ພູມສາດເສດຖະກິດ, ພູມສາດການເມືອງ, ພູມສາດການຂົນສົ່ງ, ພູມນິເວດ, ພູມສາດການທ່ອງທ່ຽວ, ພູມສາດປະຊາກອນເປັນຕົ້ນ.
ຊື່​ໃບ​ປະ​ກາດ:
  • ຊື່​ເຕັມ​ເປັນ​ພາສາ​ລາວ​ : ປະລິນຍາຕີ ສຶກສາສາດ ສາຂາວິຊາ ຄູພູມສາດ
  • ຊື່​ເຕັມ​ເປັນ​ພາສາອັງ​ກິດ : -​
  • ຊື່​ຫຍໍ້​ເປັນ​ພາສາ​ລາວ: -
  • ຊື່​ຫຍໍ້​ເປັນ​ພາສາ​ອັງກິດ: -
ພາລະບົດບາດ ແລະໜ້າທີ່:
  • ສຶກສາກ່ຽວກັບເຕັກໂນໂລຊີໃນພື້ນທີ່ທາງພູມິສາດ ເຊັ່ນ ສະຖິຕິທາງພູມສາດ, ລະບົບສາລະສົນເທດພູມມິສາດ (GIS), ການສຳຫຼວດຈາກໄລຍະໄກ (Remote Sensing), ການຂຽນແລະແຕ້ມແຜນທີ່, ການສຳຫຼວດໃນຮູບແບບຕ່າງໆ ເປັນຕົ້ນ.
ພາຍຫຼັງຮຽນຈົບສາຂານີ້ສາມາດປະກອບອາຊີບໄດ້ດັ່ງນີ້:
  • ອາຊີບດ້ານວິຊາການ ແລະ ການສຶກສາຄົ້ນຄວ້າ ເຊັ່ນ : ຄູສອນ, ນັກວິຊາການ, ນັກຄົ້ນຄວ້າວິທະຍາສາດສັງຄົມ, ຜູ້ປະກອບການ ແລະ ເຮັດວຽກຂະແໜງການທີ່ກ່ຽວຂ້ອງ
  • ອາຊີບພະນັກງານລັດໃນສະຖາບັນການສຶກສາ, ເຮັດວຽກບໍລິຫານຢູ່ບັນດາກະຊວງ, ອົງການຈັດຕັ້ງ ແລະ ສະຖາບັນຕ່າງໆທີ່ກ່ຽວຂ້ອງ
  • ອາຊີບໃນຂະແໜງການເອກະຊົນ ເຊັ່ນ : ວິຊາການບໍລິສັດຂຸດຄົ້ນບໍ່ແຮ່, ວິຊາການກ່ຽວກັບລະບົບຈີພີເອັດລະດັບພື້ນຖານ, ນັກວິຊາການແຜນທີ່ພາບຖ່າຍ, ນັກວາງແຜນຈັດການພື້ນທີ່, ບຸກຄະລາກອນທາງການສຶກສາດ້ານພູມສາດ
  • ສຶກສາຕໍ່ໃນສາຂາທີ່ກ່ຽວຂ້ອງໃນລະດັບທີ່ສູງຂຶ້ນທັງໃນ ແລະ ຕ່າງປະເທດ
title
title
title
title
title
title
title
title
ໄລຍະ​ເວລາ​ການ​ສຶກສາ:
ໄລຍະເວລາການສຶກສາ: 4 ປີ ຈໍານວນໜ່ວຍກິດທັງໝົດ: 143 ໜ່ວຍກິດ