ຫຼັກສູດພາກວິຊາຊັບພະຍາກອນປ່າໄມ້ (ຄກສ)

ສາຂາການຈັດສັນແຫຼ່ງນໍ້າ (Bachelor of Science in Watershed Management)

ສາຂາການຈັດສັນແຫຼ່ງນໍ້າ ແມ່ນສາຂາທີ່ດໍາເນີນການຮຽນ-ການສອນກ່ຽວກັບ ການວາງແຜນຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ແບບຍືນຍົງ, ການຄຸ້ມຄອງ ແລະ ຈັດການປ່າຕົ້ນນໍ້າ, ການຈັດການພື້ນທີ່ອ່າງເກັບນໍ້າ ຫຼື ພື້ນທີ່ອ່າງໂຕ່ງ, ການສໍາຫຼວດຊັບພະຍາກອນປ່າໄມ້, ການອະນຸລັກຊີວະນາໆພັນ (ສັດປ່າ ແລະ ພືດປ່າ) ແລະ ການຟື້ນຟູປ່າ. ວິທີການຈັດຕັ້ງການຮຽນ-ການສອນ ແມ່ນມີທັງພາກທິດສະດີ ແລະ ລົງພາກສະໜາມໃນພື້ນທີ່ຟາມພາກວິຊາ ແລະ ປ່າສະຫງວນຕ່າງໆ
ພາຍຫຼັງຮຽນຈົບສາຂານີ້ສາມາດປະກອບອາຊີບໄດ້ດັ່ງນີ້:
  • ວິຊາການປ່າໄມ້ ໃນພາກລັດ (ກະຊວງ/ພະແນກ/ຫ້ອງການ ກະສິກໍາ ແລະ ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ວິ່ງແວດລ້ອມ) ຫຼື ຫ້ອງການອື່ນໆຂອງລັດ
  • ອົງການຈັດຕັ້ງສາກົນ (ອົງການອະນຸລັກສັດປ່າ WCS, ອົງການອະນຸລັັກທໍາມະຊາດສາກົນ IUCN, ກອງທືນອະນຸລັກທໍາມະຊາດໂລກ WWF, SNV ແລະ ອົງການຈັດຕັ້ງສາກົນອື່ນໆ,​ ລວມເຖີງສະມາຄົມອະນຸລັກໃນ ສປປ ລາວ)
  • ວິຊາການສວນກ້າ ໃນບໍລິສັດປູກໄມ້ຕ່າງໆໃນ ສປປ ລາວ
  • ດໍາເນີນທຸລະກິດສ່ວນຕົວ (ຜະລິດ ແລະ ຈໍານ່າຍເບ້ຍໄມ້)
ກິດຈະກໍານອກຫຼັກສູດ:
  • ການທັດສະນະສຶກສາ ຢູ່ສະຖານທີ່ສໍາຄັນທາງວິຊາການຕ່າງໆ (ເຄື່ອນໄຟຟ້າ, ສວນສັດ, ສວນປູກປ່າໄມ້ ບໍລິສັດຕ່າງໆ, ສະຖາບັນການສຶກສາທີ່ກ່ຽວຂ້ອງ, ສວນກ້າເບຍໄມ້)
  • ການຝຶກປະສົບການທ້າຍພາກຮຽນ (ລົງຫ້ອງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ 2 ອາທິດຊ່ວງພັກພາກຮຽນ 1 ປີ 3)
  • ກິດຈະກໍາ ຕ້ອນຮັບວັນສໍາຄັນຂອງຊາດ ແລະ ສາຂາ
ປະຕິບັດພາກສະໜາມການສໍາຫຼວດປ່າໄມ້ (ປ່າຜະລິດແຫ່ງຊາດນໍ້າກົງ)
ປະຕິບັດພາກສະໜາມການສໍາຫຼວດປ່າໄມ້ (ປ່າຜະລິດແຫ່ງຊາດນໍ້າກົງ)
ນັກສຶກສາຝຶກນໍາໃຊ້ເຄື່ອງຈັກແປຮູບໄມ້
ນັກສຶກສາຝຶກນໍາໃຊ້ເຄື່ອງຈັກແປຮູບໄມ້
ທັດສະນະສຶກສາ
ທັດສະນະສຶກສາ
ປະຕິບັດລາຍວິຊາ
ປະຕິບັດລາຍວິຊາ

ການທ່ອງທ່ຽວແບບອະນຸລັກທຳມະຊາດ (Bachelor of Science in Ecotourism for Nature Conservation)

ສາຂາການທ່ອງທ່ຽວແບບອະນຸລັກທໍາມະຊາດ ແມ່ນດໍາເນີນການຮຽນ-ການສອນ ລົງເລິກການວາງແຜນບໍລິຫານຈັດການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນ ແລະ ແຫຼ່ງທ່ອງທ່ຽວທໍາມະຊາດ, ການບໍລິການນັກທ່ອງທ່ຽວ, ການເປັນໄກ້ນໍາທ່ຽວ ແລະ ການພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດ, ການອະນຸລັກຊີວະນາໆພັນ, ການອະນຸລັກສັດນໍ້າ-ສັດປ່າ ແລະ ປ່າໄມ້, ວິທີການຈັດຕັ້ງການຮຽນ-ການສອນ ແມ່ນມີທັງພາກທິດສະດີ ແລະ ລົງພາກສະໜາມໃນພື້ນທີ່ແຫຼ່ງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາບາງແຫ່ງ.
ພາຍຫຼັງຮຽນຈົບສາຂານີ້ສາມາດປະກອບອາຊີບໄດ້ດັ່ງນີ້:
  • ການທັດສະນະສຶກສາ ຢູ່ສະຖານທີ່ສໍາຄັນທາງວິຊາການຕ່າງໆ (ສະຖານທີ່ທ່ອງທ່ຽວທໍາມະຊາດຕ່າງໆ,​ ສະຖາບັນບໍລິການການທ່ອງທ່ຽວ)
  • ການຝຶກປະສົບການທ້າຍພາກຮຽນ (ລົງຫ້ອງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ 2 ອາທິດຊ່ວງພັກພາກຮຽນ 1 ປີ 3)
  • ກິດຈະກໍາ ຕ້ອນຮັບວັນສໍາຄັນຂອງຊາດ ແລະ ສາຂາ
  • ດໍາເນີນທຸລະກິດສ່ວນຕົວ (ຜະລິດ ແລະ ຈໍານ່າຍເບ້ຍໄມ້)
ກິດຈະກໍານອກຫຼັກສູດ:
  • ການທັດສະນະສຶກສາ ຢູ່ສະຖານທີ່ສໍາຄັນທາງວິຊາການຕ່າງໆ (ສະຖານທີ່ທ່ອງທ່ຽວທໍາມະຊາດຕ່າງໆ,​ ສະຖາບັນບໍລິການການທ່ອງທ່ຽວ)
  • ການຝຶກປະສົບການທ້າຍພາກຮຽນ (ລົງຫ້ອງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ 2 ອາທິດຊ່ວງພັກພາກຮຽນ 1 ປີ 3)
  • ກິດຈະກໍາ ຕ້ອນຮັບວັນສໍາຄັນຂອງຊາດ ແລະ ສາຂາ
ປະຕິບັດລາຍວິຊາການບໍລິການອາຫານລາວ
ປະຕິບັດລາຍວິຊາການບໍລິການອາຫານລາວ
ປະຕິບັດລາຍວິຊາ
ປະຕິບັດລາຍວິຊາ
ທັດສະນະສຶກສາ
ທັດສະນະສຶກສາ
ກິລາສາມັກຄີ
ກິລາສາມັກຄີ