ຫຼັກສູດພາກວິຊາການເງິນ-ທະນາຄານ
ປະລິນຍາຕີບໍລິຫານທຸລະກິດສາຂາການບັນຊີ (Bachelor of Business Administration Program in Accounting)
ໃນໄລຍະເວລາຜ່ານມາ, ສປປລາວໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກຢ່າງສົມບູນ ທັງເປັນປະເທດທີ່ກຳລັງຈະພັດທະນາຢ່າງຮອບດ້ານທາງດ້ານເສດຖະກິດ ເຊິ່ງຕ້ອງມີການພົວພັນກັບລະບົບການເງິນ - ເງິນຕາ ແລະ ການບັນຊີຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຈິ່ງຈຳເປັນຕ້ອງໃດ້ມີຍຸດທະສາດເປັນແນວທາງໃນການພັດທະນາບຸກຄະລາກອນທີ່ຈະມາຮັບໃຊ້ເຂົ້າໃນການພັດທະນາເສດຖະກິດຂອງປະເທດເຮົາ.ການປະຕິຮູບການສຶກສາຖືເປັນບາດກ້າວອັນສຳຄັນໃນການຫັນປ່ຽນໃຫ້ເຂົ້າກັບລະບົບສາກົນ, ຄືພັກ ແລະລັດໄດ້ເອົາໃຈໃສ່ປະຕິຮູບ ແລະພັດທະນາວຽກງານທາງດ້ານການບັນຊີ ໄປພ້ອມໆກັນກັບວຽກງານອື່ນຖືເອົາວຽກງານເລົ່ານີ້ເປັນໄມ້ງັດອັນໜຶ່ງທີ່ໃຊ້ເປັນເຄື່ອງມືໃນການບຸກທະລຸດ້ານເສດຖະກິດ ແລະ ສັງຄົມໃຫ້ເຂັ້ມແຂງ, ມີປະສິດທິຜົນ ແລະປະສິດທິພາບຊຶ່ງສະແດງໃຫ້ເຫັນວ່າຫຼາຍສະຖາບັນ ການບັນຊີເກີດຂຶ້ນຢູ່ ສປປລາວເຊັ່ນ: ຄວາມຕ້ອງການທາງດ້ານການບັນຊີພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ, ການສ້າງຕັ້ງສໍານັກງານບໍລິການທາງດ້ານບັນຊີ ຢູ່ລາວນັບມື້ນັບຫຼາຍຂຶ້ນ ຊຶ່ງເຮັດໃຫ້ເຂົາເຈົ້າມີຄວາມຈໍາເປັນໃນການນໍາໃຊ້ການບັນຊີ.
ເພື່ອເຮັດໃຫ້ວຽກງານມີການພັດທະນາຂຶ້ນຕື່ມ, ມະຫາວິທະຍາໄລສະຫວັນນະເຂດ ຈິ່ງໄດ້ສ້າງຫຼັກສູດປະລິນຍາຕີສາຂາການບັນຊີມາຮັບໃຊ້ເຂົ້າໃນການພັດທະນາເສດຖະກິດຂອງຊາດໃຫ້ເຂັ້ມແຂງຮອບດ້ານເພື່ອກຽມພ້ອມຮອງຮັບການເຂົ້າເປັນສະມາຊິກປະຊາຄົມອາຊຽນ.
ຊື່ໃບປະກາດ:- ຊື່ເຕັມເປັນພາສາລາວ : ປະລິນຍາຕີບໍລິຫານທຸລະກິດສາຂາການບັນຊີ
- ຊື່ເຕັມເປັນພາສາອັງກິດ : Bachelor of Business Administration in Accounting
- ຊື່ຫຍໍ້ເປັນພາສາລາວ: ປ ກ ຊ
- ຊື່ຫຍໍ້ເປັນພາສາອັງກິດ: B A A
- ການກໍ່ສ້າງນັກສຶກສາແມ່ນເພື່ອຕອບສະໜອງຕາມ 2 ຈຸດປະສົງຂອງຫຼັກມູນການສຶກສາດັ່ງນີ້, ສ້າງນັກສຶກສາຕາມ3 ລັກສະນະການສຶກສາຄື
- ລັກສະນະຊາດ: ສ້າງນັກສຶກສາໃຫ້ເປັນຜູ້ທີ່ມີຄວາມຄິດຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ມີຄວາມສາມັກຄີຮູ້ປົກປັກຮັກສາຮີດຄອງປະເພນີຂອງຊາດ ແລະ ມີຄວາມພາກພູມໃຈໃນຄວາມຊາດເປັນລາວ.
- ລັກສະນະວິທະຍາສາດ: ສ້າງນັກສຶກສາໃຫ້ມີຄວາມຮູ້ຄວາມສາມາດ ໃນການພັດທະນາຕົນເອງ ແລະ ປະເທດຊາດ, ຮູ້ທັນຕໍ່ການເຄື່ອນໄຫວຂອງສັງຄົມໃນການພັດທະນາປະເທດໃຫ້ມີຄວາມທັນສະໄໝ.
- ລັກສະນະສັງຄົມ: ສ້າງນັກສຶກສາໃຫ້ເປັນຜູ້ມີຄວາມສາມາດປັບຕົວໄປຕາມການປ່ຽນແປງຂອງສັງຄົມ ແລະ ສາມາດປັບຕົວໃຫ້ເຂົ້າກັບໝູ່ຄູ່, ເພື່ອຮ່ວມງານໄດ້ຢ່າງເໝາະສົມຕໍ່ສະພາບການ.ກໍ່ສ້າງນັກສຶກສາຕາມ 5 ຫຼັກມູນການສຶກສາຄື
- ຄຸນສົມບັດສຶກສາ: ສ້າງໃຫ້ນັກສຶກສາກາຍເປັນພົນລະເມືອງດີ,ເປັນຜູ້ມີຄຸນສົມບັດດີ, ຮູ້ເຄົາລົບຜູ້ໃຫຍ່, ຮູ້ໃຫ້ກຽດຜູ້ອາວຸໂສ, ຮູ້ບຸນຄຸນຄົນ, ມີສິນທຳ ແລະຈັນຍາບັນໃນການປະກອບອາຊີບ.
- ປັນຍາສຶກສາ: ສ້າງນັກສຶກສາໃຫ້ກາຍເປັນຜູ້ມີຄວາມຮູ້ຄວາມສາມາດທາງດ້ານວິຊາການ, ຮູ້ນຳໃຊ້ເຕັກໂນໂລຊີ, ຮູ້ນຳໃຊ້ພາສາຕ່າງປະເທດ.
- ສິລະປະສຶກສາ: ສຶກສາເຖິງວິທີການນຳໃຊ້ສິລະປະຕ່າງໆເຊັ່ນ: ສິລະປະໃນການເອົາຊະນະໃຈຄົນ, ສິລະປະໃນການເວົ້າຈາ, ສິນລະປະໃນການວາງຕົວໃຫ້ເໜາະສົມກາລະເທຊະ.
- ກາຍະສຶກສາ: ສຶກສາເຖິງທັກສະໃນການຫຼິ້ນກິລາປະເພດຕ່າງໆເພື່ອໃຫ້ນັກສຶກສາເປັນຜູ້ມີສຸຂະພາບດີ ແຂງແຮງ, ລະບຽບວິໄນມີນຳໃຈນັກກິລາ ແລະ ໃຫ້ນັກສຶກສາໃຊ້ເວລາວ່າງໃຫ້ເກີດປະໂຫຍດ.
- ແຮງງານສຶກສາ: ສ້າງນັກສຶກສາໃຫ້ກາຍເປັນຜູ້ທີ່ມີລັກສະນະແຮງງານທີ່ດີ, ຮູ້ຄຸນຄ່າຂອງການອອກແຮງງານທາງດ້ານກຳລັງກາຍ ແລະ ມັນສະໝອງໃຫ້ເກີດໝາກອອກຜົນ.
- ຜູ້ທີ່ສໍາເລັດການສຶກຈະສາມາດວິເຄາະ, ກຳນົດແນວທາງ, ວາງແຜນ, ແກ້ໄຂບັນຫາທາງດ້ານການບັນຊີທີ່ມີການປ່ຽນແປງໄດ້ຢ່າງມີປະສິດທິພາບ,ສາມາດຫຼຸດຄວາມສ່ຽງໃນການລົງທຶນໄດ້,ມີຄວາມໂປ່ງໃສ ແລະ ກວດສອບໄດ້, ຮູ້ປົກປ້ອງ ແລະ ເສີມຂະຫຍາຍນັກວິຊາການດ້ານການບໍລິຫານການບັນຊີໃຫ້ຄ່ອງແຄ້ວ. ເປັນບຸກຄະລາກອນທີ່ມີຈະລິຍະທຳ, ມີຄວາມຄິດກວ້າງໄກ, ມີຄວາມຮູ້ຄວາມສາມາດຄືປະກອບອາຊີບໄດ້ທັງໃນວຽກງານທາງພາກລັດ, ເອກະຊົນກໍຄືທຸລະກິດສ່ວນຕົວ, ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ແລະ ມີບົດບາດສຳຄັນໃນການພັດທະນາວິຊາການດ້ານບັນຊີໃຫ້ກ້າວໄປສູ່ລະດັບສາກົນ.

ຫຼັກສູດນີ້ເປັນ ຫຼັກສູດທີ່ມີໄລຍະເວລາການສຶກສາຕ່ຳສຸດ 4 ປີ ຫຼື 8 ພາກຮຽນໃຊ້ເວລາສູງສຸດບໍ່ເກີນ 5 ປີຫຼື 10 ພາກຮຽນ.
ປະລິນຍາຕີຕໍ່ເນື່ອງບໍລິຫານທຸລະກິດ ສາຂາການບັນຊີ (Bachelor of Business Administration Continuing Program in Accounting)
ສ້າງນັກສຶກສາໃຫ້ເປັນບຸກຄະລາກອນທີ່ດີ, ມີຄວາມຮູ້ຄວາມສາມາດ, ມີຄຸນນະທຳແລະ ຄຸນນະພາບທາງດ້ານການບັນຊີ. ນອກຈາກນີ້ຍັງສາມາດດຳເນີນທຸລະກິດຂອງຕົນໄດ້ຢ່າງມີປະສິດທິພາບອັນເປັນພື້ນຖານໃນການພັດທະນາເສດຖະກິດຂອງປະເທດ, ມີຈັນຍາບັນໃນວິຊາຊີບ.
ຊື່ໃບປະກາດ:- ຊື່ເຕັມເປັນພາສາລາວ: ປະລິນຍາຕີຕໍ່ເນື່ອງບໍລິຫານທຸລະກິດສາຂາການບັນຊີ
- ຊື່ເຕັມເປັນພາສາອັງກິດ: Bachelor of Business Administration Continuing in Accounting
- ຊື່ຫຍໍ້ເປັນພາສາລາວ: ປ ກ ຊ
- ຊື່ຫຍໍ້ເປັນພາສາອັງກິດ: B A A
- ການກໍ່ສ້າງນັກສຶກສາແມ່ນເພື່ອຕອບສະໜອງຕາມ 2 ຈຸດປະສົງຂອງຫຼັກມູນການສຶກສາດັ່ງນີ້:

- ກິດຈະກໍາ ຕ້ອນຮັບວັນສໍາຄັນຂອງຊາດ ແລະ ສາຂາ
- ລັກສະນະຊາດ: ສ້າງນັກສຶກສາໃຫ້ເປັນຜູ້ທີ່ມີຄວາມຄິດຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ມີຄວາມສາມັກຄີຮູ້ປົກປັກຮັກສາຮີດຄອງປະເພນີຂອງຊາດ ແລະ ມີຄວາມພາກພູມໃຈໃນຄວາມຊາດເປັນລາວ.
- ລັກສະນະວິທະຍາສາດ: ສ້າງນັກສຶກສາໃຫ້ມີຄວາມຮູ້ຄວາມສາມາດ ໃນການພັດທະນາຕົນເອງ ແລະ ປະເທດຊາດ, ຮູ້ທັນຕໍ່ການເຄື່ອນໄຫວຂອງສັງຄົມໃນການພັດທະນາປະເທດໃຫ້ມີຄວາມທັນສະໄໝ.
- ລັກສະນະສັງຄົມ: ສ້າງນັກສຶກສາໃຫ້ເປັນຜູ້ມີຄວາມສາມາດປັບຕົວໄປຕາມການປ່ຽນແປງຂອງສັງຄົມ ແລະ ສາມາດປັບຕົວໃຫ້ເຂົ້າກັບໝູ່ຄູ່, ເພື່ອຮ່ວມງານໄດ້ຢ່າງເໝາະສົມຕໍ່ສະພາບການ.ກໍ່ສ້າງນັກສຶກສາຕາມ 5 ຫຼັກມູນການສຶກສາຄື
- ຄຸນສົມບັດສຶກສາ: ສ້າງໃຫ້ນັກສຶກສາກາຍເປັນພົນລະເມືອງດີ,ເປັນຜູ້ມີຄຸນສົມບັດດີ, ຮູ້ເຄົາລົບຜູ້ໃຫຍ່, ຮູ້ໃຫ້ກຽດຜູ້ອາວຸໂສ, ຮູ້ບຸນຄຸນຄົນ, ມີສິນທຳ ແລະຈັນຍາບັນໃນການປະກອບອາຊີບ.
- ປັນຍາສຶກສາ: ສ້າງນັກສຶກສາໃຫ້ກາຍເປັນຜູ້ມີຄວາມຮູ້ຄວາມສາມາດທາງດ້ານວິຊາການ, ຮູ້ນຳໃຊ້ເຕັກໂນໂລຊີ, ຮູ້ນຳໃຊ້ພາສາຕ່າງປະເທດ.
- ສິລະປະສຶກສາ: ສຶກສາເຖິງວິທີການນຳໃຊ້ສິລະປະຕ່າງໆເຊັ່ນ: ສິລະປະໃນການເອົາຊະນະໃຈຄົນ, ສິລະປະໃນການເວົ້າຈາ, ສິນລະປະໃນການວາງຕົວໃຫ້ເໜາະສົມກາລະເທຊະ.
- ກາຍະສຶກສາ: ສຶກສາເຖິງທັກສະໃນການຫຼິ້ນກິລາປະເພດຕ່າງໆເພື່ອໃຫ້ນັກສຶກສາເປັນຜູ້ມີສຸຂະພາບດີ ແຂງແຮງ, ລະບຽບວິໄນມີນຳໃຈນັກກິລາ ແລະ ໃຫ້ນັກສຶກສາໃຊ້ເວລາວ່າງໃຫ້ເກີດປະໂຫຍດ.
- ແຮງງານສຶກສາ: ສ້າງນັກສຶກສາໃຫ້ກາຍເປັນຜູ້ທີ່ມີລັກສະນະແຮງງານທີ່ດີ, ຮູ້ຄຸນຄ່າຂອງການອອກແຮງງານທາງດ້ານກຳລັງກາຍ ແລະ ມັນສະໝອງໃຫ້ເກີດໝາກອອກຜົນ.
- ຜູ້ທີ່ສໍາເລັດການສຶກຈະສາມາດວິເຄາະ, ກຳນົດແນວທາງ, ວາງແຜນ, ແກ້ໄຂບັນຫາທາງດ້ານການບັນຊີທີ່ມີການປ່ຽນແປງໄດ້ຢ່າງມີປະສິດທິພາບ, ສາມາດຫຼຸດຄວາມສ່ຽງໃນການລົງທຶນໄດ້, ມີຄວາມໂປ່ງໃສ ແລະ ກວດສອບໄດ້, ຮູ້ປົກປ້ອງ ແລະ ເສີມຂະຫຍາຍນັກວິຊາການດ້ານການບໍລິຫານການບັນຊີໃຫ້ຄ່ອງແຄ້ວ. ເປັນບຸກຄະລາກອນທີ່ມີຈະລິຍະທຳ, ມີຄວາມຄິດກ້ວາງໄກ, ມີຄວາມຮູ້ຄວາມສາມາດຄືປະກອບອາຊີບໄດ້ທັງໃນວຽກງານທາງພາກລັດ, ເອກະຊົນກໍຄືທຸລະກິດສ່ວນຕົວ, ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ແລະ ມີບົດບາດສຳຄັນໃນການພັດທະນາວິຊາການດ້ານບັນຊີໃຫ້ກ້າວໄປສູ່ລະດັບສາກົນ.

ຫຼັກສູດປະລິນຍາຕີ (ຕໍ່ເນື່ອງ) ສາຂາ ການບັນຊີ ເປັນຫຼັກສູດທີ່ໄດ້ໃຊ້ເວລາຮຽນ 2 ປີ (ສໍາລັບພາກຮຽນທີ 4 ແມ່ນຂຽນບົດຈົບຊັ້ນ ແລະ ຮຽນບາງວິຊາທີ່ກຳນົດໄວ້ໃນຫຼັກສູດ ຫຼັກສູດປະລິນຍາຕີນີ້ເປັນ ຫຼັກສູດທີ່ມີໄລຍະເວລາການສຶກສາຕ່ຳສຸດ 2 ປີ ຫຼື4ພາກຮຽນໃຊ້ເວລາສູງສຸດບໍ່ເກີນ 3 ປີຫຼື 6ພາກຮຽນ
ປະລິນຍາຕີບໍລິຫານທຸລະກິດ ສາຂາການທະນາຄານ (Bachelor of Business Administration Programs in Banking)
ໃນໄລຍະເວລາຜ່ານມາ, ສປປລາວໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກຢ່າງສົມບູນ ທັງເປັນປະເທດທີ່ກຳລັງຈະພັດທະນາຢ່າງຮອບດ້ານທາງດ້ານເສດຖະກິດ ເຊິ່ງຕ້ອງມີການພົວພັນກັບລະບົບການເງິນ - ເງິນຕາ ບໍ່ຢຸດຢັ້ງ ເພື່ອໃຫ້ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຈິ່ງຈຳເປັນຕ້ອງໃດ້ມີຍຸດທະສາດເປັນແນວທາງໃນການພັດທະນາບຸກຄະລາກອນທີ່ຈະມາຮັບໃຊ້ເຂົ້າໃນການພັດທະນາເສດຖະກິດຂອງປະເທດເຮົາ. ການປະຕິຮູບການສຶກສາຖືເປັນບາດກ້າວອັນສຳຄັນໃນການຫັນປ່ຽນໃຫ້ເຂົ້າກັບລະບົບສາກົນ, ຄືພັກ ແລະລັດໄດ້ເອົາໃຈໃສ່ປະຕິຮູບ ແລະພັດທະນາວຽກງານທາງດ້ານການທະນາຄານໄປພ້ອມໆກັນກັບວຽກງານການຄ້າຖືເອົາວຽກງານເລົ່ານີ້ເປັນໄມ້ງັດອັນໜຶ່ງທີ່ໃຊ້ເປັນເຄື່ອງມືໃນການບຸກທະລຸດ້ານເສດຖະກິດ ແລະ ສັງຄົມໃຫ້ເຂັ້ມແຂງ, ມີປະສິດທິຜົນ ແລະປະສິດທິພາບຊຶ່ງສະແດງໃຫ້ເຫັນວ່າຫລາຍສະຖາບັນ ການທະນາຄານເກີດຂຶ້ນຢູ່ ສປປລາວເຊັ່ນ: ຈໍານວນຕົວແທນຈາກທະນາຄານພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ, ການສ້າງຕັ້ງສໍານັກງານຕະຫຼາດຫຸ້ນ ແລະ ນັກທຸລະກິດຊາວຕ່າງຊາດລັ່ງໄຫຼເຂົ້າມາລົງທຶນຢູ່ລາວນັບມື້ນັບຫຼາຍຂຶ້ນ ຊຶ່ງເຮັດໃຫ້ເຂົາເຈົ້າມີຄວາມຈໍາເປັນໃນການນໍາໃຊ້ການບໍລິການແລກປ່ຽນເງິນຕາຕາມສາຂາຕ່າງໆໃນສປປລາວ. ນອກຈາກນີ້,ຍັງເຮັດໃຫ້ສິນຄ້າ ແລະ ເງິນຕາເຄື່ອນທີ່ຢ່າງຄ່ອງແຄ້ວ, ເງິນກີບຄົງຕົວທັງສາມາດຮອງຮັບກັບການເໜັງຕີງຂອງເງິນຕາໃນຕະຫຼາດໂລກ.
ເພື່ອເຮັດໃຫ້ວຽກງານມີການພັດທະນາຂຶ້ນຕື່ມ, ມະຫາວິທະຍາໄລສະຫັວນນະເຂດ ຈິ່ງໄດ້ສ້າງຫຼັກສູດປະລິນຍາຕີສາຂາ ການທະນາຄານມາຮັບໃຊ້ເຂົ້າໃນການພັດທະນາເສດຖະກິດຂອງຊາດໃຫ້ເຂັ້ມແຂງຮອບດ້ານເພື່ອກຽມພ້ອມຮອງຮັບການເຂົ້າເປັນສະມາຊິກປະຊາຄົມອາຊຽນ.
ຊື່ໃບປະກາດ:- ຊື່ເຕັມເປັນພາສາລາວ: ປະລິນຍາຕີບໍລິຫານທຸລະກິດ ສາຂາການທະນາຄານ
- ຊື່ເຕັມເປັນພາສາອັງກິດ: Bachelor of Business Administration in Banking
- ຊື່ຫຍໍ້ເປັນພາສາລາວ: ປ ກ ຄ
- ຊື່ຫຍໍ້ເປັນພາສາອັງກິດ: B A B
- ການກໍ່ສ້າງນັກສຶກສາແມ່ນເພື່ອຕອບສະໜອງຕາມ 2 ຈຸດປະສົງຂອງຫຼັກມູນການສຶກສາດັ່ງນີ້:
- ການກໍ່ສ້າງນັກສຶກສາແມ່ນເພື່ອຕອບສະໜອງຕາມ 2 ຈຸດປະສົງຂອງຫຼັກມູນການສຶກສາດັ່ງນີ້:
- ກິດຈະກໍາ ຕ້ອນຮັບວັນສໍາຄັນຂອງຊາດ ແລະ ສາຂາ
- ລັກສະນະຊາດ: ສ້າງນັກສຶກສາໃຫ້ເປັນຜູ້ທີ່ມີຄວາມຄິດຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ມີຄວາມສາມັກຄີຮູ້ປົກປັກຮັກສາຮີດຄອງປະເພນີຂອງຊາດ ແລະ ມີຄວາມພາກພູມໃຈໃນຄວາມຊາດເປັນລາວ.
- ລັກສະນະວິທະຍາສາດ: ສ້າງນັກສຶກສາໃຫ້ມີຄວາມຮູ້ຄວາມສາມາດ ໃນການພັດທະນາຕົນເອງ ແລະ ປະເທດຊາດ, ຮູ້ທັນຕໍ່ການເຄື່ອນໄຫວຂອງສັງຄົມໃນການພັດທະນາປະເທດໃຫ້ມີຄວາມທັນສະໄໝ.
- ລັກສະນະສັງຄົມ: ສ້າງນັກສຶກສາໃຫ້ເປັນຜູ້ມີຄວາມສາມາດປັບຕົວໄປຕາມການປ່ຽນແປງຂອງສັງຄົມ ແລະ ສາມາດປັບຕົວໃຫ້ເຂົ້າກັບໝູ່ຄູ່, ເພື່ອຮ່ວມງານໄດ້ຢ່າງເໝາະສົມຕໍ່ສະພາບການ.ກໍ່ສ້າງນັກສຶກສາຕາມ 5 ຫຼັກມູນການສຶກສາຄື
- ຄຸນສົມບັດສຶກສາ: ສ້າງໃຫ້ນັກສຶກສາກາຍເປັນພົນລະເມືອງດີ,ເປັນຜູ້ມີຄຸນສົມບັດດີ, ຮູ້ເຄົາລົບຜູ້ໃຫຍ່, ຮູ້ໃຫ້ກຽດຜູ້ອາວຸໂສ, ຮູ້ບຸນຄຸນຄົນ, ມີສິນທຳ ແລະຈັນຍາບັນໃນການປະກອບອາຊີບ.
- ປັນຍາສຶກສາ: ສ້າງນັກສຶກສາໃຫ້ກາຍເປັນຜູ້ມີຄວາມຮູ້ຄວາມສາມາດທາງດ້ານວິຊາການ, ຮູ້ນຳໃຊ້ເຕັກໂນໂລຊີ, ຮູ້ນຳໃຊ້ພາສາຕ່າງປະເທດ.
- ສິລະປະສຶກສາ: ສຶກສາເຖິງວິທີການນຳໃຊ້ສິລະປະຕ່າງໆເຊັ່ນ: ສິລະປະໃນການເອົາຊະນະໃຈຄົນ, ສິລະປະໃນການເວົ້າຈາ, ສິນລະປະໃນການວາງຕົວໃຫ້ເໜາະສົມກາລະເທຊະ.
- ກາຍະສຶກສາ: ສຶກສາເຖິງທັກສະໃນການຫຼິ້ນກິລາປະເພດຕ່າງໆເພື່ອໃຫ້ນັກສຶກສາເປັນຜູ້ມີສຸຂະພາບດີ ແຂງແຮງ, ລະບຽບວິໄນມີນຳໃຈນັກກິລາ ແລະ ໃຫ້ນັກສຶກສາໃຊ້ເວລາວ່າງໃຫ້ເກີດປະໂຫຍດ.
- ແຮງງານສຶກສາ: ສ້າງນັກສຶກສາໃຫ້ກາຍເປັນຜູ້ທີ່ມີລັກສະນະແຮງງານທີ່ດີ, ຮູ້ຄຸນຄ່າຂອງການອອກແຮງງານທາງດ້ານກຳລັງກາຍ ແລະ ມັນສະໝອງໃຫ້ເກີດໝາກອອກຜົນ.
- ຜູ້ທີ່ສໍາເລັດການສຶກຈະສາມາດວິເຄາະ, ກຳນົດແນວທາງ, ວາງແຜນ, ແກ້ໄຂບັນຫາທາງດ້ານເງິນຕາທີ່ມີການປ່ຽນແປງໄດ້ຢ່າງມີປະສິດທິພາບ,ສາມາດຫຼຸດຄວາມສ່ຽງໃນການລົງທຶນໄດ້,ມີຄວາມໂປ່ງໃສ ແລະ ກວດສອບໄດ້, ຮູ້ປົກປ້ອງ ແລະ ເສີມຂະຫຍາຍນັກວິຊາການດ້ານການບໍລິຫານການທະນາຄານໃຫ້ຄ່ອງແຄ້ວ. ເປັນບຸກຄະລາກອນທີ່ມີຈະລິຍະທຳ, ມີຄວາມຄິດກ້ວາງໄກ, ມີຄວາມຮູ້ຄວາມສາມາດຄືປະກອບອາຊີບໄດ້ທັງໃນວຽກງານທາງພາກລັດ, ເອກະຊົນກໍຄືທຸລະກິດສ່ວນຕົວ, ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ແລະ ມີບົດບາດສຳຄັນໃນການພັດທະນາວິຊາການດ້ານການທະນາຄານໃຫ້ກ້າວໄປສູ່ລະດັບສາກົນ.

ຫຼັກສູດນີ້ເປັນຫຼັກສູດທີ່ມີໄລຍະເວລາການສຶກສາຕ່ຳສຸດ 4 ປີ ຫຼື 8 ພາກຮຽນໃຊ້ເວລາສູງສຸດບໍ່ເກີນ 5 ປີຫຼື 10 ພາກຮຽນ.
ປະລິນຍາຕີຕໍ່ເນື່ອງບໍລິຫານທຸລະກິດສາຂາການເງິນ (Bachelor of Business Administration Continuing Program in Finance)
ສ້າງນັກສຶກສາໃຫ້ເປັນບຸກຄະລາກອນທີ່ດີ, ມີຄວາມຮູ້ຄວາມສາມາດ, ມີຄຸນນະທຳ - ສິນທຳປະຕິວັດ ແລະ ຄຸນນະພາບທາງດ້ານການເງິນ. ນອກຈາກນີ້ຍັງສາມາດດຳເນີນທຸລະກິດຂອງຕົນໄດ້ຢ່າງມີປະສິດທິພາບ ອັນເປັນພື້ນຖານໃນການພັດທະນາເສດຖະກິດຂອງປະເທດ ແລະ ເປັນຜູ້ມີຈັນຍາບັນໃນການປະກອບອາຊີບ.
ຊື່ໃບປະກາດ:- ຊື່ເຕັມເປັນພາສາລາວ: ປະລິນຍາຕີຕໍ່ເນື່ອງບໍລິຫານທຸລະກິດສາຂາການເງິນ
- ຊື່ເຕັມເປັນພາສາອັງກິດ: Bachelor of Business Administration in Finance
- ຊື່ຫຍໍ້ເປັນພາສາລາວ: ປ ກ ງ
- ຊື່ຫຍໍ້ເປັນພາສາອັງກິດ: B A F
- ການກໍ່ສ້າງນັກສຶກສາແມ່ນເພື່ອຕອບສະໜອງຕາມ 2 ຈຸດປະສົງຂອງຫຼັກມູນການສຶກສາດັ່ງນີ້:
- ການກໍ່ສ້າງນັກສຶກສາແມ່ນເພື່ອຕອບສະໜອງຕາມ 2 ຈຸດປະສົງຂອງຫຼັກມູນການສຶກສາດັ່ງນີ້:
- ກິດຈະກໍາ ຕ້ອນຮັບວັນສໍາຄັນຂອງຊາດ ແລະ ສາຂາ
- ລັກສະນະຊາດ: ສ້າງນັກສຶກສາໃຫ້ເປັນຜູ້ທີ່ມີຄວາມຄິດຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ມີຄວາມສາມັກຄີຮູ້ປົກປັກຮັກສາຮີດຄອງປະເພນີຂອງຊາດ ແລະ ມີຄວາມພາກພູມໃຈໃນຄວາມຊາດເປັນລາວ.
- ລັກສະນະວິທະຍາສາດ: ສ້າງນັກສຶກສາໃຫ້ມີຄວາມຮູ້ຄວາມສາມາດ ໃນການພັດທະນາຕົນເອງ ແລະ ປະເທດຊາດ, ຮູ້ທັນຕໍ່ການເຄື່ອນໄຫວຂອງສັງຄົມໃນການພັດທະນາປະເທດໃຫ້ມີຄວາມທັນສະໄໝ.
- ລັກສະນະສັງຄົມ: ສ້າງນັກສຶກສາໃຫ້ເປັນຜູ້ມີຄວາມສາມາດປັບຕົວໄປຕາມການປ່ຽນແປງຂອງສັງຄົມ ແລະ ສາມາດປັບຕົວໃຫ້ເຂົ້າກັບໝູ່ຄູ່, ເພື່ອຮ່ວມງານໄດ້ຢ່າງເໝາະສົມຕໍ່ສະພາບການ.ກໍ່ສ້າງນັກສຶກສາຕາມ 5 ຫຼັກມູນການສຶກສາຄື
- ຄຸນສົມບັດສຶກສາ: ສ້າງໃຫ້ນັກສຶກສາກາຍເປັນພົນລະເມືອງດີ,ເປັນຜູ້ມີຄຸນສົມບັດດີ, ຮູ້ເຄົາລົບຜູ້ໃຫຍ່, ຮູ້ໃຫ້ກຽດຜູ້ອາວຸໂສ, ຮູ້ບຸນຄຸນຄົນ, ມີສິນທຳ ແລະຈັນຍາບັນໃນການປະກອບອາຊີບ.
- ປັນຍາສຶກສາ: ສ້າງນັກສຶກສາໃຫ້ກາຍເປັນຜູ້ມີຄວາມຮູ້ຄວາມສາມາດທາງດ້ານວິຊາການ, ຮູ້ນຳໃຊ້ເຕັກໂນໂລຊີ, ຮູ້ນຳໃຊ້ພາສາຕ່າງປະເທດ.
- ສິລະປະສຶກສາ: ສຶກສາເຖິງວິທີການນຳໃຊ້ສິລະປະຕ່າງໆເຊັ່ນ: ສິລະປະໃນການເອົາຊະນະໃຈຄົນ, ສິລະປະໃນການເວົ້າຈາ, ສິນລະປະໃນການວາງຕົວໃຫ້ເໜາະສົມກາລະເທຊະ.
- ກາຍະສຶກສາ: ສຶກສາເຖິງທັກສະໃນການຫຼິ້ນກິລາປະເພດຕ່າງໆເພື່ອໃຫ້ນັກສຶກສາເປັນຜູ້ມີສຸຂະພາບດີ ແຂງແຮງ, ລະບຽບວິໄນມີນຳໃຈນັກກິລາ ແລະ ໃຫ້ນັກສຶກສາໃຊ້ເວລາວ່າງໃຫ້ເກີດປະໂຫຍດ.
- ແຮງງານສຶກສາ: ສ້າງນັກສຶກສາໃຫ້ກາຍເປັນຜູ້ທີ່ມີລັກສະນະແຮງງານທີ່ດີ, ຮູ້ຄຸນຄ່າຂອງການອອກແຮງງານທາງດ້ານກຳລັງກາຍ ແລະ ມັນສະໝອງໃຫ້ເກີດໝາກອອກຜົນ.
- ຜູ້ທີ່ສໍາເລັດການສຶກສາຈະສາມາດວິເຄາະ, ກຳນົດແນວທາງ, ວາງແຜນ, ແກ້ໄຂບັນຫາທາງດ້ານການເງິນທີ່ມີການປ່ຽນແປງໄດ້ຢ່າງມີປະສິດທິພາບ, ສາມາດຫຼຸດຄວາມສ່ຽງໃນການລົງທຶນໄດ້, ມີຄວາມໂປ່ງໃສ-ກວດສອບໄດ້, ຮູ້ປົກປ້ອງສິດ ແລະ ໜ້າທີ່ຂອງຂອງສະຖາບັນ ແລະ ເສີມຂະຫຍາຍນັກວິຊາການດ້ານການບໍລິຫານການເງິນໃຫ້ຄ່ອງແຄ້ວ. ເປັນບຸກຄະລາກອນທີ່ມີຈາລິຍະທຳ, ມີຄວາມຄິດກວ້າງໄກ, ມີຄວາມຮູ້ຄວາມສາມາດຄືປະກອບອາຊີບໄດ້ທັງໃນວຽກງານທາງພາກລັດ, ເອກະຊົນກໍຄືທຸລະກິດສ່ວນຕົວ, ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ແລະ ມີບົດບາດສຳຄັນໃນການພັດທະນາວິຊາການດ້ານການເງິນ-ການບັນຊີໃຫ້ກ້າວໄປສູ່ລະດັບສາກົນ.

ຫຼັກສູດປະລິນຍາຕີ(ຕໍ່ເນື່ອງ) ສາຂາ ການເງິນ ເປັນຫຼັກສູດທີ່ໄດ້ໃຊ້ເວລາຮຽນ 2 ປີ, ມີ 4 ພາກຮຽນ (ສໍາລັບພາກຮຽນທີ 4 ແມ່ນຂຽນບົດຈົບຊັ້ນ ແລະ ຮຽນບາງວິຊາທີ່ກຳນົດໄວ້ໃນຫຼັກສູດ ) ຫຼັກສູດປະລິນຍາຕີນີ້ເປັນ ຫຼັກສູດທີ່ມີໄລຍະເວລາການສຶກສາຕ່ຳສຸດ 2 ປີ ຫຼື 4 ພາກຮຽນໃຊ້ເວລາສູງສຸດບໍ່ເກີນ 3 ປີ ຫຼື 6 ພາກຮຽນ.