ຫຼັກສູດພາກວິຊາວິທະຍາສາດພືດ (ຄກສ)
ຫຼັກສູດພາກວິຊາວິທະຍາສາດພືດ (Bachelor of Science in Crop Science Programmed)
ສາຂາການວິທະຍາສາດພືດ ແມ່ນສາຂາທີ່ດໍາເນີນການຮຽນ-ການສອນກ່ຽວການປູກພືດທັນຍາຫານ, ພືດສວນ, ພືດເສດຖະກິດ ແລະ ພືດອຸດສະຫະກຳເປັນສີນຄ້າ ທີ່ກຳລັງເປັນຂະບວນ ຟົດຟື້ນຢູ່ ສປປ ລາວ. ວິທີການຈັດຕັ້ງການຮຽນ-ການສອນ ແມ່ນມີທັງພາກທິດສະດີ ແລະ ລົງພາກສະໜາມໃນພື້ນທີ່ຟາມພາກວິຊາ ແລະ ສູນຄົ້ນຄວ້າພືດຜັກ, ເຂົ້າ, ພະຍາດ ແລະ ແມງໄມ້ເປັນຕົ້ນ.
ພາຍຫຼັງຮຽນຈົບສາຂານີ້ສາມາດປະກອບອາຊີບໄດ້ດັ່ງນີ້:- ເປັນຜູ້ປະກອບການໃນການປູກພືດ, ສາມາດດຳເນີນທຸລະກິດທີ່ກ່ຽວການຈຳໜ່າຍຜະລິດຕະພັນກ່ຽວກັບພືດ
- ເປັນນັກວິຊາການຢູ່ບັນດາຟາມ, ບໍລິສັດ, ອົງການຈັດຕັ້ງພາກລັດ, ສັງຄົມ ແລະ ອົງການສາກົນ ທີ່ເຮັດວຽກກ່ຽວກັບການປູກພືດ
- ເປັນນັກຄົ້ນຄວ້າວິໄຈ, ນັກພັດທະນາ ແລະ ສົ່ງເສີມການປູກພືດ ໃນພາກສ່ວນລັດ, ບໍລິສັດ ຫຼື ໂຄງການ
- ສາມາດສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານການປູກພືດໃຫ້ສູງຂຶ້ນ
- ການທັດສະນະສຶກສາ ຢູ່ສະຖານທີ່ສໍາຄັນທາງວິຊາການຕ່າງໆ (ສະຖາບັນການສຶກສາທີ່ກ່ຽວຂ້ອງ, ສູນຄົ້ນຄວ້າພືດຜັກ, ເຂົ້າ, ພະຍາດ ແລະ ແມງໄມ້)
- ການຝຶກປະສົບການທ້າຍພາກຮຽນ (ເຮັດຢູ່ຝາມພາກວິຊາ ແລະ ເຮັດການທົດລອງຢູ່ຕາມສູນສະຖານຕ່າງໆ, ອົງການຈັດຕັ້ງທີ່ກ່ຽວຂ້ອງ)
- ກິດຈະກໍາ ຕ້ອນຮັບວັນສໍາຄັນຂອງຊາດ ແລະ ສາຂາ




ສາຂາການການຈັດສັນຄຸ້ມຄອງທີ່ດິນ (Bachelor of Science in Land Management)
ສາຂາການຈັດສັນທີ່ດິນ ແນ່ໃສ່ການສຶກສາ ເພື່ອສ້າງ ແລະ ຕອບສະໜອງນັກວິຊາການທີ່ມີຄວາມຮູ້-ຄວາມສາມາດທາງດ້ານການຈັດການຊັບພະຍາກອນດິນ ມາຮັບໃຊ້ສັງຄົມ ໂດຍສະເພາະການຄຸ້ມຄອງ, ການນຳໃຊ້ທີ່ດິນປະເພດຕ່າງໆ ເຊັ່ນ: ການສ້າງຖະໜົນຫົນທາງ, ສ້າງໂຮງງານອຸດສາຫະກຳ, ສ້າງເຂື້ອນໄຟຟ້າ, ແຫຼ່ງທ່ອງທ່ຽວ, ການຂະຫຍາຍທີ່ຢູ່ອາໄສ, ການຂະຫຍາຍເນື້ອທີ່ທາງການການຜະລິດກະສິກຳ ແລະ ອື່ນໆ.
ພາຍຫຼັງຮຽນຈົບສາຂານີ້ສາມາດປະກອບອາຊີບໄດ້ດັ່ງນີ້:- ເປັນນັກວິຊາການໃນອົງການຈັດຕັ້ງພາກລັດ, ສັງຄົມ ແລະ ອົງການສາກົນ ທີ່ເຮັດວຽກກ່ຽວກັບການຄຸ້ມຄອງທີ່ດິນ
- ເປັນນັກຄົ້ນຄວ້າວິໄຈ, ນັກພັດທະນາ ແລະ ສົ່ງເສີມລະບົບກະສິກຳ ໃນພາກສ່ວນລັດ, ບໍລິສັດ ຫຼື ໂຄງການ
- ສາມາດສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານການຄຸ້ມຄອງທີດິນໃຫ້ສູງຂຶ້ນ
- ການທັດສະນະສຶກສາ ຢູ່ສະຖານທີ່ສໍາຄັນທາງວິຊາການຕ່າງໆ (ສະຖານທີ່ທ່ອງທ່ຽວທໍາມະຊາດຕ່າງໆ, ສະຖາບັນບໍລິການການທ່ອງທ່ຽວ)
- ການຝຶກປະສົບການທ້າຍພາກຮຽນ (ລົງຫ້ອງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ 2 ອາທິດຊ່ວງພັກພາກຮຽນ 1 ປີ 3)
- ກິດຈະກໍາ ຕ້ອນຮັບວັນສໍາຄັນຂອງຊາດ ແລະ ສາຂາ



