ຫຼັກສູດພາກວິຊາການຄ້າ
ສາຂາການສຶກສາລະດັບປະລິນຍາຕີສາຂາການຄ້າ (Curriculum of Undergraduate Program in Commerce)
ການນຳໃຊ້ກົນໄກເສດຖະກິດໃໝ່ຂອງ ສ ປ ປ ລາວ ຈາກນະໂຍບາຍເສດຖະກິດວາງແຜນແບບລວມສູນ ມາເປັນເສດຖະກິດຕະຫຼາດ ພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງ ລັດຖືເປັນຂີດໝາຍອັນສຳຄັນໃນການປັບຕົວ ໃຫ້ເຂົ້າກັບການປ່ຽນແປງຂອງເສດຖະກິດໂລກໃນນັ້ນ ສ ປ ປ ລາວ ເຮົາກຳລັງກະກຽມເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ຊຶ່ງແນໃສ່ຮັບປະກັນໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ
ການພັດທະນາການຄ້າ ຖືເປັນໄມ້ງັດເສດຖະກິດອັນສຳຄັນ ແລະ ເປັນບູລິມະສິດອັນນຶ່ງໃນ ແຜນງານການພັດທະນາເສດຖະກິດແຫ່ງຊາດ, ແຕ່ໃນຂະນະດຽວກັນນັ້ນ ຄື ໂດຍທົ່ວໄປ ປະເທດຊາດຂອງພວກເຮົາກໍຍັງຂາດບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ການນຳໃຊ້ບຸກຄະລາກອນເຂົ້າໃນຫົວໜ່ວຍທຸລະກິດຍັງບໍ່ສອດຄ່ອງ ແລະ ບໍ່ເໝາະສົມ ຜ່ານມາຢູ່ສະຖາບັນການສຶກສາແຕ່ລະແຫ່ງຍັງບໍ່ທັນມີ ສາຂາການຄ້າ ແລະ ຍັງບໍ່ມີບຸກຄະລາກອນທີ່ຈົບການຄ້າ ຢູ່ພາຍປະເທດອອກມາຮັບໃຊ້ສັງຄົມ ແຕ່ການພັດທະນາເສດຖະກິດ - ສັງຄົມໃນປະຈຸບັນແມ່ນອາໃສວຽກງານການຄ້າເພື່ອເປັນແຫຼ່ງການສ້າງລາຍຮັບໃຫ້ປະເທດ ແຕ່ນັກວິຊາການດ້ານການຄ້າພາຍໃນປະເທດພັດຍັງມີໜ້ອຍ ແຕ່ຄວາມຕ້ອງການຂອງຕະຫຼາດແຮງງານພັດມີຫຼາຍ ຈຶ່ງເປັນສາເຫດທີ່ເຮັດໃຫ້ການຈັດສັນບຸກຄະລາກອນເຂົ້າກັບໜ້າວຽກບໍ່ ເໝາະສົມ ຕໍ່ກັບສະພາບການດັ່ງກ່າວມະຫາວິທະຍາໄລສະຫວັນນະເຂດເຫັນວ່າສາຂາວິຊາການຄ້າຍັງຈະຕ້ອງໄດ້ມີການພັດທະນາຂຶ້ນຕື່ມ.
ຊື່ໃບປະກາດ:- ຊື່ເຕັມເປັນພາສາລາວ: ປະລິນຍາຕີສາຂາການຄ້າ
- ຊື່ເຕັມເປັນພາສາອັງກິດ: Bachelor of Art in Commerce (B.A in Commerce)
- ຊື່ຫຍໍ້ເປັນພາສາລາວ: ປ ກ ຄ
- ຊື່ຫຍໍ້ເປັນພາສາອັງກິດ: B A C
- ກໍ່ສ້າງນັກສຶກສາຕາມ 3 ລັກສະນະ ແລະ 5 ຫຼັກມູນ ການສຶກສາຄື: ສ້າງນັກສຶກສາເປັນພົນລະເມືອງດີ, ມີຄຸນສົມບັດ, ມີສິນທຳປະຕິວັດ, ມີແນວຄິດການເມືອງຖືກຕ້ອງ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີແນວຄິດຮັກຊາດ, ມີຄວາມສາມະຄີ, ຮູ້ຮັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ.
- ສ້າງນັກສຶກສາມີຄວາມຮູ້ຄວາມສາມາດດ້ານວິຊາການກ່ຽວກັບການປະກອບທຸລະກິດ, ສາມາດຈັດຕັ້ງປະຕິບັດ ແລະ ຄຸ້ມຄອງ.
- ເພື່ອກໍ່ສ້າງພະນັກງານ ແລະ ນັກວິຊາການທາງດ້ານການຄ້າໃຫ້ນັບມື້ເຂັ້ມແຂງສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດຂອງລັດຖະບານ ແລະ ສາມາດສ້າງລະບົບວຽກງານທາງດ້ານການບໍລິຫານທຸລະກິດ, ການປະກອບການທາງການດ້ານການຄ້າ, ການສ້າງແຜນພັດທະນາເສດຖະກິດການຄ້າຂອງປະເທດໃຫ້ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
- ຜູ້ສຳເລັດການສຶກສາໃນສາຂາວິຊານີ້ສາມາດເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ, ສາມາດນຳພາເພື່ອຮ່ວມງານ, ເຮັດວຽກເປັນໝູ່ຄະນະ, ດຳເນີນທຸລະກິດດ້ວຍຕົນເອງ, ເປັນການນຳໃນລະດັບຕ່າງໆ ຕາມສະພາບຄວາເປັນຈິງ, ສາມາດນຳໃຊ້ເຄື່ອງເຕັກໂນໂລຊີທີ່ທັນສະໄໝ ແລະ ມີສ່ວນຮ່ວມໃນການກຳນົດນະໂຍບາຍທາງດ້ານວຽກງານການຄ້າຂອງ ສ ປ ປ ລາວໃນຕໍ່ໜ້າ.
- ຜູ້ທີ່ສຳເລັດການສຶກສາຕາມຫຼັກສູດດັ່ງກ່າວ ສາມາດເຂົ້າສຶກສາຄົ້ນຄວ້າລົງເລິກຂະແໜງວິຊາ ຫຼື ໃນລະດັບທີ່ສູງກວ່າ ໃນສາຂາວິຊາທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດໄດ້.
- ຕອບສະໜອງໄດ້ຕາມທິດທາງ ແລະ ນະໂຍບາຍຂອງພັກ - ລັດຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
- ມີມາດຖານເທົ່າທຽມກັບສາກົນ ຊຶ່ງໝາຍຄວາມວ່າ ຜູ້ທີ່ຮຽນຈົບຈະມີຄວາມຮູ້ຄວາມສາມາດທຽບເທົ່າກັບນັກສຶກສາທີ່ຈົບການສຶກສາສາ ຂາດຽວກັນກັບໃນຕ່າງປະເທດ ສາມາດໄປຍົກລະດັບ, ແລກປ່ຽນບົດຮຽນ ແລະ ຄົ້ນ ຄ້ວາວິທະຍາສາດຢູ່ສະຖາບັນການສຶກສາຂອງຕ່າງປະເທດ, ສາມາດຮ່ວມງານກັບອົງກອນ ຫຼື ສະຖາບັນຕ່າງໆຂອງສາກົນໄດ້ຢ່າງມີປະສິດທິຜົນ.




ຫຼັກສູດນີ້ເປັນ ຫຼັກສູດທີ່ມີໄລຍະເວລາການສຶກສາຕ່ຳສຸດ 4 ປີ ຫຼື 8 ພາກຮຽນໃຊ້ເວລາສູງສຸດບໍ່ເກີນ 5 ປີ ຫຼື 10 ພາກຮຽນ ໃນຫຼັກສູດນີ້ບໍ່ຕ່ຳກວ່າ 150 ໜ່ວຍກິດ.
ສາຂາບໍລິຫານທຸລະກິດທົ່ວໄປ (Bachelor of Business Administration Program in General Business Management)
ຫຼັກສູດບໍລິຫານທຸລະກິດທົ່ວໄປ ເນັ້ນການພັດທະນາຜູ້ຮຽນໃຫ້ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ມີຄຸນນະທຳ ຈະລິຍະທຳ ແລະ ມີແນວຄິດທີ່ດີຕໍ່ວິຊາຊີບບໍລິຫານທຸລະກິດ ຕະຫຼອດຈົນການໃຫ້ບໍລິຫານທາງດ້ານວິຊາການແກ່ສັງຄົມ ແລະ ສາມາດຄົ້ນຄວ້າວິໄຈທາງດ້ານທຸລະກິດ ອັນເປັນພື້ນຖານໃນການພັດທະນາເສດ ຖະກິດຂອງປະເທດ, ຜູ້ທີ່ສໍາເລັດການສຶກຈະສາມາດວິເຄາະ, ກຳນົດວິທີການບໍລິຫານ, ວາງແຜນທຸລະກິດ ແລະ ແກ້ໄຂບັນຫາທາງເສດຖະກິດໄດ້ໂດຍມີຫຼັກການເຊັ່ນ: ສາມາດເປັນຜູ້ປະກອບການໄດ້.
ຊື່ໃບປະກາດ:- ຊື່ເຕັມເປັນພາສາລາວ: ປະລິນຍາຕີ ບໍລິຫານທຸລະກິດ ສາຂາ ບໍລິຫານທຸລະກິດທົ່ວໄປ
- ຊື່ເຕັມເປັນພາສາອັງກິດ: Bachelor of Business Administration Program in General Business Management
- ຊື່ຫຍໍ້ເປັນພາສາລາວ: ປ. ບ. ທ
- ຊື່ຫຍໍ້ເປັນພາສາອັງກິດ: B. B. A
- ເພື່ອສ້າງນັກສຶກສາຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຄື: ສ້າງນັກສຶກສາເປັນພົນລະເມືອງດີ, ມີຄຸນສົມບັດ, ມີສິນທຳປະຕິວັດ, ມີແນວຄິດການເມືອງຖືກຕ້ອງ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີແນວຄິດຮັກຊາດ, ມີຄວາມສາມະຄີ, ຮູ້ຮັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ.
- ເພື່ອກໍ່ສ້າງພະນັກງານ ແລະ ນັກວິຊາການທາງດ້ານການບໍລິຫານໃຫ້ນັບມື້ເຂັ້ມແຂງສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ຂອງລັດຖະບານແລະ ສາມາດສ້າງລະບົບວຽກງານທາງດ້ານການບໍລິຫານທຸລະກິດ, ການປະກອບການທາງການດ້ານການບໍລິ ຫານການສ້າງແຜນພັດທະນາເສດຖະກິດການຄ້າຂອງປະເທດໃຫ້ເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະ ພາບ.
- ເພື່ອຜະລິດບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ ໃນສາຂາການຈັດການທຸລະກິດທົ່ວໄປ ລະ ດັບວິຊາຊີບ ແລະ ສາມາດນຳໃຊ້ຄວາມຮູ້ໄປປະກອບທຸລະກິດໄດ້ເປັນຢ່າງດີ.
- ເພື່ອໃຫ້ຜູ້ສຶກສາ ສາມາດນຳເຕັກໂນໂລຊີໃໝ່ໆ ເຂົ້າມາຊ່ວຍໃນການປະກອບທຸລະກິດໄດ້ຢ່າງມີປະ ສິດທິພາບ.
- ຜູ້ສຳເລັດການສຶກສາໃນສາຂາວິຊານີ້ສາມາດເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ, ສາມາດນຳພາເພື່ອຮ່ວມງານ, ເຮັດວຽກເປັນໝູ່ຄະນະ, ດຳເນີນທຸລະກິດດ້ວຍຕົນເອງ, ເປັນການນຳໃນລະດັບຕ່າງໆ ຕາມສະພາບຄວາເປັນຈິງ, ສາມາດນຳໃຊ້ເຄື່ອງເຕັກໂນໂລຊີທີ່ທັນສະໄໝ ແລະ ມີສ່ວນຮ່ວມໃນການກຳນົດນະໂຍບາຍທາງດ້ານວຽກງານການຄ້າຂອງ ສ ປ ປ ລາວໃນຕໍ່ໜ້າ.
- ຜູ້ທີ່ສຳເລັດການສຶກສາຕາມຫຼັກສູດດັ່ງກ່າວ ສາມາດເຂົ້າສຶກສາຄົ້ນຄວ້າລົງເລິກຂະແໜງວິຊາ ຫຼື ໃນລະດັບທີ່ສູງກວ່າ ໃນສາຂາວິຊາທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດໄດ້.
- ຕອບສະໜອງໄດ້ຕາມທິດທາງ ແລະ ນະໂຍບາຍຂອງພັກ - ລັດຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
- ມີມາດຖານເທົ່າທຽມກັບສາກົນ ຊຶ່ງໝາຍຄວາມວ່າ: ຜູ້ທີ່ຮຽນຈົບຈະມີຄວາມຮູ້ຄວາມສາມາດທຽບເທົ່າກັບນັກສຶກສາທີ່ຈົບການສຶກສາສາ ຂາດຽວກັນກັບໃນຕ່າງປະເທດ ສາມາດໄປຍົກລະດັບ, ແລກປ່ຽນບົດຮຽນ ແລະ ຄົ້ນ ຄ້ວາວິທະຍາສາດຢູ່ສະຖາບັນການສຶກສາຂອງຕ່າງປະເທດ, ສາມາດຮ່ວມງານກັບອົງກອນ ຫຼື ສະຖາບັນຕ່າງໆຂອງສາກົນໄດ້ຢ່າງມີປະສິດທິຜົນ.




ຫຼັກສູດນີ້ເປັນຫຼັກສູດທີ່ມີໄລຍະເວລາການສຶກສາຕ່ຳສຸດ 4 ປີ ຫຼື 8 ພາກຮຽນ ໃຊ້ເວລາສູງສຸດບໍ່ເກີນ 5 ປີ ຫຼື 10 ພາກຮຽນ, ໃນຫຼັກສູດແມ່ນ 136 ໜ່ວຍກິດ.
ສາຂາບໍລິຫານທຸລະກິດ ແລະ ບໍລິຫານການຄ້າ (Program of Bachelor of Business Administration and Art in Commerce (Continuing Program))
ການບໍລິຫານທຸລະກິດແມໍ່ນວຽກງານການອາຊີບໜຶໍ່ງ ໃນລະບ ບກ ງຈັກບໍລິຫານວຽກງານທາງ ການບໍລິຫານທີໍ່ມີບ ດບາດສໍາຄັນຕໍໍ່ຂະບວນການບໍລິຫານຄຸ້ມຄອງເສດຖະກິດ-ສັງຄ ມ ແລະ ສ້າງສາ ພັດທະນາປະເທດຊາດໃນຫ າຍໆຂະແໜງການ. ວຽກງານການບໍລິຫານແມໍ່ນວຽກງານໜ ໍ່ງທີໍ່ມີບ ດບາດ ສູງໃນການບໍ ລິຫານຊຸກຍູ້ສ ໍ່ງເສີມທຸກໆວຽກງານ ໃຫ້ສາມາດປະຕິດບັດແຜນງານໃຫ້ບັນລຸເປ ້າໝາຍທີໍ່ ວາງໄວ້, ໂດຍມີການນໍາໃຊ້ວິທະຍາສາດເຕັກໂນໂລຊີລະບ ບຂໍ້ມູນຂໍ່າວສານ. ໃນການຫັນປໍ່ຽນທາງດ້ານ ເສດຖະກິດ-ສັງຄ ມ ສາມາດເກີດຂຶ້ນໄດ້ຢູໍ່ຕະຫ ອດເວລາ ແລະ ນໍາມາວິເຄາະເພ ໍ່ອເປັນແນວທາງໃນ ການກະຕວງເຫດການທີໍ່ຈະເກີດຂຶ້ນໃນປັດຈຸບັນກໍໍ່ຄ ອະນາຄ ດແລ້ວຊອກຫາວິທີແກ້ໄຂ ແລະ ດໍາເນີນ ງານ ໃຫ້ຄວາມສອດຄໍ່ອງກັບສະພາບການ ໃນແຕໍ່ລະໄລຍະ.
ຊື່ໃບປະກາດ:- ຊື່ເຕັມເປັນພາສາລາວ: ປະລິນຍາຕີບໍລິຫານທຸລະກິດ ແລະ ບໍລິຫານການຄ້າ
- ຊື່ເຕັມເປັນພາສາອັງກິດ: Undergraduate Continuing Program in Business Administration and Art in Commerce
- ຊື່ຫຍໍ້ເປັນພາສາລາວ: ປ. ບ. ທ
- ຊື່ຫຍໍ້ເປັນພາສາອັງກິດ: B.B.A.C
- ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພາລະກິດຍຸດທະສາດຄ : ການປ ກປັກຮັກສາແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸໍ່ງເຮ ອງ ແລະ ສອດຄໍ່ອງກັບການພັດທະນາເສດຖະກິດຂອງ ແຂວງສະຫວັນນະເຂດ ແລະ ແຂວງໃກ້ຄຽງ
- ເປັນຫລັກສູດທີໍ່ໄດ້ອີງຕາມມາດຕະຖານຫລັກສູດແຫໍ່ງຊາດສະບັບລ ງວັນທີ 17/07/2001 ທີໍ່ລັດຖະມ ນ ຕີກະຊວງສຶກສາແຫໍ່ງ ສປປ ລາວ ວາງອອກ.
- ໄດ້ມາດຕະຖານສາກ ນ ຊຶໍ່ງໝາຍຄວາມວໍ່າ: ຜູ້ທີໍ່ຮຽນຈ ບສາມາດໄປຍ ກລະດັບຢູໍ່ສະຖາບັນຕໍ່າງປະເທດໃດກໍໄດ້ຖ້າມີຄວາມຕ້ອງການ ແລະ ສາມາດຮໍ່ວມມ ແລະຮໍ່ວມງານກັບອ ງການ ຫລ ບຸກຄນຕໍ່າງຊາດໄດ້ຢໍ່າງມີປະສິດທິຜ ນ
- ມີຄຸນນະພາບ ແລະ ຄວາມເໝາະສ ມກັບສະພາບການຕ ວຈິງຂອງການຂະຫຍາຍຕ ວທາງ ເສດຖະ ກິດ-ສັງຄ ມຂອງປະເທດ
- ປັບປຸງໃຫ້ສອດຄໍ່ອງກັບມາດຕະຖານຫ ັກສູດແຫໍ່ງຊາດ (ລະດັບຊາດ) ແລະ ການປະຕິຮູບການສຶກ ສາໃນ ມຂ
- ກໍໍ່ສ້າງນັກວິຊາການທີໍ່ມີຄວາມຮູ້ກວ້າງ ໝາຍຄວາມວໍ່າ ນອກຈາກປູພ ້ນຄວາມຮູ້ທ ໍ່ວໄປແລະວິທະຍາສາດພ ້ນຖານຢໍ່າງແໜ້ນໜາແລ້ວ, ຍັງເນັ້ນສະໜອງຄວາມຮູ້ຫລັກຂອງວິຊາບໍລິຫານທຸລະກິດ ແລະ ບໍລິຫານການຄ້າ ແນໃສໍ່ໃຫ້ຜູ້ຮຽນຈ ບມີຄວາມສາມາດພຽງພໍ ເພ ໍ່ອປັບຕ ວເຂ ້າກັບຫລາຍສະພາວະການຕ ວຈິງຂອງວິຊາຊີບໄດ້ ພ້ອມນັ້ນກໍຍັງມີຄວາມສາມາດລ ງເລິກໃນຂະແໜງ ການກິດຈະການ,ເສດຖະກິດ, ທຸລະກິດ ທີໍ່ກໍາລັງພ ້ນເດັໍ່ນຢູໍ່ໃນປະເທດເຮ າ.5
- ສ້າງທັກສະໃນການສ ໍ່ສໍາພັນດ້ວຍພາສາແມໍ່ ດ້ວຍພາສາຕໍ່າງປະເທດ ແລະດ້ວຍການນໍາໃຊ້ເຕັກໂນໂລຢີຂໍ່າວສານທີໍ່ທັນສະໄໝ.
- ສາມາດວິເຄາະ, ວາງແຜນປະຕິບັດງານ ແລະ ແກ້ໄຂບັນຫາດ້ວຍຫ ັກການ ແລະ ເຫດຜ ນເພ ໍ່ອສໍາເລັດຜ ນຕາມເປ ້າໝາຍ
- ເພ ໍ່ອປູກຝັງໃຫ້ມີຈັນຍາບັນໃນການປະກອບອາຊີບ, ມີຈິດສໍານຶກທີໍ່ດີຕໍໍ່ອ ງກອນ ຫ ອ ງການ ຈັດຕັ້ງ
- ຜູ້ສຳເລັດການສຶກສາໃນສາຂາວິຊານີ້ສາມາດເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ, ສາມາດນຳພາເພື່ອຮ່ວມງານ, ເຮັດວຽກເປັນໝູ່ຄະນະ, ດຳເນີນທຸລະກິດດ້ວຍຕົນເອງ, ເປັນການນຳໃນລະດັບຕ່າງໆ ຕາມສະພາບຄວາເປັນຈິງ, ສາມາດນຳໃຊ້ເຄື່ອງເຕັກໂນໂລຊີທີ່ທັນສະໄໝ ແລະ ມີສ່ວນຮ່ວມໃນການກຳນົດນະໂຍບາຍທາງດ້ານວຽກງານການຄ້າຂອງ ສ ປ ປ ລາວໃນຕໍ່ໜ້າ.
- ຜູ້ທີ່ສຳເລັດການສຶກສາຕາມຫຼັກສູດດັ່ງກ່າວ ສາມາດເຂົ້າສຶກສາຄົ້ນຄວ້າລົງເລິກຂະແໜງວິຊາ ຫຼື ໃນລະດັບທີ່ສູງກວ່າ ໃນສາຂາວິຊາທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດໄດ້.
- ຕອບສະໜອງໄດ້ຕາມທິດທາງ ແລະ ນະໂຍບາຍຂອງພັກ - ລັດຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
- ຜູ້ທີ່ຮຽນຈົບຈະມີຄວາມຮູ້ຄວາມສາມາດທຽບເທົ່າກັບນັກສຶກສາທີ່ຈົບການສຶກສາສາ ຂາດຽວກັນກັບໃນຕ່າງປະເທດ ສາມາດໄປຍົກລະດັບ, ແລກປ່ຽນບົດຮຽນ ແລະ ຄົ້ນ ຄ້ວາວິທະຍາສາດຢູ່ສະຖາບັນການສຶກສາຂອງຕ່າງປະເທດ, ສາມາດຮ່ວມງານກັບອົງກອນ ຫຼື ສະຖາບັນຕ່າງໆຂອງສາກົນໄດ້ຢ່າງມີປະສິດທິຜົນ.




ຫລັກສູດປະລິນຍາຕີ (ຕໍໍ່ເນື່ອງ) ສາຂາບໍລິຫານທຸລະກິດທົ່ວໄປ ແລະ ບໍລິຫານການຄ້າ ເປັນ ຫລັກສູດທີໄດ້ໃຊ້ເວລາຮຽນ 2 ປີ (ສໍາລັບພາກຮຽນທີ 4ແມ່ນຂຽນບົດຈົບຊັ້ນ) − ຮຽນຢູ່ຄະນະບໍລິຫານທຸລະກິດ ມະຫາວິທະຍາໄລສະຫວັນນະເຂດ. − ໃຊ້ເວລາຮຽນ 2 (4 ພາກຮຽນ) − ຮຽນວິຊາສະເພາະໃນນັ້ນລວມທັງການລົງເຝິກງານວິຊາຊີບແລະການຂຽນໂຄງການຈົບຊັ້ນ ແລະ ສອບເສັງຈົບຊັ້ນ (Comprehensive).