Department of Animal Science
ວິທະຍາສາດສັດ (Bachelor of science programme in animal science)
ປັດຈຸບັນການຜະລິດກະສິກຳພາຍໃນປະເທດ ສປປ ລາວ ເຮົາແມ່ນກຳລັງເຕີບໃຫ່ຍຂະຫາບໂຕຢ່າງຕໍ່ເນື່ອງ, ໂດຍສະເພາະກໍ່ແມ່ນດ້ານການຜະລິດສັດ ເຊິ່ງມີຫຼາຍໆ ແຂວງກຳນົດໃຫ້ການລ້ຽງສັດເປັນຍຸດທະສາດໃນການພັດທະນາເສດຖະກິດຂອງແຂວງ, ແຕ່ວ່າຊາວກະສິກອນສ່ວນຫຼວງຫຼາຍແມ່ນຜະລິດສັດເພື່ອບໍລິໂພກພາຍໃນຄອບຄົວ ສ່ວນການຜະລິດສຳລັບຈຳໜ່າຍນັ້ນຍັງມີໜ້ອຍຍ້ອນຍັງຂາດນັກວິຊາການດ້ານດັ່ງກ່າວລົງມາສົ່ງເສີມ ແລະ ພັດທະນາທາງດ້ານເຕັກນິກ ເພາະວ່າການລ້ຽງສັດນອກຈາກຈະໃຫ້ກຸ້ມກິນພາຍໃນຄອບຄົວຍັງຊຸກຍູ້ໃຫ້ມີການພັດທະນາໄປສູ່ມາດຕະຖານໃນລະດັບສາກົນເພື່ອເຮັດໃຫ້ຝູງ ແລະ ຜົນຜະລິດໄດ້ຮັບຜົນດີຕາມເປົ້າໝາຍຂອງຜູ້ຜະລິດສັດ, ຄຽງຄູ່ກັບການລ້ຽງສັດນັ້ນສິ່ງທີ່ຂາດບໍ່ໄດ້ກໍ່ແມ່ນການເບິ່ງແຍງສຸຂະພາບສັດລ້ຽງແຕ່ວິຊາການທາງດ້ານສັດຕະວະແພດຢູ່ບ້ານເຮົາແມ່ນຍັງມີໜ້ອຍຖ້າທຽບໃສ່ຈຳນວນສັດລ້ຽງ.
ພາລະບົດບາດ ແລະໜ້າທີ່:- ຫຼັກສູດປະລິນຍາຕີສາຂາວິທະຍາສາດສັດມີເປົ້າໝາຍເພື່ອສ້າງນັກສຶກສາດ້ານການລ້ຽງສັດ ທີ່ປະກອບດ້ວຍຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ກາຍເປັນພະນັກງານວິຊາການທີ່ດີ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ຂະແໜງການທີ່ກ່ຽວຂອງ ແລະ ກຽມພ້ອມຮັບໃຊ້ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານຂອງ ສປປ ລາວ, ສ້າງນັກສຶກສາໃຫ້ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຕາມເນື້ອໃນຂອງ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາເພື່ອໃຫ້ນັກສຶກສາກາຍເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີແນວຄິດການເມືອງຖືກຕ້ອງ, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດຖະບານ, ມີແນວຄິດຮັກຊາດ, ມີຄວາມສາມັກຄີ, ຮູ້ຮັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ສິ່ງແວດລ້ອມ ແລະ ມີຄວາມພູມໃຈໃນຄວາມເປັນຊາດລາວ, ສ້າງໃຫ້ນັກສຶກສາມີຄວາມຮູ້ຄວາມສາມາດດ້ານວິຊາການໃນລະດັບປະລິນຍາຕີກ່ຽວກັບການລ້ຽງສັດ, ຄວາມຊຳນານທາງດ້ານເຕັກນິກ, ວິຊາການໃນສາຂາດັ່ງກ່າວຢ່າງເລິກເຊິ່ງ ແລະ ມີຄວາມສາມາດດ້ານການວາງແຜນ, ການຈັດການໃນການລ້ຽງສັດ, ການວິນິໄສ, ປ້ອງກັນດ້ານພະຍາດສັດ, ສາມາດຈັດຕັ້ງປະຕິບັດ, ຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນຜົນ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ
- ຜູ້ສຳເລັດການສຶກສາໃນສາຂາວິຊານີ້ສາມາດເຮັດວຽກຮ່ວມກັບອົງການຈັດຕັ້ງຂອງລັດ, ເອກະຊົນ, ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ, ສາມາດນຳພາເພື່ອຮ່ວມງານເຮັດວຽກເປັນໝູ່ຄະນະ, ດຳເນີນທຸລະກິດດ້ານການກະສິກຳດ້ວຍຕົນເອງ, ເປັນການນຳໃນລະດັບຕ່າງໆ ຕາມສະພາບຄວາມເປັນຈິງ, ສາມາດນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ມີສ່ວນຮ່ວມໃນການກຳນົດນະໂຍບາຍທາງດ້ານວຽກງານການລ້ຽງສັດ ແລະ ການປະມົງຂອງ ສປປ ລາວ ແລະ ຜູ້ທີ່ສຳເລັດການສຶກສາຕາມຫຼັກສູດດັ່ງກ່າວສາມາດເຂົ້າສຶກສາລົງເລິກຂະແໜງວິຊາ, ສຶກສາຕໍ່ໃນລະດັບທີ່ສູງກວ່າໃນສາຂາວິຊາທີ່ກ່ຽວຂ້ອງ ສປປ ລາວໃນຕໍ່ໜ້າ.


