ມ​ຂ ຈັດ​ພິ​ທີ​ປະ​ດັບຫຼຽນ​ໄຊ ແລະ​ໃບ​ຍ້ອງ​ຍໍ​ບຸກ​ຄົນ​ດີ​ເດັ່ນ

ມ​ຂ ຈັດ​ພິ​ທີ​ປະ​ດັບຫຼຽນ​ໄຊ ແລະ​ໃບ​ຍ້ອງ​ຍໍ​ບຸກ​ຄົນ​ດີ​ເດັ່ນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກະ​ກຽມ ແລະ​ເປີດ​ປີ​ທ່ອງ​ທ່ຽວ​ລາວ. ທີ່ຫ້ອງປະຊຸມຂອງມະຫາວິທະຍາໄລສະຫວັນນະເຂດ, ໃນວັນທີ 18 ກັນຍາ 2020 ໄດ້ຈັດໃຫ້ມີພິທີປະດັບຫຼຽນໄຊແຮງງານຊັ້ນ II ແລະຊັ້ນ III, ປະດັບຫຼຽນກາແຮງງານ ແລະໃບຍ້ອງຍໍໃຫ້ກົມກອງ ແລະບຸກຄົນດີເດັ່ນທີ່ໄດ້ປະ ກອບສ່ວນເຫື່ອແຮງ ແລະສະ ຕິປັນຍາເຂົ້າໃນການກະກຽມ ແລະຮັບໃຊ້ໃນປີທ່ອງທ່ຽວ ລາວ 2018 ທີ່ຜ່ານມາ. ໃນໂອ ກາດນີ້, ໄດ້ຜ່ານດຳລັດຂອງປະ ທານປະເທດວ່າດ້ວຍການ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 10 ທ່ານ, ຍິງ 3 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ 5 ທ່ານທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ບັ້ນ​ປີ​ທ່ອງວ​ທ່ຽວ​ລາວ 2018 ແລະ​ໄດ້ປະດັບຫຼຽນ ໄຊແຮງງານຊັ້ນ II ໃຫ້ 2 ທ່ານທີ່ມີຜົນງານດີເດັ່ນໄດ້ປະ ກອບສ່ວນເຫື່ອແຮງ ແລະສະ ຕິປັນຍາເຂົ້າໃນການປະຕິບັດ ໜ້າທີ່ວິຊາສະເພາະຂອງ ມຂ ຕະຫຼອດໄລຍະ 10ປີຜ່ານມາ. […]

1
2
3

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ​ກິ​ລາ ໃຫ້​ທິດ​ຊີ້​ນຳ​ຕໍ່​ຄະ​ນະ​ນຳ​ຂອງ ມ​ຂ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ​ກິ​ລາ ໃຫ້​ທິດ​ຊີ້​ນຳ​ບັນ​ຫາ​ສຳ​ຄັນ​ຕໍ່​ຄະ​ນະ​ນຳ​ຂອງ ມ​ຂ ທ່ານ ນາງ ຂັນທະລີ ສີຣິ ພົງພັນ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະກິລາ ໄດ້ໃຫ້ ກຽດໂອ້ລົມຕໍ່ຄະນະພັກ-ຄະນະ ອະທິການບໍດີ ແລະພະນັກງານ ຫຼັກແຫຼ່ງ, ສະມາຊິກພັກພາຍໃນ ມະຫາວິທະຍາໄລສະຫວັນນະ ເຂດ ເຊິ່ງພິທີໄດ້ຈັດຂຶ້ນທີ່ຫ້ອງ ປະຊຸມຂອງ ມຂ ໃນວັນທີ 24 ສິງຫາ 2020. ໃຫ້ກຽດ ເຂົ້າຮ່ວມໂດຍມີທ່ານ ປອ ສຸລິ ຍົງ ໄຊໂກສີ ເລຂາຄະນະພັກຮາກ ຖານ ອະທິການບໍດີມະຫາວິທະ ຍາໄລສະຫວັນນະເຂດ ພ້ອມ ດ້ວຍພະນັກງານນຳພາ ແລະ ພະນັກງານຫຼັກແຫຼ່ງພາຍໃນ ມຂ ເຂົ້າຮ່ວມ.

119989507_1993972840733656_5217206830800052272_o
120109245_1993974407400166_6955303345681886032_o
120109245_1993974407400166_6955303345681886032_o
119989507_1993972840733656_5217206830800052272_o

ຮາກ​ຖານ​ພັັກ ມ​ຂ ສະຫຼຸບ​ວຽກ​​ພັກ​ຄັ້ງ​ທີ II ແລະ​ເລືອກ​ຕັ້ງ​ຜູ້​ແທນ​ສົມ​ບູນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ແຂວງ.

ຮາກ​ຖານ​ພັັກ ມ​ຂ ສະຫຼຸບ​ວຽກ​​ພັກ​ຄັ້ງ​ທີ II ແລະ​ເລືອກ​ຕັ້ງ​ຜູ້​ແທນ​ສົມ​ບູນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ແຂວງ. ກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ II (ກາງສະໄໝ 2017 ຫາ 2020) ພ້ອມທັງ ທົບທວນຄືນທິດທາງແຜນ ການ 2020-2024 ຂອງຄະ ນະພັກຮາກຖານມະຫາວິທະ ຍາໄລສະຫວັນນະເຂດ ໄດ້ໄຂ ຂຶ້ນຢ່າງເປັນທາງການໃນ ວັນທີ 18 ກັນຍາ 2020 ຢູ່ ທີ່ຫ້ອງປະຊຸມມະຫາວິທະຍາໄລດັ່ງ​ກ່າວພາຍໃຕ້ການເຂົ້າ ຮ່ວມເປັນປະທານຂອງສະ ຫາຍ ວຽງທະວີສອນ ເທບ ພະຈັນ ກຳມະການປະຈຳພັກ ແຂວງສະຫວັນນະເຂດ, ສະ ຫາຍ ປອ ສຸລິຍົງ ໄຊໂກສີ ເລຂາຄະນະພັກຮາກຖານ ຮັກ ສາການອະທິການບໍດີມະຫາ ວິທະຍາໄລສະຫວັນນະເຂດ, ມີສະຫາຍຕາງໜ້າຄະນະຈັດ ຕັ້ງແຂວງ, ກວດກາພັກ-ລັດ ແຂວງ ຕະຫຼອດຮອດບັນດາ ສະຫາຍສະມາຊິກພັກພາຍໃນ ໜ່ວຍພັກຈຳນວນ 93 ສະ ຫາຍເຂົ້າຮ່ວມ.