Partnership for Forestry Higher Education Cooperation in Mekong Region (PARFROM)5

5 ມະຫາວິທະຍາໄລ ປະກອບມີ ມະຫາວິທະຍາແຫ່ງຊາດລາວ, ມະຫາວິທະຍາໄລ ສຸພານຸວົງ (ລາວ), ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລປ່າໄມ້ ປະເທດມຽນມາ ແລະ ມະຫາວິທະຍາໄລກະເສດສາດ ປະເທດໄທ, ໄດ້ຈັດກອງປະຊຸມປຶກສາຫາລືການຮ່ວມມືການສຶກສາຊັ້ນສູງກ່ຽວກັບດ້ານປ່າໄມ່ໃນຂົງເຂດແມ່ນ້ຳຂອງ ພາຍໃຕ້ໂຄງການການເຊື່ອມໂຍງຂອງບັນດາສະຖາບັນການສຶກສາຊັ້ນສູງ ແລະ ຄູ່ຮ່ວມມືສຳສັບການຮ່ວມມືການສຶກສາຊັ້ນສູງດ້ານປ່າໄມ້ໃນຂົງເຂດແມ່ນ້ຳຂອງ ເພື່ອຍົກລະດັບໃນການນຳໃຊ້ເຄື່ອງມືດ້ານການຮຽນ-ການສອນ ເປັນຕົ້ນແມ່ນເຄື່ອງມືການວັດແທກປ່າໄມ້, ຄອມພີວເຕີ, ເອກະສານການອ່ານໃນຫ້ອງສະໝຸດ ແລະ ຊ໊ອຟແວຕ່າງໆ ແນໃສ່ສົ່ງເສີມກິດຈະກຳການຄົ້ນຄວ້າວິໄຈ, ການລົງມືປະຕິບັດຕົວຈິງຂອງນັກສຶກສາ ແລະ ພະນັກງານໃນຂົງເຂດທ້ອງຖິ່ນ.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມຫໍວັດທະນະທຳໄກສອນພົມວິຫານ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ຮສ.ປອ ບຸນປົງ ແກ້ວໂຣດົມ ອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ ພ້ອມດ້ວຍບັນດາອະທິການບໍດີຈາກ 5 ມະຫາວິທະຍາໄລ, ພະນັກງານ, ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການຮ່ວມມືການສຶກສາຊັ້ນສູງດ້ານປ່າໄມ້ໃນຂົງເຂດແມ່ນ້ຳຂອງ (HELS) ລະຫວ່າງປະເທດ, ເພື່ອເປັນການປັບປຸງຫຼັກສູດ, ການແນະນຳວິທີການຮຽນ-ການສອນ ແບບເອເລັກໂທຣນິກ ເພື່ອສະໜອງໃຫ້ແກ່ການປະກອບອາຊີບທາງດ້ານປ່າໄມ້ ແລະ ນັກວິຊາການດ້ານປ່າໄມ້ໃນຂົງເຂດແມ່ນ້ຳຂອງ, ເຊິ່ງໂຄງການດັ່ງກ່າວ ແມ່ນເພື່ອຍົກລະດັບໃນການນຳໃຊ້ເຄື່ອງມືດ້ານການຮຽນ-ການສອນ ເຊັນ: ເຄື່ອງມືການວັດແທກປ່າໄມ້, ຄອມພີວເຕີ, ເອກະສານການອ່ານໃນຫ້ອງສະໝຸດ ແລະ ຊ໊ອຟແວຕ່າງໆ ເພື່ອສົ່ງເສີມກິດຈະກຳການຄົ້ນຄວ້າວິໄຈ ແລະ ລົງມືປະຕິບັດຕົວຈິງຂອງນັກສຶກສາ ແລະ ພະນັກງານໃນຂົງເຂດທ້ອງຖິ່ນ.

ສຳລັບຂອງໂຄງການການເຊື່ອມໂຍງ ຂອງສະຖາບັນການສຶກສາຊັ້ນສູງ-ຄູ່ຮ່ວມສຳສັບການຮ່ວມມືການສຶກສາຊັ້ນສູງດ້ານປ່າໄມ້ໃນຂົງເຂດແມ່ນ້ຳຂອງ ໄດ້ຮັບທຶນການສະໜັບສະໜູນຈາກກະຊວງການຕ່າງປະເທດຟິນແລນ ໂດຍກອງທຶນພັດທະນາການຮ່ວມມື, ເຊິ່ງມີໄລຍະເວລາ 4 ປີ ລະຫວ່າງ ວັນທີ 1 ມີນາ 2017 ຫາ ວັນທີ 30 ມີນາ 2020 ໂດຍມີຄູ່ຮ່ວມ 6 ມະຫາວິທະຍາໄລ, ສະເພາະຄູ່ຮ່ວມຫຼັກໆຂອງໂຄງການນີ້ ແມ່ນສະຖາບັນຊັບພະຍາກອນເຂດຮ້ອນ, ພະແນກວິທະຍາສາດປ່າໄມ້, ມະຫາວິທະຍາໄລເຣລຊິນກິ (ປະເທດຟິນແລນ) ແລະ ມະຫາວິທະຍາໄລສະຫວັນນະເຂດ (ສປປ ລາວ) ແລະ ຄູ່ຮ່ວມມືທີ່ກ່ຽວຂ້ອງມີ 4 ມະຫາວິທະຍາໄລ ຄື: ມະຫາວິທະຍາໄລປ່າໄມ້ (ປະເທດມຽນມາ), ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລ ສຸພາບນຸວົງ (ລາວ) ແລະ ມະຫາວິທະຍາໄລ ກະເສດສາດ (ປະເທດໄທ).

ທັງນີ້, ຜົນທີ່ໄດ້ຮັບຈາກໂຄງການ ແມ່ນປັບປຸງດ້ານການສຶກສາຊັ້ນສູງ ແລະ ການຄົ້ນຄວ້າວິໄຈດ້ານສະພາບແວດລ້ອມ ເພື່ອປັບປຸງຄຸນະພາບຂອງການສິດສອນ ແລະ ຄວາມສາມາດໃນການຄົ້ນຄວ້າວິໄຈ ໂດຍຜ່ານການທົບທວນຫຼັກສູດ ແລະ ການສຶກສາແບບໂມດູນ, ປັບປຸງຫຼັກສູດວິຊາຄູ,ວິທີສິດສອນ, ຄວາມອາດສາມາດໃນການຄົ້ນຄວ້າວິໄຈ, ໂດຍການເຝິກອົບຮົມແບບເລັ່ງລັດ ເພື່ອໃຫ້ການຮຽນຮູ້ ແລະ ການຄົ້ນຄວ້າວິໄຈດ້ານສະພາບແວດລ້ອມມີຄວາມທັນສະໄໝ ພ້ອມທັງເປັນຍົກລະດັບການນຳໃຊ້ເຄື່ອງມື ແລະ ອຸປະກອນການຮຽນ-ການສອນ ເພື່ອໃຫ້ອາຈານ ແລະ ນັກສຶກສາສາມາດການເຂົ້າເຖິງການແລກປຽ່ນຄວາມຮູ້ໃນດ້ານຕ່າງໆຈາກການເຝິກອົບຮົມ ພ້ອມທັງແບ່ງປັນຄວາມຮູ້ທີ່ໄດ້ຈາກການຄົ້ນຄວ້າ, ການປະຕິບັດຕົວຈິງ ແລະ ການສິດສອນ.

Leave a Reply

Your email address will not be published. Required fields are marked *