ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໃຫ້ທິດຊີ້ນຳບັນຫາສຳຄັນຕໍ່ຄະນະນຳຂອງ ມຂ ທ່ານ ນາງ ຂັນທະລີ ສີຣິ ພົງພັນ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະກິລາ ໄດ້ໃຫ້ ກຽດໂອ້ລົມຕໍ່ຄະນະພັກ-ຄະນະ ອະທິການບໍດີ ແລະພະນັກງານ ຫຼັກແຫຼ່ງ, ສະມາຊິກພັກພາຍໃນ ມະຫາວິທະຍາໄລສະຫວັນນະ ເຂດ ເຊິ່ງພິທີໄດ້ຈັດຂຶ້ນທີ່ຫ້ອງ ປະຊຸມຂອງ ມຂ ໃນວັນທີ 24 ສິງຫາ 2020. ໃຫ້ກຽດ ເຂົ້າຮ່ວມໂດຍມີທ່ານ ປອ ສຸລິ ຍົງ ໄຊໂກສີ ເລຂາຄະນະພັກຮາກ ຖານ ອະທິການບໍດີມະຫາວິທະ ຍາໄລສະຫວັນນະເຂດ ພ້ອມ ດ້ວຍພະນັກງານນຳພາ ແລະ ພະນັກງານຫຼັກແຫຼ່ງພາຍໃນ ມຂ ເຂົ້າຮ່ວມ.


