News

Idea Mining Seminar_SKU

Idea Mining Seminar ທີ່ ມະຫາວິທະຍາໄລສະຫວັນນະເຂດ

ເຊີນຊວນນ້ອງໆນັກສຶກສາຕ່າງປະເທດທີ່ສຶກສຶກສາໃນລະດັບປະລິນຍາຕີ ທີ່ມີຄວາມສົນໃຈຢາກຝຶກທັກສະການເຮັດກິດຈະກຳເປັນກຸ່ມ ແລະ ລະດົມສະໝອງຜ່ານການຝຶກອົບຮົມ Idea Mining Seminar ທີ່ ມະຫາວິທະຍາໄລສະຫວັນນະເຂດ ຈະໄດ້ຈັດຂື້ນໃນວັນທີ 8 ມັງກອນ 2021. ສາມາດເບິງຂໍ້ມູນເພີ່ມຕື່ມໄດ້ທີ່ນີ້:  

SKU7
SKU5
new-gif-image-6

ກອງປະຊຸມທາງໄກໃນຫົວຂໍ້”ການຈັດການການຮຽນ-ການສອນລະດັບຊັ້ນສູງໃນຍຸກໂຄວິດ-19″

5ມະຫາວິທະຍາໄລ ຮ່ວມກອງປະຊຸມທາງໄກໃນຫົວຂໍ້”ການຈັດການການຮຽນ-ການສອນລະດັບຊັ້ນສູງໃນຍຸກໂຄວິດ-19″ ******************************************************************** ທີ່ຫ້ອງປະຊຸມຂອງສຳນັກງານອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ, ໃນວັນທີ 1ຕຸລາ 2021 ບັນດາທ່ານຄະນະນຳຈາກມະຫາວິທະຍາໄລສຳຄັນຂອງ ສປປ ລາວ ລວມມີ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ແລະມະຫາວິທະຍາໄລສຸພານຸວົງ ໄດ້ຈັດກອງປະຊຸມທາງໄກຮ່ວມກັນຂຶ້ນ, ພິເສດກອງປະຊຸມຄັ້ງນີ້ກໍ່ຍັງມີຄະນະນຳຈາກມະຫາວິທະຍາໄລຂອນແກ່ນ ຂອງຣາຊະອານາຈັກໄທກໍ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ດ້ວຍ. ສ່ວນມະຫາວິທະຍາໄລສະຫວັນນະເຂດກໍ່ມີທ່ານ ປອ ສຸລິຍົງ ໄຊໂກສີ ອະທິການບໍດີ ມຂ, ທ່ານ ປອ ສຸກສົມພອນ ອະໂນໄທ ຄະນະບໍດີຄະນະສຶກສາສາດ ມຂ ພ້ອມດ້ວຍພະນັກງານວິຊາການຈຳນວນໜຶ່ງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ປອ ສຸລິຍົງ ໄຊໂກສີ ອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງທ່ານກ່າວວ່າ: ເມື່ອການລະບາດໂຄວິດ-19ແຜ່ຂະຫຍາຍໄປທົ່ວທຸກຫົນແຫ່ງ”ໂຮງຮຽນ”ກໍ່ເປັນສະຖານທີ່ໜຶ່ງທີ່ໜີບໍ່ພົ້ນຕ້ອງປິດປະຕູຮົ້ວໄວ້, ເຖິງການປິດໂຮງຮຽນຈະເປັນທາງໜຶ່ງທີ່ຊ່ວຍຫຼຸດຄວາມສ່ຽງໃນການແຜ່ລະບາດ ແຕ່ເມື່ອຕ້ອງປິດໂຮງຮຽນເປັນເວລາດົນ ຕົ້ນທຶນກໍ່ຍິ່ງເພີ່ມພູນ ໂດຍຕົ້ນທຶນທີ່ວ່ານັ້ນອາດບໍ່ໄດ້ເຫັນເປັນໂຕເງິນ ແຕ່ເປັນຕົ້ນທຶນໄລຍະຍາວ ເຊິ່ງກໍ່ຄືການເສຍໂອກາດທີ່ຈະຮຽນຮູ້ພັດທະນາຕົນເອງຂອງເດັກ ແລະເຍົາວະຊົນນັບແສນນັບລ້ານ. ໃນສະຖານະການການແຜ່ລະບາດຂອງພະຍາດ ໂຄວິດ-19 ເຮົາຄວນປ່ຽນທຸກບ່ອນໃຫ້ກາຍເປັນໂຮງຮຽນເພາະການຮຽນຮູ້ຕ້ອງດຳເນີນຢູ່ ເຖິງບໍ່ສາມາດໄປໂຮງຮຽນຕາມປົກກະຕິໄດ້ ໃນຫລາຍປະເທດທີ່ປະກາດມາດຕະການປິດໂຮງຮຽນ ລັດຖະບານຈະອອກມາດຕະການການຮຽນຮູ້ດ້ວຍການຮຽນທາງໄກຮູບແບບຕ່າງໆ ໂດຍພິຈາລະນາຈາກເງື່ອນໄຂຄວາມພ້ອມທາງດ້ານອຸປະກອນ, ຄວາມພ້ອມຂອງຄູ-ອາຈານໃນການໃຊ້ອຸປະກອນການສອນ, […]

Invitation for Bids -FRAME Project

ໜັງສືແຈ້ງເຊີນຮ່ວມປະມູນຈັດຊື້ອຸປະກອນໂຄງການ FRAME

ໜັງສືແຈ້ງເຊີນ ເຂົ້າຮ່ວມປະມູນ ຊື້ອຸປະກອນ ກ່ຽວກັບເຕັກໂນໂລຊີ ໄມ້ເຂົ້້າໃນໂຄງການລຸດຜ່ອນ ແລະການປັບຕົວຂອງການປ່ຽນແປງດິນຟ້າອາກາດ: “ການຮ່ວມມືກັບບັນດາການສຶກສາຊັ້ນສູງໃນຂົງເຂດແມ່ນໍ້າຂອງ” (Forest, Climate Chane Mitigation and Adaptation: Higher Education Cooperation in Mekong Region, FRAME)

SKU
2
SKU4
SKU6

ມຂ ວາງສີລາລຶກໂຄງການກໍ່ສ້າງ ມຂ ວິທະຍາເຂດໜອງຜື

ໃນຕອນເຊົ້າຂອງວັນທີ 18 ທັນວາ 2020 ນີ້, ມະຫາ ວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງ ມຂ ວິທະຍາ ເຂດໜອງຜື, ໃຫ້ກຽດເປັນປະ ທານໃນພິທີໂດຍທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດ ຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ປອ ສຸລິຍົງ ໄຊໂກສີວ່າການອະທິ ການບໍດີ ມຂ, ມີອະທິການບໍດີມະຫາວິ ທະຍາໄລຈໍາປາສັກ, ຕາງໜ້າ ໂຄງການຮັບເໝົາກໍ່ສ້າງ (CZICC), ພະນັກງງານ ຄູ-ອາ ຈານ ແລະ ນັກສຶກສາພາຍໃນ ມຂ ເຂົ້າ ຮ່ວມຢ່າງຫຼວງຫຼາຍ. ທ່ານ ປອ ສຸລິຍົງ ໄຊໂກສີ ກໍ່ໄດ້ລາຍງານແຜນການກໍ່ ສ້າງ ມຂ ວິທະຍາເຂດໜອງຜື ວ່າ: ເຈົ້າຂອງໂຄງການແມ່ນກະຊວງສຶກສາທິການ ແລະກິລາ, ໂດຍແມ່ນການສະໜັບສະໜູນ ຈາກທະນາຄານພັດທະນາ ອາຊີ ແລະທຶນຊ່ວຍເຫຼືອລ້າ. […]

sku

4 ມະຫາວິທະຍາໄລ ເຂົ້າຮ່ວມກອງປະຊຸມເຜີຍແຜ່ຄົ້ນຄວ້າວິທະຍາສາດການສຶກສາແຫ່ງຊາດ

ທີ່ຫ້ອງປະຊຸມຂອງມະຫາ ວິທະຍາໄລສະຫວັນນະເຂດ ໃນວັນທີ 26 ພະຈິກ 2020, ບັນດາຄະນະຄູ-ອາຈານທີ່ມາ ຈາກຄະນະສຶກສາສາດຂອງ 4 ມະຫາວິທະນາໄລຄື: ມະຫາ ວິທະຍາໄລແຫ່ງຊາດ, ມະຫາ ວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສຸພານຸວົງ ແລະມະຫາວິທະຍາໄລຈຳປາ ສັກໄດ້ເຂົ້າຮ່ວມກອງປະຊຸມ ເຜີຍແຜ່ຄົ້ນຄວ້າວິທະຍາສາດ ການສຶກສາແຫ່ງຊາດ, ຈຸດສົງ ຂອງການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອສຶກສາປະສິດທິພາບ ຂອງການນຳໃຊ້ບົດຮຽນຕ່າງໆ ເຂົ້າໃນການຮຽນ-ການສອນ ແລະການຖອດຖອນບົດຮຽນ ເຊິ່ງກັນ ແລະກັນລະຫວ່າງຄະ ນະສຶກສາສາດຈາກມະຫາວິ ທະຍາໄລແຫ່ງຕ່າງໆເພື່ອນຳ ມາປັບໃຊ້ເຂົ້າໃນການຮຽນ-ການສອນໃນຄະນະສຶກສາ ສາດຂອງແຕ່ລະມະຫາວິທະ ຍາໄລໃຫ້້ເໝາະສົມ. ໃນໂອກາດນີ້, ໄດ້ຮັບກຽດ ເຂົ້າຮ່ວມໂດຍທ່ານ ນາງ ຂັນ ທະລີ ສິລິພົງພັນ ຮອງລັດຖະ ມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ປອ ສຸລິຍົງ ໄຊໂກສີ ວ່າການອະທິການບໍດີ ມະຫາວິທະຍາໄລສະຫວັນນະ ເຂດ ພ້ອມດ້ວຍຄະນະສຶກສາ ສາດຈາກ 4 ມະຫາວິທະຍາ ໄລ ພ້ອມດ້ວຍຕົວແທນຈາກວິ ທະຍາໄລຄູແຫ່ງຕ່າງໆໃນທົ່ວ […]

SKU4
SKU5

ມ​ຂ ສະຫຼຸບ​ຜົນ​ການ​ຈັດ​ຕັ້ງປະ​ຕິ​ບັດ​ການ​ຮຽນ – ການ​ສອນ ແລະ ມອບ​ປະ​ກາ​ສະ​ນີ​ຍະ​ບັດ​ໃຫ້​ຜູ້​ສຳ​ເລັດ​ການ​ສຶກ​ສາ​​ສົກ​ປີ 2019 -2020

ພິທີຄັ້ງນີ້ແມ່ນໄດ້ຈັດຂຶ້ນ ທີ່ສະໂມສອນຂອງມະຫາວິ ທະຍາໄລສະຫວັນນະເຂດ ໃນ ວັນທີ 28 ຕຸລາ 2020 ໂດຍ ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ສຈ.ປອ ໄຊຍະມັງ ວົງສັກ ປະທານສະພາມະຫາວິທະຍາ ໄລສະຫວັນນະເຂດ, ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິ ຫານ, ທ່ານ ປອ ສຸລິຍົງ ໄຊໂກສີ ຮັກສາການອະທິການບໍດີ ມຂ ພ້ອມດ້ວຍຄະນະພະແນກການ, ຄະນະ ປກສ ແຂວງ ແລະຫຼາຍ ພາກສ່ວນທີ່ມາຈາກຂະແໜງການຕ່າງໆຂອງແຂວງເຂົ້າ ຮ່ວມ. ໃນໂອກາດນີ້, ທ່ານ ຮສ.ປອ ຄູນ ສັກບົວວົງ ຮອງອະທິ ການບໍດີ ມຂ ໄດ້ຜ່ານບົດສະ ຫຼຸບຜົນການຈັດຕັ້ງປະຕິບັດ ການຮຽນ-ການສອນປະຈຳ ສົກປີ 2019-2020 ແລະທິດ ທາງແຜນການໃນຕໍ່ໜ້າ, […]

ມ​ຂ ຈັດ​ພິ​ທີ​ປະ​ດັບຫຼຽນ​ໄຊ ແລະ​ໃບ​ຍ້ອງ​ຍໍ​ບຸກ​ຄົນ​ດີ​ເດັ່ນ

ມ​ຂ ຈັດ​ພິ​ທີ​ປະ​ດັບຫຼຽນ​ໄຊ ແລະ​ໃບ​ຍ້ອງ​ຍໍ​ບຸກ​ຄົນ​ດີ​ເດັ່ນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກະ​ກຽມ ແລະ​ເປີດ​ປີ​ທ່ອງ​ທ່ຽວ​ລາວ. ທີ່ຫ້ອງປະຊຸມຂອງມະຫາວິທະຍາໄລສະຫວັນນະເຂດ, ໃນວັນທີ 18 ກັນຍາ 2020 ໄດ້ຈັດໃຫ້ມີພິທີປະດັບຫຼຽນໄຊແຮງງານຊັ້ນ II ແລະຊັ້ນ III, ປະດັບຫຼຽນກາແຮງງານ ແລະໃບຍ້ອງຍໍໃຫ້ກົມກອງ ແລະບຸກຄົນດີເດັ່ນທີ່ໄດ້ປະ ກອບສ່ວນເຫື່ອແຮງ ແລະສະ ຕິປັນຍາເຂົ້າໃນການກະກຽມ ແລະຮັບໃຊ້ໃນປີທ່ອງທ່ຽວ ລາວ 2018 ທີ່ຜ່ານມາ. ໃນໂອ ກາດນີ້, ໄດ້ຜ່ານດຳລັດຂອງປະ ທານປະເທດວ່າດ້ວຍການ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 10 ທ່ານ, ຍິງ 3 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ 5 ທ່ານທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ບັ້ນ​ປີ​ທ່ອງວ​ທ່ຽວ​ລາວ 2018 ແລະ​ໄດ້ປະດັບຫຼຽນ ໄຊແຮງງານຊັ້ນ II ໃຫ້ 2 ທ່ານທີ່ມີຜົນງານດີເດັ່ນໄດ້ປະ ກອບສ່ວນເຫື່ອແຮງ ແລະສະ ຕິປັນຍາເຂົ້າໃນການປະຕິບັດ ໜ້າທີ່ວິຊາສະເພາະຂອງ ມຂ ຕະຫຼອດໄລຍະ 10ປີຜ່ານມາ. […]