ພະນັກງານ ມຂ 4 ທ່ານ ຈະເຂົ້າຮ່ວມເຝິກອົບຮົມການນໍາໃຊ້ PLC ທີ່ປະເທດບູນກາລີ

ພະນັກງານ ມຂ 4 ທ່ານ ຈະເຂົ້າຮ່ວມເຝິກອົບຮົມ PLC ທີ່ປະເທດບູນກາລີ             ອີງຕາມແຜນການເຝິກອົບຮົມຂອງໂຄງການຜ່ານກຸ່ມປະເທດອາຊຽນ: ຜັນຈາກການເຝິກອົບຮົມລະບົບອັດຕະໂນມັດ ແລະ ການຄວບຄຸມສູ່ອຸດສາຫະກໍາ 4.0 – ASEAN FACTORI 4.0, , ມະຫາວິທະຍາໄລຣູດສ໌ (The University of Ruse “Angel Kanchev” – UR) ປະເທດ ບູນກາລີ ໃນນາມຄູ່ຮ່ວມມືຂອງໂຄງການຈະຈັດການເຝິກອົມຮົມຂຶ້ນ ລະຫວ່າງວັນທີ 5– 20 ມີນາ 2022. ມະຫາວິທະຍາໄລຣູດສ໌ ແມ່ນມະຫາວິທະຍາໄລຄູ່ຮ່ວມມືໜຶ່ງທີ່ສໍາຄັນຂອງໂຄງການ ASEAN FACTORI 4.0 ແລະ ເປັນເຈົ້າພາບໃນການຈັດເຝິກອົບຮົມໃຫ້ແກ່ມະຫາວິທະຍາໄລຄູ່ຮ່ວມມືຈາກ ສປປ ລາວ ແລະ ຣາຊະອະນາຈັກໄທ. ສໍາລັບມະຫາວິທະຍາໄລສະຫວັນນະເຂດ ຈະສົ່ງພະນັກງານຈໍານວນ 4 ທ່ານ ເພື່ອເຂົ້າຮ່ວມໃນການເຝິກອົບຮົມດັ່ງກ່າວເຊິ່ງແມ່ນອາຈານ ຈາກຄະນະວິສະວະກໍາສາດ ແລະ ຄະນະເຕັກໂນໂລຊີຂໍ້ມູນຂ່າວສານພາກສ່ວນລະ 2 ທ່ານ […]