sku

4 ມະຫາວິທະຍາໄລ ເຂົ້າຮ່ວມກອງປະຊຸມເຜີຍແຜ່ຄົ້ນຄວ້າວິທະຍາສາດການສຶກສາແຫ່ງຊາດ

ທີ່ຫ້ອງປະຊຸມຂອງມະຫາ ວິທະຍາໄລສະຫວັນນະເຂດ ໃນວັນທີ 26 ພະຈິກ 2020, ບັນດາຄະນະຄູ-ອາຈານທີ່ມາ ຈາກຄະນະສຶກສາສາດຂອງ 4 ມະຫາວິທະນາໄລຄື: ມະຫາ ວິທະຍາໄລແຫ່ງຊາດ, ມະຫາ ວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສຸພານຸວົງ ແລະມະຫາວິທະຍາໄລຈຳປາ ສັກໄດ້ເຂົ້າຮ່ວມກອງປະຊຸມ ເຜີຍແຜ່ຄົ້ນຄວ້າວິທະຍາສາດ ການສຶກສາແຫ່ງຊາດ, ຈຸດສົງ ຂອງການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອສຶກສາປະສິດທິພາບ ຂອງການນຳໃຊ້ບົດຮຽນຕ່າງໆ ເຂົ້າໃນການຮຽນ-ການສອນ ແລະການຖອດຖອນບົດຮຽນ ເຊິ່ງກັນ ແລະກັນລະຫວ່າງຄະ ນະສຶກສາສາດຈາກມະຫາວິ ທະຍາໄລແຫ່ງຕ່າງໆເພື່ອນຳ ມາປັບໃຊ້ເຂົ້າໃນການຮຽນ-ການສອນໃນຄະນະສຶກສາ ສາດຂອງແຕ່ລະມະຫາວິທະ ຍາໄລໃຫ້້ເໝາະສົມ. ໃນໂອກາດນີ້, ໄດ້ຮັບກຽດ ເຂົ້າຮ່ວມໂດຍທ່ານ ນາງ ຂັນ ທະລີ ສິລິພົງພັນ ຮອງລັດຖະ ມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ປອ ສຸລິຍົງ ໄຊໂກສີ ວ່າການອະທິການບໍດີ ມະຫາວິທະຍາໄລສະຫວັນນະ ເຂດ ພ້ອມດ້ວຍຄະນະສຶກສາ ສາດຈາກ 4 ມະຫາວິທະຍາ ໄລ ພ້ອມດ້ວຍຕົວແທນຈາກວິ ທະຍາໄລຄູແຫ່ງຕ່າງໆໃນທົ່ວ […]

SKU4
SKU5

ມ​ຂ ສະຫຼຸບ​ຜົນ​ການ​ຈັດ​ຕັ້ງປະ​ຕິ​ບັດ​ການ​ຮຽນ – ການ​ສອນ ແລະ ມອບ​ປະ​ກາ​ສະ​ນີ​ຍະ​ບັດ​ໃຫ້​ຜູ້​ສຳ​ເລັດ​ການ​ສຶກ​ສາ​​ສົກ​ປີ 2019 -2020

ພິທີຄັ້ງນີ້ແມ່ນໄດ້ຈັດຂຶ້ນ ທີ່ສະໂມສອນຂອງມະຫາວິ ທະຍາໄລສະຫວັນນະເຂດ ໃນ ວັນທີ 28 ຕຸລາ 2020 ໂດຍ ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ສຈ.ປອ ໄຊຍະມັງ ວົງສັກ ປະທານສະພາມະຫາວິທະຍາ ໄລສະຫວັນນະເຂດ, ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິ ຫານ, ທ່ານ ປອ ສຸລິຍົງ ໄຊໂກສີ ຮັກສາການອະທິການບໍດີ ມຂ ພ້ອມດ້ວຍຄະນະພະແນກການ, ຄະນະ ປກສ ແຂວງ ແລະຫຼາຍ ພາກສ່ວນທີ່ມາຈາກຂະແໜງການຕ່າງໆຂອງແຂວງເຂົ້າ ຮ່ວມ. ໃນໂອກາດນີ້, ທ່ານ ຮສ.ປອ ຄູນ ສັກບົວວົງ ຮອງອະທິ ການບໍດີ ມຂ ໄດ້ຜ່ານບົດສະ ຫຼຸບຜົນການຈັດຕັ້ງປະຕິບັດ ການຮຽນ-ການສອນປະຈຳ ສົກປີ 2019-2020 ແລະທິດ ທາງແຜນການໃນຕໍ່ໜ້າ, […]