ທີ່ຫ້ອງປະຊຸມຂອງມະຫາ ວິທະຍາໄລສະຫວັນນະເຂດ ໃນວັນທີ 26 ພະຈິກ 2020, ບັນດາຄະນະຄູ-ອາຈານທີ່ມາ ຈາກຄະນະສຶກສາສາດຂອງ 4 ມະຫາວິທະນາໄລຄື: ມະຫາ ວິທະຍາໄລແຫ່ງຊາດ, ມະຫາ ວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສຸພານຸວົງ ແລະມະຫາວິທະຍາໄລຈຳປາ ສັກໄດ້ເຂົ້າຮ່ວມກອງປະຊຸມ ເຜີຍແຜ່ຄົ້ນຄວ້າວິທະຍາສາດ ການສຶກສາແຫ່ງຊາດ, ຈຸດສົງ ຂອງການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອສຶກສາປະສິດທິພາບ ຂອງການນຳໃຊ້ບົດຮຽນຕ່າງໆ ເຂົ້າໃນການຮຽນ-ການສອນ ແລະການຖອດຖອນບົດຮຽນ ເຊິ່ງກັນ ແລະກັນລະຫວ່າງຄະ ນະສຶກສາສາດຈາກມະຫາວິ ທະຍາໄລແຫ່ງຕ່າງໆເພື່ອນຳ ມາປັບໃຊ້ເຂົ້າໃນການຮຽນ-ການສອນໃນຄະນະສຶກສາ ສາດຂອງແຕ່ລະມະຫາວິທະ ຍາໄລໃຫ້້ເໝາະສົມ. ໃນໂອກາດນີ້, ໄດ້ຮັບກຽດ ເຂົ້າຮ່ວມໂດຍທ່ານ ນາງ ຂັນ ທະລີ ສິລິພົງພັນ ຮອງລັດຖະ ມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ປອ ສຸລິຍົງ ໄຊໂກສີ ວ່າການອະທິການບໍດີ ມະຫາວິທະຍາໄລສະຫວັນນະ ເຂດ ພ້ອມດ້ວຍຄະນະສຶກສາ ສາດຈາກ 4 ມະຫາວິທະຍາ ໄລ ພ້ອມດ້ວຍຕົວແທນຈາກວິ ທະຍາໄລຄູແຫ່ງຕ່າງໆໃນທົ່ວ […]
