ມຂ ຈັດພິທີປະດັບຫຼຽນໄຊ ແລະໃບຍ້ອງຍໍບຸກຄົນດີເດັ່ນ ປະກອບສ່ວນເຂົ້າໃນການກະກຽມ ແລະເປີດປີທ່ອງທ່ຽວລາວ. ທີ່ຫ້ອງປະຊຸມຂອງມະຫາວິທະຍາໄລສະຫວັນນະເຂດ, ໃນວັນທີ 18 ກັນຍາ 2020 ໄດ້ຈັດໃຫ້ມີພິທີປະດັບຫຼຽນໄຊແຮງງານຊັ້ນ II ແລະຊັ້ນ III, ປະດັບຫຼຽນກາແຮງງານ ແລະໃບຍ້ອງຍໍໃຫ້ກົມກອງ ແລະບຸກຄົນດີເດັ່ນທີ່ໄດ້ປະ ກອບສ່ວນເຫື່ອແຮງ ແລະສະ ຕິປັນຍາເຂົ້າໃນການກະກຽມ ແລະຮັບໃຊ້ໃນປີທ່ອງທ່ຽວ ລາວ 2018 ທີ່ຜ່ານມາ. ໃນໂອ ກາດນີ້, ໄດ້ຜ່ານດຳລັດຂອງປະ ທານປະເທດວ່າດ້ວຍການ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 10 ທ່ານ, ຍິງ 3 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ 5 ທ່ານທີ່ມີຜົນງານດີເດັ່ນໃນບັ້ນປີທ່ອງວທ່ຽວລາວ 2018 ແລະໄດ້ປະດັບຫຼຽນ ໄຊແຮງງານຊັ້ນ II ໃຫ້ 2 ທ່ານທີ່ມີຜົນງານດີເດັ່ນໄດ້ປະ ກອບສ່ວນເຫື່ອແຮງ ແລະສະ ຕິປັນຍາເຂົ້າໃນການປະຕິບັດ ໜ້າທີ່ວິຊາສະເພາະຂອງ ມຂ ຕະຫຼອດໄລຍະ 10ປີຜ່ານມາ. […]
Month: October 2020



ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໃຫ້ທິດຊີ້ນຳຕໍ່ຄະນະນຳຂອງ ມຂ
ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໃຫ້ທິດຊີ້ນຳບັນຫາສຳຄັນຕໍ່ຄະນະນຳຂອງ ມຂ ທ່ານ ນາງ ຂັນທະລີ ສີຣິ ພົງພັນ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະກິລາ ໄດ້ໃຫ້ ກຽດໂອ້ລົມຕໍ່ຄະນະພັກ-ຄະນະ ອະທິການບໍດີ ແລະພະນັກງານ ຫຼັກແຫຼ່ງ, ສະມາຊິກພັກພາຍໃນ ມະຫາວິທະຍາໄລສະຫວັນນະ ເຂດ ເຊິ່ງພິທີໄດ້ຈັດຂຶ້ນທີ່ຫ້ອງ ປະຊຸມຂອງ ມຂ ໃນວັນທີ 24 ສິງຫາ 2020. ໃຫ້ກຽດ ເຂົ້າຮ່ວມໂດຍມີທ່ານ ປອ ສຸລິ ຍົງ ໄຊໂກສີ ເລຂາຄະນະພັກຮາກ ຖານ ອະທິການບໍດີມະຫາວິທະ ຍາໄລສະຫວັນນະເຂດ ພ້ອມ ດ້ວຍພະນັກງານນຳພາ ແລະ ພະນັກງານຫຼັກແຫຼ່ງພາຍໃນ ມຂ ເຂົ້າຮ່ວມ.




ຮາກຖານພັັກ ມຂ ສະຫຼຸບວຽກພັກຄັ້ງທີ II ແລະເລືອກຕັ້ງຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ.
ຮາກຖານພັັກ ມຂ ສະຫຼຸບວຽກພັກຄັ້ງທີ II ແລະເລືອກຕັ້ງຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ. ກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ II (ກາງສະໄໝ 2017 ຫາ 2020) ພ້ອມທັງ ທົບທວນຄືນທິດທາງແຜນ ການ 2020-2024 ຂອງຄະ ນະພັກຮາກຖານມະຫາວິທະ ຍາໄລສະຫວັນນະເຂດ ໄດ້ໄຂ ຂຶ້ນຢ່າງເປັນທາງການໃນ ວັນທີ 18 ກັນຍາ 2020 ຢູ່ ທີ່ຫ້ອງປະຊຸມມະຫາວິທະຍາໄລດັ່ງກ່າວພາຍໃຕ້ການເຂົ້າ ຮ່ວມເປັນປະທານຂອງສະ ຫາຍ ວຽງທະວີສອນ ເທບ ພະຈັນ ກຳມະການປະຈຳພັກ ແຂວງສະຫວັນນະເຂດ, ສະ ຫາຍ ປອ ສຸລິຍົງ ໄຊໂກສີ ເລຂາຄະນະພັກຮາກຖານ ຮັກ ສາການອະທິການບໍດີມະຫາ ວິທະຍາໄລສະຫວັນນະເຂດ, ມີສະຫາຍຕາງໜ້າຄະນະຈັດ ຕັ້ງແຂວງ, ກວດກາພັກ-ລັດ ແຂວງ ຕະຫຼອດຮອດບັນດາ ສະຫາຍສະມາຊິກພັກພາຍໃນ ໜ່ວຍພັກຈຳນວນ 93 ສະ ຫາຍເຂົ້າຮ່ວມ.