3-59
SKU1
SKU2

ມອບ-ຮັບ ໜ້າທີ່ຮັກສາການ ອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ

ໃນຕອນເຊົ້າວັນທີ 7 ສິງຫາ 2019 ຜ່ານມາທີ່ ມະຫາວິທະຍາໄລ ສະຫວັນນະເຂດ(ມຂ) ໄດ້ມີພິທີມອບ-ຮັບ ໜ້າທີ່ຮັກສາການ ອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ ລະຫວ່າງທ່ານ ຮສ.ປອ ບຸນປົງ ແກ້ວໂຣດົມ ອະທິການບໍດີ ມຂ (ຄົນເກົ່າ) ແລະ ທ່ານ ປອ ສຸລິຍົງ ໄຊໂກສີ (ຮອງອະທິ ການບໍດີຝ່າຍບໍລິຫານ ມຂ) ຜູ້ຮັກສາການ ອະທິການບໍດີ ມຂ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນທ້າຍອາທິດທ່ີຜ່ານມາ ຢູ່ທີ່ ຫ້ອງປະຊຸມ ມະຫາວິທະຍາໄລ ດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳພູນ ຕຸໄພ ທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ມີພະແນກການ ກົມກອງອ້ອມຂ້າງແຂວງ, ການຈັດຕັ້ງຂັ້ນຕ່າງໆທີ່ກ່ຽວຂ້ອງ ພ້ອມດ້ວຍຄູ-ອາຈານ ພາຍໃນມະຫາວິທະຍາໄລ ເຂົ້າຮ່ວມຢ່າງພ້ອມພຽງ. […]