ປະທານປະເທດ ເນັ້ນມະຫາວິທະຍາໄລ ສະຫວັນນະເຂດ ເອົາວຽກແນວຄິດຕິດພັນກັບການສິດສອນ ໃນວັນທີ 26-27 ກັນຍາ 2017 ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມ ແຂວງ ສະຫວັນນະເຂດ ເພື່ອລົງພົບປະພໍ່ແມ່ປະຊາຊົນ ແລະ ຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ ໃຫ້ມີຄວາມໜັກແໜ້ນ. ເຊິ່ງການລົງຢ້ຽມຢາມ ແຂວງສະຫວັນນະເຂດ ຄັ້ງນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ໄປຢ້ຽມຢາມມະຫາວິທະຍາໄລ ສະຫວັນນະເຂດ ມຂ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ສຸລິຍົງ ໄຊໂກສີ ຮອງອະທິການບໍດີ ຝ່າຍບໍລິຫານ ມຂ, ພ້ອມດ້ວຍບັນດາຄູອາຈານ ແລະ ນັກສຶກສາ.
