ມ​ຂ ສະຫຼຸບ​ຜົນ​ການ​ຈັດ​ຕັ້ງປະ​ຕິ​ບັດ​ການ​ຮຽນ – ການ​ສອນ ແລະ ມອບ​ປະ​ກາ​ສະ​ນີ​ຍະ​ບັດ​ໃຫ້​ຜູ້​ສຳ​ເລັດ​ການ​ສຶກ​ສາ​​ສົກ​ປີ 2019 -2020

ພິທີຄັ້ງນີ້ແມ່ນໄດ້ຈັດຂຶ້ນ ທີ່ສະໂມສອນຂອງມະຫາວິ ທະຍາໄລສະຫວັນນະເຂດ ໃນ ວັນທີ 28 ຕຸລາ 2020 ໂດຍ ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ສຈ.ປອ ໄຊຍະມັງ ວົງສັກ ປະທານສະພາມະຫາວິທະຍາ ໄລສະຫວັນນະເຂດ, ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິ ຫານ, ທ່ານ ປອ ສຸລິຍົງ ໄຊໂກສີ ຮັກສາການອະທິການບໍດີ ມຂ ພ້ອມດ້ວຍຄະນະພະແນກການ, ຄະນະ ປກສ ແຂວງ ແລະຫຼາຍ ພາກສ່ວນທີ່ມາຈາກຂະແໜງການຕ່າງໆຂອງແຂວງເຂົ້າ ຮ່ວມ.
ໃນໂອກາດນີ້, ທ່ານ ຮສ.ປອ ຄູນ ສັກບົວວົງ ຮອງອະທິ ການບໍດີ ມຂ ໄດ້ຜ່ານບົດສະ ຫຼຸບຜົນການຈັດຕັ້ງປະຕິບັດ ການຮຽນ-ການສອນປະຈຳ ສົກປີ 2019-2020 ແລະທິດ ທາງແຜນການໃນຕໍ່ໜ້າ, ທ່ານ ໃຫ້ຮູ້ວ່າ: ປະຈຸບັນ, ມະຫາ ວິທະຍາໄລສະຫວັນນະເຂດມີ 2 ວິທະຍາເຂດຄື: ວິທະຍາ ເຂດນາເຊັງ ແລະວິທະຍາ ເຂດໜອງຜື, ສົກປີ 2019-2020 ມຂ ມີພະນັກງານທັງ ໝົດ 344 ຄົນ, ຍິງ 145 ຄົນ, ມີຈຳນວນນັກສຶກສາແຕ່ປີ 1 ຫາປີຈຳນວນ 43.956 ຄົນ, ຍິງ 2.277 ຄົນ ເຊິ່ງໄດ້ບັນ ຈຸຕາມຄະນະວິຊາຄື: ຄະນະ ກະເສດສາດ ແລະສິ່ງແວດ ລ້ອມ, ຄະນະບໍລິຫານທຸລະ ກິດ, ຄະນະພາສາ ແລະມະນຸດ ສາດ, ຄະນະເຕັກໂນໂລຊີ-ຂໍ້ມູນຂ່າວສານ, ຄະນະວິທະ ຍາສາດອາຫານ, ຄະນະສຶກ ສາສາດ, ຄະນະວິທະຍາສາດ ທຳມະຊາດ, ຄະນະວິສາ ວະກ ຳສາດ, ຫຼັກສູດ ນາໆຊາດ: ພັດທະນາເສດຖະ ກິດຊົນນະບົດ ແລະຫຼັກສູດ ປະລິນຍາໂທພັດທະນາເສດຖະ ກິດຊົນນະບົດ ແລະການບໍລິ ຫານການສຶກສາ. ມະຫາວິທະຍາໄລສະຫວັນນະເຂດໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ໂດຍອີງໃສ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນຍຸດທະສາດຂອງ 3 ແຂວງ ພາກກາງ ແລະແຜນພັດທະນາ ການສຶກສາຊັ້ນສູງ 5 ປີ (2016-2020) ທີ່ລັດຖະ ບານວາງອອກ.
ໃນພິທີຄັ້ງນີ້ ຍັງໄດ້ມີການ ມອບໃບຍ້ອງຍໍໃຫ້ແກ່ຄູ-ອາ ຈານທີ່ສອນດີສອນເກັ່ງ ແລະ ໄດ້ມອບປະກາສະນີຍະບັດໃຫ້ນັກສຶກສາທີ່ຮຽນຈົບປະລິນຍາ ໂທຈຳນວນ 24 ທ່ານ, ຍິງ 10 ທ່ານ ແລະມອບປະກາສະນີຍະ ບັດໃຫ້ນັກສຶກສາທີ່ຮຽນຈົບ ຊັ້ນປະລິນຍາຕີໃນສາຂາວິຊາ ຕ່າງໆຂອງ ມຂ ຕື່ມອີກຈຳນວນ 998 ຄົນ, ຍິງ 587 ຄົນ ໂດຍ ແມ່ນ ທ່ານ ປອ ສຸລິຍົງ ໄຊໂກສີ ເປັນຜູ້ຂຶ້ນມອບໃຫ້ຢ່າງສົມ ກຽດ.

Leave a Reply

Your email address will not be published. Required fields are marked *