ມອບ​ບັດ​ສະ​ມາ​ຊິກ​ພັກ​ສົມ​ບູນ​ໃຫ້​ຜູ້​ທີ່​ມີ​ມາດ​ຖານ​ເງື່ອນ​ໄຂ​ພາຍ​ໃນ 2 ໜ່ວຍ​ພັກ​ຂອງ ມ​ຂ.

ພິທີມອບບັດສະມາຊິກພັກສົມບູນໃຫ້ແກ່ສະມາຊິກພັກທີ່ມີມາດຖານເງື່ອນຄົບຖ້ວນທີ່ ສັງກັດຢູ່ 2 ໜ່ວຍພັກຂຶ້ນກັບ ຮາກຖານພັກມະຫາວິທະຍາ ໄລສະຫວັນນະເຂດໄດ້ຈັດຂຶ້ນ ຢ່າງເປັນທາງການທີ່ຫ້ອງ ປະຊຸມຂອງ ມຂ ໃນວັນທີ 10 ມິຖຸນາ 2020 ເຊິ່ງສະມາຊິກ ພັກສົມບູນທີ່ໄດ້ຮັບບັດແດງ ໃນຄັ້ງນີ້ມີຈຳນວນ 16 ສະ ຫາຍທີ່ສັງກັດຢູ່ໜ່ວຍພັກສຳ ນັກງານອະທິການບໍດີ ແລະ ໜ່ວຍພັກວິທະຍາສາດທຳມະ ຊາດ. ໃຫ້ກຽດເຂົ້າຮ່ວມໃນ ພິທີ ແລະໃຫ້ກຽດມອບບັດສະ ມາຊິກພັກສົມບູນໃຫ້ແກ່ 16 ສະ ຫາຍໃນຄັ້ງນີ້ ໂດຍມີສະຫາຍ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈຳພັກແຂວງ ປະ ທານກວດກາພັກ

ແຂວງ, ທ່ານ ປອ ສຸລິຍົງ ໄຊໂກສີ ເລ ຂາຄະນະພັກຮາກຖານ ອະທິ ການບໍດີມະຫາວິທະຍາໄລສະ ຫວັນນະເຂດ ພ້ອມດ້ວຍບັນດາ ສະມາຊິກພັກ, ບັນດາເລຂາ ໜ່ວຍພັກອ້ອມຂ້າງກໍ່ໄດ້ເຂົ້າ ຮ່ວມ. ໃນໂອກາດນີ້, ສະຫາຍ ນາງ ບຸນເຍື້ອນ ທິດພຸດທະວົງ ກ່າວວ່າ: ການມອບບັດສະມາ ຊິກພັກສົມບູນ ຫຼືບັດແດງນີ້ ແມ່ນໝາຍເຖິງຖານະນາມ ຂອງສະມາຊິກຜູ່ທີ່ດີເດັ່ນ, ສະ ມາຊິກພັກຜູ້ທີ່ມີເງື່ອນໄຂຄົບ ຖ້ວນສົມບູນ ທັງເປັນແບບຢ່າງ ໃນການນຳພາຮອບດ້ານ, ອີກ ປະການໜຶ່ງການມອບບັດສະ ມາຊິກພັກສົມບູນແມ່ນເປັນ ການເພີ່ມທະວີໃນການປົກປ້ອງ ພັກ, ​ເຮັດໃຫ້ເກີດຄວາມສາມັກ ຄີໃນບັນດາສະມາຊິກພັກ ແລະ ບັດແດງກໍ່ສາມາດໃຊ້ເປັນບັດ ປະຊາມະຕິໃນກອງປະຊຸມພັກຂັ້ນຕ່າງໆໄດ້.

Leave a Reply

Your email address will not be published. Required fields are marked *