ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ​ກິ​ລາ ໃຫ້​ທິດ​ຊີ້​ນຳ​ຕໍ່​ຄະ​ນະ​ນຳ​ຂອງ ມ​ຂ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ​ກິ​ລາ ໃຫ້​ທິດ​ຊີ້​ນຳ​ບັນ​ຫາ​ສຳ​ຄັນ​ຕໍ່​ຄະ​ນະ​ນຳ​ຂອງ ມ​ຂ
ທ່ານ ນາງ ຂັນທະລີ ສີຣິ ພົງພັນ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະກິລາ ໄດ້ໃຫ້ ກຽດໂອ້ລົມຕໍ່ຄະນະພັກ-ຄະນະ ອະທິການບໍດີ ແລະພະນັກງານ ຫຼັກແຫຼ່ງ, ສະມາຊິກພັກພາຍໃນ ມະຫາວິທະຍາໄລສະຫວັນນະ ເຂດ ເຊິ່ງພິທີໄດ້ຈັດຂຶ້ນທີ່ຫ້ອງ ປະຊຸມຂອງ ມຂ ໃນວັນທີ 24 ສິງຫາ 2020. ໃຫ້ກຽດ ເຂົ້າຮ່ວມໂດຍມີທ່ານ ປອ ສຸລິ ຍົງ ໄຊໂກສີ ເລຂາຄະນະພັກຮາກ ຖານ ອະທິການບໍດີມະຫາວິທະ ຍາໄລສະຫວັນນະເຂດ ພ້ອມ ດ້ວຍພະນັກງານນຳພາ ແລະ ພະນັກງານຫຼັກແຫຼ່ງພາຍໃນ ມຂ ເຂົ້າຮ່ວມ.

ໃນນີ້, ທ່ານ ຮອງລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາໃຫ້ກຽດໂອ້ລົມ ພ້ອມທັງ ໃຫ້ທິດຊີ້ນຳຫຼາຍບັນຫາທີ່ເປັນ ປະໂຫຍດ ແລະເປັນທິດເຍືອງ ທາງໃນການຈັດຕັ້ງປະຕິບັດ ແຜນ ພັດທະນາການສຶກສາທີ່ພັກ ແລະລັດຖະບານໄດ້ວາງອອກໃນແຕ່ລະໄລຍະ. ໃນນີ້, ບັນຫາ ສຳຄັນທ່ານໄດ້ແນະນຳໃຫ້ສະ ມາຊິກພັກ-ພະນັກງານຂອງມະ ຫາວິທະຍາໄລສະຫວັນນະເຂດ ຈົ່ງໄດ້ພ້ອມກັນຍຶດໝັ້ນໃນອຸດົມ ການຂອງພັກ, ຮັກສາຄຸນທາດ ການເມືອງຢ່ງໜຽວແໜ້ນ, ຈຳ ແນກມິດສັດຕູຢ່າງຈະແຈ້ງ, ເພີ່ມຄວາມສາມັກຄີພາຍໃນພັກກໍ່ຄືໃນຄະນະນຳຂອງ ມຂ, ຈັດ ຕັ້ງປະຕິບັດໜ້າທີ່ວິຊາສະເພາະ ໃຫ້ມີປະສິດທິຜົນເພື່ອບັນລຸຕົວ ຊີ້ວັດໃນ 5 ຫຼັກມູນຂອງການສຶກ ສາ, ສືບຕໍ່ນຳພາໃຫ້ບັນລຸຕາມ 4 ບຸກທະລຸຂອງພັກ, ທົບທວນ ຄືນແບບແຜນວິທີເຮັດວຽກ, ນຳພາເປັນໝູ່ຄະນະ, ປະຕິບັດລະ ບອບຫົວໜ້າດຽວ, ແບ່ງວຽກ ໃນໝູ່ຄະນະໃຫ້ຈະແຈ້ງ, ເຮັດ ວຽກມີແຜນການ, ເນັ້ນໜັກໃນການແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານຄູ-ອາຈານ, ແກ້ໄຂປະກົດຫຍໍ້ທໍ້ໃນກຸ່ມຂອງ ນັກສຶກສາ ແລະແກ້ໄຂປະກົດ ຫຍໍ້ທໍ້ໃນການຄຸ້ມຄອງບໍລິຫານ, ພ້ອມນີ້ ທ່ານຮອງລັດຖະມົນຕີກະ ຊວງສຶກສາທິການ ແລະກິລາກໍ່ ຍັງໄດ້ເນັ້ນໜັກໃນການກະກຽມຄວາມພ້ອມ ແລະການປະກອບ ສ່ວນເຂົ້າໃນການສ້າງຂະບວນ ການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ ທີ່ກຳລັງດຳເນີນຢູ່ໃນປະ ຈຸບັນ.

Leave a Reply

Your email address will not be published. Required fields are marked *