ຮາກ​ຖານ​ພັັກ ມ​ຂ ສະຫຼຸບ​ວຽກ​​ພັກ​ຄັ້ງ​ທີ II ແລະ​ເລືອກ​ຕັ້ງ​ຜູ້​ແທນ​ສົມ​ບູນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ແຂວງ.

ຮາກ​ຖານ​ພັັກ ມ​ຂ ສະຫຼຸບ​ວຽກ​​ພັກ​ຄັ້ງ​ທີ II ແລະ​ເລືອກ​ຕັ້ງ​ຜູ້​ແທນ​ສົມ​ບູນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ແຂວງ.
ກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ II (ກາງສະໄໝ 2017 ຫາ 2020) ພ້ອມທັງ ທົບທວນຄືນທິດທາງແຜນ ການ 2020-2024 ຂອງຄະ ນະພັກຮາກຖານມະຫາວິທະ ຍາໄລສະຫວັນນະເຂດ ໄດ້ໄຂ ຂຶ້ນຢ່າງເປັນທາງການໃນ ວັນທີ 18 ກັນຍາ 2020 ຢູ່ ທີ່ຫ້ອງປະຊຸມມະຫາວິທະຍາໄລດັ່ງ​ກ່າວພາຍໃຕ້ການເຂົ້າ ຮ່ວມເປັນປະທານຂອງສະ ຫາຍ ວຽງທະວີສອນ ເທບ ພະຈັນ ກຳມະການປະຈຳພັກ ແຂວງສະຫວັນນະເຂດ, ສະ ຫາຍ ປອ ສຸລິຍົງ ໄຊໂກສີ ເລຂາຄະນະພັກຮາກຖານ ຮັກ ສາການອະທິການບໍດີມະຫາ ວິທະຍາໄລສະຫວັນນະເຂດ, ມີສະຫາຍຕາງໜ້າຄະນະຈັດ ຕັ້ງແຂວງ, ກວດກາພັກ-ລັດ ແຂວງ
ຕະຫຼອດຮອດບັນດາ ສະຫາຍສະມາຊິກພັກພາຍໃນ ໜ່ວຍພັກຈຳນວນ 93 ສະ ຫາຍເຂົ້າຮ່ວມ.

ສະຫາຍ ປອ ສຸລິຍົງ ໄຊໂກ ສີ ເລຂາຄະນະພັກຮາກຖານ ມ​ຂ ໄດ້ກ່າວລາຍງານການຈັດ ຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ໃນຕະຫລອດໄລຍະຜ່ານ ມາຮາກຖານພັກມະຫາວິທະ ຍາໄລສະຫວັນນະເຂດ ມີ 3 ໜ່ວຍພັກທີ່​ຂຶ້ນກັບ, ມີຄະນະ ພັກນຳພາ 5 ສະຫາຍ, ໃນນັ້ນ, ມີເລຂາພັກ ຮາກຖານ 1 ສະ ຫາຍ, ຮອງເລຂາ 1 ສະຫາຍ, ປະທານກວດ 1 ສະຫາຍ, ກຳ ມະການກວດກາ 1 ສະຫາຍ, ມີຮອງປະທານກວດກາຮາກ ຖານພັກ 2 ສະຫາຍ, ຍິງ 1 ສະຫາຍ, ໂດຍລວມແລ້ວໄດ້ຖື ເອົາວຽກການເມືອງ-ແນວຄິດ ເປັນບັນຫາກົກໃນການເຮັດໜ້າ ທີ່ສຶກສາອົບຮົມ, ໂຄສະນາເຜີຍ ແຜ່ມະຕິ, ຄຳສັ່ງ, ແນວທາງ ນະໂຍບາຍຂອງພັກ-ລັດຢ່າງ ຕໍ່ເນື່ອງ, ເຮັດໃຫ້ໃນທົ່ວຮາກ ຖານພັກມີຄວາມສາມັກຄີ, ມີຄວາມເປັນເອກະພາບ, ເຊື່ອ ໝັ້ນ ແລະປະຕິບັດຕາມແນວ ທາງປ່ຽນແປງໃໝ່ຂອງພັກ, ຢຶດໝັ້ນຕໍ່ອຸດົມການສັງຄົມ ນິຍົມ, ມີຄວາມອຸ່ນອ່ຽນທຸ່ນ ທ່ຽງ, ເຮັດຫຼ້ອນໜ້າທີ່ຕາມ ການມອບໝາຍ. ຈາກນັ້ນ, ດ້ານການຈັດຕັ້ງ ກໍ່ໄດ້ມີຄວາມ ເປັນເອກະພາບໃນການນຳພາ, ມີສະຕິຕໍ່ການຈັດຕັ້ງ, ລະບຽບ ວິໄນຂອງພັກ ແລະກົດໝາຍ ຂອງລັດໄດ້ເປັນຢ່າງດີ.
ໂອກາດດັ່ງກ່າວພ້ອມ​ກັນ​ນີ້ບັນດາສະຫາຍສະມາຊິກ ພັກທີ່ເຂົ້າຮ່ວມກອງປະຊຸມ ຄັ້ງນີ້ຍັງໄດ້ໃຊ້ສິດປະຊາທິປະ ໄຕປ່ອນບັດເລືອກຕັ້ງເອົາຜູ້ ແທນສົມບູນ-ສຳຮອງເຂົ້າ ຮ່ວມກອງປະຊຸມໃຫຍ່ອົງຄະ ນະພັກແຂວງສະຫວັນນະເຂດ ຄັ້ງທີ IX ເຊິ່ງມີຜູ້ລົງສະໝັກ 3 ສະຫາຍ ເລືອກເອົາ 1 ສະຫາຍ ເປັນຜູ້ແທນສົມບູນ ແລະ1 ສະ ຫາຍເປັນຜູ້ແທນສຳຮອງອີກ ດ້ວຍ.

Leave a Reply

Your email address will not be published. Required fields are marked *