ມຂ ຈັດພິທີປະດັບຫຼຽນໄຊ ແລະໃບຍ້ອງຍໍບຸກຄົນດີເດັ່ນ ປະກອບສ່ວນເຂົ້າໃນການກະກຽມ ແລະເປີດປີທ່ອງທ່ຽວລາວ.
ທີ່ຫ້ອງປະຊຸມຂອງມະຫາວິທະຍາໄລສະຫວັນນະເຂດ, ໃນວັນທີ 18 ກັນຍາ 2020 ໄດ້ຈັດໃຫ້ມີພິທີປະດັບຫຼຽນໄຊແຮງງານຊັ້ນ II ແລະຊັ້ນ III, ປະດັບຫຼຽນກາແຮງງານ ແລະໃບຍ້ອງຍໍໃຫ້ກົມກອງ ແລະບຸກຄົນດີເດັ່ນທີ່ໄດ້ປະ ກອບສ່ວນເຫື່ອແຮງ ແລະສະ ຕິປັນຍາເຂົ້າໃນການກະກຽມ ແລະຮັບໃຊ້ໃນປີທ່ອງທ່ຽວ ລາວ 2018 ທີ່ຜ່ານມາ. ໃນໂອ ກາດນີ້, ໄດ້ຜ່ານດຳລັດຂອງປະ ທານປະເທດວ່າດ້ວຍການ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 10 ທ່ານ, ຍິງ 3 ທ່ານ, ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ 5 ທ່ານທີ່ມີຜົນງານດີເດັ່ນໃນບັ້ນປີທ່ອງວທ່ຽວລາວ 2018 ແລະໄດ້ປະດັບຫຼຽນ ໄຊແຮງງານຊັ້ນ II ໃຫ້ 2 ທ່ານທີ່ມີຜົນງານດີເດັ່ນໄດ້ປະ ກອບສ່ວນເຫື່ອແຮງ ແລະສະ ຕິປັນຍາເຂົ້າໃນການປະຕິບັດ ໜ້າທີ່ວິຊາສະເພາະຂອງ ມຂ ຕະຫຼອດໄລຍະ 10ປີຜ່ານມາ. ພ້ອມນັ້ນໃນໂອກາດນີ້ກໍ່ຍັງ ໄດ້ມອບໃບຍ້ອງຍໍໃຫ້ກັບບຸກ ຄົນດີເດັ່ນທີ່ປະກອບສ່ວນເຂົ້າ ໃນການກະກຽມ ແລະສະຫຼອງ ປີທ່ອງທ່ຽວລາວ 2018 ອີກ ດ້ວຍ. ໃຫ້ກຽດປະດັບຫຼຽນໄຊ ແຮງງານຊັ້ນ II ແລະຊັ້ນ III ໂດຍແມ່ນທ່ານ ປອ ສຸລິຍົງ ໄຊໂກສີ ເລຂາຄະນະພັກຮາກ ຖານ ວ່າການອະທິການບໍດີ ມຂ. ໃນໂອກາດນີ້, ທາງຄະນະນຳ ມະຫາວິທະຍາໄລສະຫວັນນະ ເຂດຍັງໄດ້ມອບໃບຍ້ອງຍໍໃຫ້ ແກ່ທ່ານ ໄຊສະໝຸດໄຊຍະວົງ ເຈົ້າຂອງຮ້ານໝຸດສະຕູດີໂອ ທີ່ທ່ານໄດ້ປະກອບສ່ວນຖ່າຍ ຮູບຄະນະພັກ ແລະປະກອບ ສ່ວນພິມ ແຜ່ນພາບຄະນະພັກ ຮາກຖານມະຫາວິທະຍາໄລ ສະຫວັນນະເຂດຕື່ມອີກ