
ໃນຕອນເຊົ້າຂອງວັນທີ 18 ທັນວາ 2020 ນີ້, ມະຫາ ວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງ ມຂ ວິທະຍາ ເຂດໜອງຜື, ໃຫ້ກຽດເປັນປະ ທານໃນພິທີໂດຍທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດ ຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ປອ ສຸລິຍົງ ໄຊໂກສີວ່າການອະທິ ການບໍດີ ມຂ, ມີອະທິການບໍດີມະຫາວິ ທະຍາໄລຈໍາປາສັກ, ຕາງໜ້າ ໂຄງການຮັບເໝົາກໍ່ສ້າງ (CZICC), ພະນັກງງານ ຄູ-ອາ ຈານ ແລະ ນັກສຶກສາພາຍໃນ ມຂ ເຂົ້າ ຮ່ວມຢ່າງຫຼວງຫຼາຍ.
ທ່ານ ປອ ສຸລິຍົງ ໄຊໂກສີ ກໍ່ໄດ້ລາຍງານແຜນການກໍ່ ສ້າງ ມຂ ວິທະຍາເຂດໜອງຜື ວ່າ: ເຈົ້າຂອງໂຄງການແມ່ນກະຊວງສຶກສາທິການ ແລະກິລາ, ໂດຍແມ່ນການສະໜັບສະໜູນ ຈາກທະນາຄານພັດທະນາ ອາຊີ ແລະທຶນຊ່ວຍເຫຼືອລ້າ. ຜູ້ ຮັບເໝົາໂຄງການແມ່ນບໍລິສັດ ມິນຄອນຊາວຮ່ວມກັບລັດວິສາ ຫະກິດວິສາວະກໍາຄົມມະນາ ຄົມ (CZICC), ມູນຄ່າການ ກໍ່ສ້າງ 6 ລ້ານກວ່າໂດລາສະ ຫະລັດ, ເລີ່ມກໍ່ສ້າງວັນທີ10 ມິຖຸນາ 2020 ແລະຈະສິ້ນສຸດ ວັນທີ 31 ພຶດສະພາ 2022.
ໃນໂອກາດນີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກໍ່ ໄດ້ກ່າວເປີດພິທີ ພ້ອມທັງມີຄໍາ ເຫັນວ່າ: ການກໍ່ສ້າງ ມຂ ວິທະ ຍາເຂດໜອງຜື ແມ່ນແນໃສ່ ການຕອບສະໜອງນະໂຍບາຍ ຂອງພັກ-ລັດຖະບານກໍ່ຄືກະ ຊວງສຶກສາທິການ ແລະກິລາ ໂດຍສະເພາະແມ່ນການສ້າງ ບຸກຄະລາກອນ ເພື່ອຮັບຮອງ ວຽກຈຸດສຸມຂອງແຂວງ ເພື່ອ ພັດທະນາປະເທດຊາດເວົ້າ ລວມເວົ້າສະເພາະກໍ່ຄືແຂວງ ສະຫວັນນະເຂດໃຫ້ມີໃບໜ້າ ໃໝ່ໃນການສຶກສາ ທີ່ມີຄວາມ ພ້ອມທຸກດ້ານ ດັ່ງນັ້ນ, ນີ້ກໍ່ແມ່ນ ຈຸດເລີ່ມຕົ້ນທີ່ຈະພິດອກອອກຜົນໃນອະນາຄົດ. ຈາກນັ້ນ, ໃນພິ ທີກໍ່ໄດ້ລັ່ນຄ້ອງເກົ້າບາດ ພ້ອມ ທັງວາງສີລາລຶກ ເພື່ອເປັນສິ ລິມົງຄຸນໃຫ້ແກ່ການກໍ່ສ້າງ


