ມອບ-ຮັບ ໜ້າທີ່ຮັກສາການ ອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ

ໃນຕອນເຊົ້າວັນທີ 7 ສິງຫາ 2019 ຜ່ານມາທີ່ ມະຫາວິທະຍາໄລ ສະຫວັນນະເຂດ(ມຂ) ໄດ້ມີພິທີມອບ-ຮັບ ໜ້າທີ່ຮັກສາການ ອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ ລະຫວ່າງທ່ານ ຮສ.ປອ ບຸນປົງ ແກ້ວໂຣດົມ ອະທິການບໍດີ ມຂ (ຄົນເກົ່າ) ແລະ ທ່ານ ປອ ສຸລິຍົງ ໄຊໂກສີ (ຮອງອະທິ ການບໍດີຝ່າຍບໍລິຫານ ມຂ) ຜູ້ຮັກສາການ ອະທິການບໍດີ ມຂ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນທ້າຍອາທິດທ່ີຜ່ານມາ ຢູ່ທີ່ ຫ້ອງປະຊຸມ ມະຫາວິທະຍາໄລ ດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳພູນ ຕຸໄພ ທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ມີພະແນກການ ກົມກອງອ້ອມຂ້າງແຂວງ, ການຈັດຕັ້ງຂັ້ນຕ່າງໆທີ່ກ່ຽວຂ້ອງ ພ້ອມດ້ວຍຄູ-ອາຈານ ພາຍໃນມະຫາວິທະຍາໄລ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ກໍ່ໄດ້ມີການຜ່ານດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 139/ນຍ, ລົງວັນ ທີ 28/5/2019 ວ່າດ້ວຍການ ອະນຸມັດໃຫ້ພະນັກງານອອກ ພັກການ-ຮັບອຸດໜູນບຳນານ ໂດຍໄດ້ອະນຸມັດໃຫ້ ທ່ານ ຮສ.ປອ ບຸນປົງ ແກ້ວໂຣດົມ ອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ, ກະຊວງ ສຶກສາທິການ ແລະ ກິລາ ເກີດເມື່ອວັນທີ 8/3/1954, ລວມ ອາຍຸກະສຽນ 65 ປີ, ເຂົ້າສັງກັດລັດ ວັນທີ 01/10/ 1979, ລວມອາຍຸການ 40 ປີ ອອກພັກການ-ຮັບອຸດໜູນບຳນານ ນັບແຕ່ວັນທີ 1/7/2019 ເປັນຕົ້ນໄປ ແລະ ຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ເລກທີ 44/ນຍ, ລົງວັນທີ 30/7/2019 ວ່າດ້ວຍການແຕ່ງຕັ້ງ ຜູ້ຮັກສາການ ອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ ໂດຍໄດ້ຕົກລົງແຕ່ງຕັ້ງທ່ານ ປອ ສຸລິຍົງ ໄຊໂກສີ ເປັນຜູ້ຮັກສາການ ອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ.
ໂອກາດນີ້, ທ່ານ ຮສ.ປອ ບຸນປົງ ແກ້ວໂຣດົມ ກໍ່ໄດ້ຂື້ນຜ່ານບົດສະຫຼຸບ ການນຳພາໃນການສ້າງຕັ້ງ ແລະ ພັດທະນາ ມຂ ຈົນມາຮອດປະຈຸບັນ ແລະ ໄດ້ກ່າວມອບໜ້າທີ່ ການນຳພາຄຸ້ມຄອງ ໃຫ້ຜູ້ໃໝ່ສືບຕໍ່ຊີ້ນຳໆພາຕໍ່ໄປ ຫຼັງຈາກນັ້ນ, ໃນພິທີກໍ່ໄດ້ມີການ ມອບ-ຮັບ ໜ້າທີ່ຮັກສາການ ອະທິການບໍດີ ມຂ ຢ່າງເປັນທາງການ ພ້ອມນີ້, ໃນພິທີດັ່ງກ່າວຍັງໄດ້ ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໂດຍທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານ ທີ່ທາງຄະນະນຳ ມຂ ຍາດມາໄດ້ ໃນໄລຍະຜ່ານມາ ຈົນເຮັດໃຫ້ມະຫາວິທະຍາໄລ ສະຫວັນນະເຂດ ໄດ້ສືບຕໍ່ມີການພັດທະນາດີຂຶ້ນ ຢ່າງເປັນກ້າວໆ ຈາກເບື້ອງຕົ້ນມີພຽງ ແຕ່ 3 ຄະນະວິຊາ ເຊິ່ງມາຮອດ ປະຈຸບັນ ໄດ້ຂະຫຍາຍມາເປັນ 8 ຄະນະ ພ້ອມດຽວກັນນີ້, ກໍ່ຮຽກຮ້ອງໃຫ້ຜູ້ທີ່ຮັບໜ້າທີ່ ເປັນຜູ້ຮັກສາອະ​ທິ​ການ​ບໍ​ດີ ມຂ ຈົ່ງໄດ້ເອົາໃຈໃສ່ ສືບຕໍ່ໃນການພັດທະນາ ມຂ ພວກເຮົາໃຫ້ເຕີບໃຫຍ່ຂະຫຍາຍຕົວ ດີຂຶ້ນໄປເລື້ອຍໆ.

Leave a Reply

Your email address will not be published. Required fields are marked *