ປະທານປະເທດ ຍ້ຽມຢາມມະຫາວິທະຍາໄລ ສະຫວັນນະເຂດ

ປະທານປະເທດ ເນັ້ນມະຫາວິທະຍາໄລ ສະຫວັນນະເຂດ ເອົາວຽກແນວຄິດຕິດພັນກັບການສິດສອນ

ໃນ​ວັນ​ທີ 26-27 ກັນຍາ 2017 ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມ​ຄະນະ ​ໄດ້​ຢ້ຽມຢາມ ​ແຂວງ​ ສະຫວັນ​ນະ​ເຂດ ​ເພື່ອ​ລົງ​ພົບ​ປະພໍ່​ແມ່​ປະຊາຊົນ ​ແລະ ຊຸກຍູ້​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ​ ພາຍ​ໃນ​ແຂວງ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ. ເຊິ່ງການ​ລົງ​ຢ້ຽມຢາມ​​ ແຂວງ​ສະຫວັນ​ນະ​ເຂດ ຄັ້ງ​ນີ້, ທ່ານ ບຸນ​ຍັງ ວໍລະ​ຈິດ ໄດ້ໄປຢ້ຽມຢາມມະຫາວິທະຍາໄລ ສະຫວັນນະເຂດ ມຂ, ໂດຍ​ໄດ້​ຮັບ​ການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ສຸລິຍົງ ໄຊໂກສີ ຮອງອະທິການບໍດີ ຝ່າຍບໍລິຫານ ມຂ, ພ້ອມດ້ວຍບັນດາຄູອາຈານ ແລະ ນັກສຶກສາ.

ໂອກາດດັ່ງກ່າວ ທ່ານ ສຸລິຍົງ ໄຊໂກສີ ໄດ້ສະເໜີໂດຍຫຍໍ້ ກ່ຽວກັບຜົນສຳເລັດ ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາມະຫາວິທະຍາໄລ ໂດຍສັງເຂບວ່າ: ມະຫາວິທະຍາໄລສະຫວັນນະເຂດ ໄດ້ຮັບການສ້າງຕັ້ງຂຶ້ນ​ໃນວັນທີ 12 ຕຸລາ 2009, ໂດຍມີວິໄສທັດເປັນສູນກາງການສຶກສາ ແລະ ວັດທະນະທຳ ໃນເຂດພາກກາງ ແນໃສ່ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນະພາບ, ຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ເພື່ອຕອບສະໜອງແນວທາງ ນະໂຍບາຍ ຂອງພັກ ແລະ ລັດຖະບານ. ປັດຈຸບັນ ມີພະນັກງານບໍລິຫານ ແລະ ຄູອາຈານທັງໝົດ 313 ຄົນ, ຍິງ 138 ຄົນ ລະດັບປະລິນຍາເອກ 9 ຄົນ, ຮອງສາດສະດາຈານ 3 ຄົນ, ປະລິນຍາໂທ 84 ຄົນ, ຍິງ 28 ຄົນ, ປະລິນຍາຕີ 216 ຄົນ, ຍິງ 110 ຄົນ, ອະນຸປະລິນຍາ, ຊັ້ນກາງ ແລະ ຊັ້ນຕົ້ນ 4 ຄົນ, ຫລັກສູດການຮຽນ-ການສອນ ໄດ້ມີການພັດທະນາຫລັກສູດປະລິນຍາຕີປົກກະຕິ, ເຊື່ອມຕໍ່ໆເນື່ອງ 44 ຫລັກສູດ, ຫລັກສູດປະລິນຍາໂທ 2 ຫລັກສູດ, ໂດຍເປີດການຮຽນ ການສອນໃນ 7 ຄະນະວິຊາ ແລະ 1 ສູນ ຄື: ຄະນະເສດຖະສາດ ແລະ ສິ່ງແວດລ້ອມ, ຄະນະບໍລິຫານທຸລະກິດ, ຄະນະພາສາສາດ, ຄະນະວິທະຍາສາດອາຫານ, ຄະນະສຶກສາສາດ, ຄະນະວິທະຍາສາດທຳມະຊາດ, ຄະນະວິສາວະກຳສາດ ແລະ ສູນເຕັກໂນໂລຊີຂໍ້ມູນຂ່າວສານ, ​ສ້າງນັກສຶກສາອອກຮັບໃຊ້ສັງຄົມໃນລະດັບປະລິນຍາຕີ 4 ຮຸ່ນຄື: ຮຸ່ນທີ 1 ສົກສຶກສາ 2013-2014 ຈຳນວນ 931 ຄົນ, ຮຸ່ນທີ 2 ສົກສຶກສາ 2014-2015 ຈຳນວນ 758 ຄົນ, ຮຸ່ນທີ 3 ສົກສຶກສາ 2015-2016 ຈຳນວນ 829 ຄົນ ແລະ ຮຸ່ນທີ 4 ສົກສຶກສາ 2016-2017 ຈຳນວນ 1,078 ຄົນ.

​ ໃນ​ໂອກາດ​ດັ່ງກ່າວ​, ທ່ານປະທານປະເທດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ ກໍຄືບັນ ດາຄູອາຈານ ປະຕິບັດການສິດສອນຕໍ່ນັກສຶກສາ ຈົນສາມາດສ້າງໃຫ້ມີນັກສາສຶກສາທີ່ດີເດັ່ນ ສາມາດເຂົ້າແຂ່ງຂັນໄອທີ ສາມາດໄດ້ຮັບລາງວັນລະດັບປະເທດ ​ແລະ ລະດັບໂລກ ແຕ່ເຖິງຢ່າງໃດກໍດີ ຄຽງຄູ່ກັບການສິດສອນໃຫ້ເປັນຄົນທີ່ມີຄວາມຮູ້ຄວາມສາມາດ ຍັງຕ້ອງໄດ້ສ້າງໃຫ້ເປັນບຸກຄົນທີ່ມີນໍ້າໃຈຮັກຊາດ, ​ເລັ່ງໃສ່ວຽກງານການເມືອງແນວຄິດ ເປັນບັນຫາກົກ ເພາະວຽກງານດັ່ງກ່າວປຽບເໝືອນເສັ້ນ ເລືອດແດງທີ່ສອດຫ້ອຍໄປທົ່ວຮ່າງກາຍຂອງຄົນເຮົາ, ສ້າງນັກສຶກສາໃຫ້ຮູ້ຈັກອອກແຮງງານ, ຍົກລະດັບຄູອາຈານໃຫ້ກາຍເປັນຄູຂອງພັກ, ການປະຕິບັດວຽກງານ ໂຄງການ ຕ່າງໆ ກໍໃຫ້ມີຈຸດສຸມ ທັງນີ້ກໍເພື່ອເປັນການປະຢັດມັດທະຍັດ ແລະ ສ້າງວຽກງານທີ່ສຸ່ມໃສ່ນັ້ນ ໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *