ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຂອງໂຄງການ SSHEP

ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຂອງໂຄງການ SSHEP ແລະ ການລົງທຶນຂອງລັດຖະບານ ເພື່ອພັດທະນາພື້ນຖານໂຄງລ່າງຂອງ ມະຫາວິທະຍາໄລ ສະຫວັນນະເຂດ

ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຂອງໂຄງການ SSHEP ແລະ ການລົງທຶນຂອງລັດຖະບານ ເພື່ອພັດທະນາພື້ນຖານໂຄງລ່າງຂອງ ມະຫາວິທະຍາໄລ ສະຫວັນນະເຂດ ປະຈຳປີ 2018 ແລະ ສະເໜີແຜນວຽກປະຈຳປີ 2019 ຊຶ່ງໄດ້ຈັດຂື້ນໃນວັນທີ 25 ກຸມພາ 2019 ທີ່ ມະຫາວິທະຍາໄລ ສະຫວັນນະເຂດ ວິທະຍາເຂດໜອງຜື ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ພ້ອມດ້ວຍທ່ານ ອະທິການບໍດີ, ຮອງອະທິການບໍດີ ມະຫາວິທະຍາໄລ

ແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລ ສະຫວັນນະເຂດ, ຜູ້ຕາງໜ້າຈາກບັນດາກະຊວງຂະແໜງການ ແລະ ພະແນກການ ຕ່າງໆ ຂອງແຂວງສະຫວັນນະເຂດ, ຜູ້ຕາງໜ້າຈາກບໍລິສັດອອກແບບມະຫາວິທະຍາໄລສະຫວັນນະເຂດ (C+A), ໜ່ວຍຈັດຕັ້ງປະຕິບັດໂຄງການຂອງມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ, ກົມການສຶກສາຊັ້ນສູງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

Leave a Reply

Your email address will not be published. Required fields are marked *